ກະຊວງສຶກສາແຈ້ງ ນັກສຶກສາລາວໃນເມືອງອູຫັ້ນ ປອດໄພດີ

97

ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການເປັນຢູ່ຂອງນັກສຶກສາລາວ ທີ່ເມືອງອູຫັ້ນ ປອດໄພດີ ແຕ່ມີຄວາມຫຍຸ້ງຍາກໃນການຊື້ອາຫານການກິນ. ເຖິງຢ່າງໃດກໍຕາມ, ລັດຖະບານລາວໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອນັກສຶກສາລາວ ຈຳນວນ 43 ຄົນ ທີ່ຢູ່ເມືອງດັ່ງກ່າວໃກ້ຊິດ. ຄຽງຄູ່ກັນນັ້ນ, ກໍໄດ້ແຈ້ງຢຸດຊົ່ວຄາວກິດຈະກຳຕ່າງໆທີ່ມີຄົນຈໍານວນຫຼາຍເຂົ້າຮ່ວມ.

ວັນທີ 10 ມີນາ 2020 ກະຊວງສຶກສາທິການ ແລະ ກີລາ ( ສສກ ) ໄດ້ຮ່ວມກັບ ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວຂຶ້ນທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງ ສສກ, ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາພໍ່ແມ່ຜູ້ປົກຄອງຂອງນັກສຶກສາລາວທີ່ຍັງຢູ່ເມືອງອຸຫັ້ນ ເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວວ່າ: ປັດຈຸບັນມີນັກສຶກສາລາວທີ່ຍັງຢູ່ເມືອງອຸຫັ້ນ ແຂວງຫູເປີຍ ສປ ຈີນ ທັງໝົດ 43 ຄົນ. ໃນນັ້ນ, 22 ຄົນ ເປັນຄົນໃນນະຄອນຫຼວງວຽງຈັນ, ຫຼວງພະບາງ 5 ຄົນ, ສະຫວັນນະເຂດ ແລະ ຈຳປາສັກ ແຂວງລະ 3 ຄົນ, ຫຼວງນໍ້າທາ, ບໍລິຄຳໄຊ ແລະ ຊຽງຂວາງ ແຂວງລະ 2 ຄົນ ແລະ ໄຊຍະບູລີ, ວຽງຈັນ, ຜົ້ງສາລີ ແລະ ສາລະວັນ ແຂວງລະ 1 ຄົນ. ນັກສຶກສາເຫຼົ່ານີ້ຍັງມີສຸຂະພາບແຂງແຮງ ໂດຍທາງເອກອັກຄະລັດຖະທູດລາວ ປະຈຳປັກກິ່ງ ແລະ ສະຖານກົງສຸນໃຫຍ່ລາວທີ່ຊ່າງຊາ ໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ແລະ ໄດ້ປະສານສົມທົບກັບປະເທດເຈົ້າພາບໃນການຊ່ວຍເຫຼືອຕາມຄວາມເໝາະສົມ.

ນອກນັ້ນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຍັງໄດ້ລາຍງານບາງມາດຕະການຮັບມືກັບພະຍາດໂຄວິດ – 19 ໂດຍໄດ້ໂຈະຫຼາຍກິດຈະກຳທີ່ກ່ຽວຂ້ອງກັບກະຊວງ, ພ້ອມທັງສົ່ງ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນມາຍັງນ້ອງນັກສຶກສາ 43 ຄົນ ແລະ ຂໍໃຫ້ມີຈິດໃຈເຂັ້ມແຂງ ອົດທົນ ຜ່ານຜ່າມໍລະສຸມໃນປັດຈຸບັນ ປຽບສະເໝືອນວ່າກຳລັງຢູ່ໃນສະໜາມຮົບຕໍ່ສູ້ຄຽງບ່າຄຽງໄຫຼ່ກັບ ສະຫາຍຈີນ ແລະ ເອົາໃຈໃສ່ຕິດຕາມຂໍ້ມູນ – ຂ່າວສານຢ່າງໃກ້ຊິດ.

ທ່ານ ທອງຜ່ານ ສະຫວັນເພັດ ກ່າວວ່າ: ກະຊວງການຕ່າງປະເທດ ແລະ ກະຊວງ ສສກ ໄດ້ລະດົມທົ່ວສັງຄົມໃນການຊ່ວຍເຫຼືອ ໂດຍກະຊວງ ສສກ ໄດ້ຊ່ວຍເຫຼືອໂດຍກົງໃຫ້ນ້ອງນັກສຶກສາ ຈຳນວນ 15 ລ້ານກີບ ແລະ ຜ່ານສະມາຄົມມິດຕະພາບ ລາວ – ຈີນ 5 ລ້ານກີບ ແລະ ກະຊວງການຕ່າງປະເທດ ໄດ້ຊີ້ນໍາໃຫ້ສະຖານກົງສຸນໃຫຍ່ລາວ ທີ່ຊ່າງຊາ ແຂວງ ຫູໜານ ຊ່ວຍເຫຼືອ 40 ພັນຢວນ ແລະ ໄດ້ຕິດຕາມໃຫ້ຄຳປຶກສາແນະນໍາເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ຍັງເຫັນວ່ານັກສຶກສາລາວ ທີ່ຄ້າງຢູ່ນັ້ນຍັງພົບ ຄວາມຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະແມ່ນການເຂົ້າ – ອອກຫໍພັກ, ການຊື້ອາຫານການກິນແລະ ອື່ນໆ; ການພົບປະຂອງພະນັກງານສະຖານທູດຕໍ່ນັກສຶກສາຍັງຫຍຸ້ງຍາກບໍ່ສາມາດເຂົ້າໄດ້.

ທ່ານ ຮສ. ປອ. ພູທອນ ເມືອງປາກ ກ່າວວ່າ: ໄລຍະຜ່ານມາຄະນະສະເພາະກິດລະດັບຊາດ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາສະພາບການລະບາດຂອງພະຍາດ ໂຄວິດ – 19 ຢ່າງເປັນປົກກະຕິ ແລະ ລາຍງານຕໍ່ລັດຖະບານເປັນປະຈຳ. ມາຮອດປັດຈຸບັນ ສປປ ລາວ ມີກໍລະນີສົງໄສທັງໝົດ 60 ຄົນ ແຕ່ຜົນກວດວິເຄາະແມ່ນບໍ່ມີເຊື້ອ ທ່ານຍັງກ່າວຕື່ມວ່າ: ມາຮອດປັດຈຸບັນ ທາງການຈີນ ສາມາດຄວບຄຸມໄດ້ໃນລະດັບດີພໍສົມຄວນ ໂດຍພາຍໃນວັນທີ 9 ມີນາ ມີຜູ້ຕິດເຊື້ອໃໝ່ ພຽງ 19 ຄົນ ແລະ ເສຍຊີວິດ 17 ຄົນ. ພ້ອມນັ້ນ, ໃນວັນທີ 6 ມີນາຜ່ານມາ ຄະນະສະເພາະກິດລະດັບຊາດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງ ໂຄວິດ – 19 ໄດ້ສະເໜີໃຫ້ລັດຖະບານໃຫ້ການຊ່ວຍເຫຼືອແບ່ງເບົາພາລະນັກສຶກສາ 43 ຄົນ ຈຳນວນ 200 ໂດລາສະຫະລັດຕໍ່ຄົນຕໍ່ເດືອນ.

ມາຮອດວັນທີ 10 ມີນາ 2020 ພະຍາດໂຄວິດ – 19 ໄດ້ລະບາດໄປສູ່ 102 ປະເທດໃນທົ່ວໂລກ ມີຜູ້ຕິດເຊື້ອທັງໝົດ 109.873 ຄົນ, ເສຍຊີວິດ 3.825 ຄົນ ແລະ ປິ່ນປົວເຊົາ 62.217 ຄົນ.

ຕໍ່ກັບສະຖານະການດັ່ງກ່າວ ຫ້ອງການ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 107/ຫກ, ນະຄອນຫຼວງວຽງຈັນ ລົງວັນທີ 10 ມີນາ 2020 ເຖິງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ, ແຂວງໃນຂອບເຂດທົ່ວປະເທດ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ສະມາຄົມທຸລະກິດທ່ອງທ່ຽວລາວ ເລື່ອງການໂຈະ ຫຼື ເລື່ອນຊົ່ວຄາວກ່ຽວກັບການສົ່ງນັກທ່ອງທ່ຽວໄປບັນດາປະເທດກຸ່ມສ່ຽງໃນການຕິດເຊື້ອພະຍາດໂຄວິດ – 19 ແລະ ການນໍາເຂົ້ານັກທ່ອງທ່ຽວຈາກປະເທດດັ່ງກ່າວ ແລະ ການໂຈະຊົ່ວຄາວ ກ່ຽວກັບການຈັດງານປະເພນີ, ງານດອງ ແລະ ງານລ້ຽງສັງສັນທີ່ມີຄົນຈໍານວນຫຼາຍເຂົ້າຮ່ວມ.