ລັດຖະບານ ກວດເຂັ້ມຕາມດ່ານສາກົນ ສະກັດກັ້ນໂຄວິດ – 19

343

ລັດຖະບານລາວຮ່ວມກັບອົງການຈັດຕັ້ງສາກົນ ເອົາໃຈໃສ່ຢ່າງໃກ້ຊິດໃນການເຝົ້າລະວັງພະຍາດ ໂຄວິດ – 19 ຕາມດ່ານສາກົນທົ່ວປະເທດ ໂດຍການຈັດທີມແພດສະເພາະກິດ ແລະ ຕິດຕັ້ງເຄື່ອງສະແກນເພື່ອກວດຈັບຫາເຊື້ອພະຍາດຈາກຄົນທີ່ເດີນທາງເຂົ້າ – ອອກປະເທດ ລວມທັງໄດ້ກຳນົດໂຮງໝໍປິ່ນປົ່ວຢ່າງລະອຽດ. ມາຮອດວັນທີ 4 ມີນາ 2020 ພົບກໍລະນີສົງໄສ 53 ຄົນ ແຕ່ຍັງບໍ່ພົບຜູ້ຕິດເຊື້ອ. ເຖິງຢ່າງໃດກໍຕາມ, ທຸກຄົນຕ້ອງເປັນເຈົ້າການໃນການປ້ອງກັນຕົນເອງຫາກພົບກໍລະນີສົງໄສແມ່ນໃຫ້ແຈ້ງສາຍດ່ວນ 166 ທັນທີ.

ໃນຕອນເຊົ້າມື້ນີ້ວັນທີ 6 ມີນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຮັບຟັງການລາຍງານສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ – 19 ( COVID – 19 ).

ເຂົ້າຮ່ວມກອງປະຊຸມມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່ ຫຼື COVID – 19 ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານວິຊາການກ່ຽວຂ້ອງ.

ໃນໂອກາດນີ້, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່ ຫຼື COVID – 19 ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ລາຍງານວ່າ: ພະຍາດ COVID – 19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019.

ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມາຮອດປັດຈຸບັນກໍມີການລະບາດຢູ່ຫຼາຍປະເທດ, ຮອດເວລາ 6:00 ໂມງເຊົ້າ ວັນທີ 4 ມີນາ 2020 ທົ່ວໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID – 19 ແລ້ວຈໍານວນ 95.308 ກໍລະນີ, ເສຍຊີວິດ 3.285 ກໍລະນີ. ໃນນັ້ນ, ຫຼາຍກວ່າໝູ່ແມ່ນຢູ່ ສປ ຈີນ 80.409 ກໍລະນີ, ເສຍຊີວິດ 3.012 ກໍລະນີ.

ສະເພາະຢູ່ ສປປ ລາວ ຜ່ານມາໄດ້ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແລະ ໄດ້ເອົາຕົວຢ່າງໄປກວດຊອກຫາເຊື້ອພະຍາດຢູ່ຫ້ອງວິເຄາະ ແຕ່ບໍ່ພົບເຊື້ອພະຍາດ COVID – 19. ເຖິງຢ່າງໃດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີຜູ້ເປັນພະຍາດ ແລະ ລະບາດຢູ່ປະເທດລາວເຮົາ, ພາຍໃຕ້ການຊີ້ນໍາຂອງລັດຖະບານ, ກະຊວງສາທາລະນະສຸກໄດ້ສົມທົບກັບພາກສ່ວນກ່ຽວຂ້ອງດໍາເນີນມາດຕະການ ກະກຽມຄວາມພ້ອມໃນການຕອບໂຕ້ຕໍ່ການລະບາດພະຍາດດັ່ງກ່າວ.

ທ່ານ ພູທອນ ເມືອງປາກ ໃຫ້ຮູ້ເຖິງວຽກງານເຝົ້າລະວັງວ່າ: ຢູ່ຈຸດຜ່ານແດນ ແລະ ດ່ານສາກົນ ໄດ້ຕິດຕັ້ງກ້ອງວັດແທກອຸນຫະພູມ Thermor Scan ເປັນຕົ້ນ ດ່ານຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ, ດ່ານຂົວມິດຕະພາບ 4 ແຂວງບໍ່ແກ້ວ, ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ, ສະໜາມບິນຫຼວງພະບາງ, ສະໜາມບິນສະຫວັນນະເຂດ, ສະໜາມບິນຈໍາປາສັກ ແລະ ສະໜາມບິນວັດໄຕ. ພ້ອມນັ້ນ, ຍັງໄດ້ປະກອບເຄື່ອງວັດອຸນຫະພູມແບບມືຖື ( Infrared ) ຢູ່ທຸກດ່ານສາກົນ ແລະ ບາງດ່ານທ້ອງຖິ່ນ ເຊັ່ນ: ດ່ານປ່າຄາ, ດ່ານບ້ານມອມ, ດ້ານພູຫຼັກຄຳ, ພ້ອມທັງໄດ້ອົບຮົມພະນັກງານແພດໝໍໄປປະຈຳດ່ານ ເພື່ອກັ່ນກອງຜູ້ທີ່ເດີນທາງເຂົ້າມາລາວຢູ່ຕາມດ່ານຕ່າງໆເຫຼົ່ານັ້ນ. ນອກຈາກນັ້ນ, ກໍຍັງໄດ້ກະກຽມຫ້ອງແຍກດ່ຽວໄລຍະລໍຖ້າສຳລັບຄົນທີ່ມີອາການເຂົ້າກັບນິຍາມພະຍາດ COVID – 19 ແລະ ກະກຽມນຳສົ່ງກໍລະນີສົງໄສໄປໂຮງໝໍທີ່ກຳນົດໄວ້.