MVT16 ນໍ້າເຜີ້ງ ສາວງາມຈາກຄະນະວິທະຍາສາດສັງຄົມ ມາພ້ອມຄວາມໝັ້ນໃຈເຕັມທີ່ໃນເວທີປະກວດ

130

ຂໍແນະນໍານຶ່ງສາວງາມ MVT 16 ນໍ້າເຜີ້ງ ວົງສາ ປັດຈຸບັນອາຍຸໃດ້ 21 ປີ ຢູ່ບ້ານອີ່ໄລ ເມືອງນາຊາຍທອງ ແຂວງນະຄອນຫຼວງວຽງຈັນ, ໜຶ່ງໃນຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020.

ປັດຈຸບັນກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ສາຂາການໂຮງແຮມ.

ນໍ້າເຜີ້ງບອກວ່າ: ເຫດຜົນທີ່ເລືອກເຂົ້າມາປະກວດເວທີນີ້ ກໍເພາະວ່າ ຢາກຫາສິ່ງໃໝ່ໆໃຫ້ກັບຊີວິດ, ຢາກຈະເຜີຍແຜ່ວັດທະນະທຳໃຫ້ກັບຊາວຕ່າງຊາດໄດ້ຮູ້ ເຖິງວ່າຜ່ານມາຍັງບໍ່ເຄີຍຜ່ານງານໃນວົງການບັນເທິງຫັຍງເລີຍ ແລະ ເວທີກໍເປັນເວທີທຳອິດຂອງຊີວິດນ້ອງ,

ນ້ອງຈະນໍາເອົາຄວາມສາມາດຂອງນ້ອງເຊັ່ນ ການຟ້ອນ, ເຕັ້ນ, ຮ້ອງເພງ ແລະ ເດີນແບບ, ບວກກັບຄວາມໝັ້ນໃຈໃນໂຕເອງສູງ ແລະ ຄວາມຕັ້ງໃຈໝັ້ນຝຶກຝົນໃນສິ່ງທີ່ທາງກອງປະກວດສອນ ເປັນທີ່ຕັ້ງເພື່ອຈະຊະນະທັງ 19 ນາງສາວໄດ້ 555 …

ສ່ວນໂຕນ້ອງແລ້ວເປັນຄົນທີ່ມີໂລກໂຕສ່ວນໂຕສູງ ກ່ອນທີ່ຈະມາປະກວດນ້ອງມັກຈະຫຼິ້ນນຳແຕ່ກັບໝູ່ທີ່ສະນິດເທົ່ານັ້ນ, ແຕ່ການມາປະກວດໃນເວທີນີ້ມັນເຮັດໃຫ້ນ້ອງເປີດກວ້າງໂລກຂອງນ້ອງຫຼາຍຂື້ນ ແລະ ເຮັດໃຫ້ນ້ອງມີອັດທະຍາໃສທີ່ດີຫຼາຍຂື້ນ ມີໝູ່ໃໝ່ໆ, ມີປະສົບການດີໆ ກ້າເວົ້າກ້າລົມກັບຄົນອື່ນໆ ແລະ ມັນກໍເປັນຄວາມຮູ້ສຶກທີ່ດີໃນການສ້າງມິດຕະພາບ, ໃຊ້ຊີວິດຮ່ວມກັບຄົນອື່ນໆໄດ້,

ເຄັດລັບຮັກສາສຸຂະພາບຄືພັກຜ່ອນໃຫ້ພຽງພໍ, ກິນອາຫານທີ່ມີປະໂຫຍດຕໍ່ກັບຮ່າງກາຍ, ເວລາວ່າງນ້ອງມັກຮ້ອງເພງນຳໝູ່ ແລະ ເຕັ້ນ.

ນ້ອງບໍມີສະເປັກຕາຍໂຕແຕ່ສຳຫຼັບນ້ອງເອງນ້ອງຂໍແຕ່ຜູ້ຊາຍທີ່ບໍມີ 3 ສິ່ງນີ້ຄື ຫຼິ້ນການພະນັນ, ຕິດສິ່ງມືນເມົາ ແລະ ທຳຮ້າຍຮ່າງກາຍ.

ນ້ອງເປັນລູກສາວຫຼ້າ ມີອ້າຍຄົນໜຶ່ງ, ເປົ້າໝາຍໃນອານາຄົດນ້ອງເປັນຜູ້ຫຍິງຄົນ 1 ທີ່ຢາກເຮັດວຽກໃນຝັນ ຫຼື ມີທຸລະກິດເປັນຂອງໂຕເອງ ນ້ອງຢາກເປັນຜູ້ຍິງທີ່ສາມາດເປັນຜູ້ນຳໄດ້ ແລະ ສາມາດຫາເງິນລ້ຽງຄອບຄົວນ້ອງໄດ້.