ມາຮູ້ຈັກກັບ ນັນຕາລີ ເວທີນາງສາວນະຄອນຫຼວງ

124

ນັນ ນັນຕາລີ ຈາກຄວາມຝັນທີ່ຈະເຂົ້າຮ່ວມປະກວດໃນເວທີນາງສາວນະຄອນຫຼວງວຽງຈັນ ເຊິ່ງໄດ້ສານຝັນສໍາເລັດອີກຂັ້ນໜຶ່ງຄືເຂົ້າຮອບ 20 ຄົນສຸດທ້າຍ ໃນເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ແລະ ເປັນການສ້າງໂອກາດໃຫ້ກັບຕົນເອງໃນການສະແດງຄວາມສາມາດ.

ນັນຕາລີ ທະນົນໄຊ ຫຼື ນັນ MVT04 ອາຍຸ 20 ປີ ໃຫ້ສໍາພາດວ່າ: ປັດຈຸບັນກຳລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ພາກວິຊາສື່ສານມວນຊົນ ປີທີ 3 ອາໄສຢູ່ບ້ານປັກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຫຼັງຈາກທີ່ຕົນເອງໄດ້ເຂົ້າຮອບ 20 ຄົນສຸດທ້າຍ ໃນເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ກໍໄດ້ເລີ່ມເຮັດກິດຈະກຳຮ່ວມກັບໝູ່ເພື່ອນ ແລະ ກຽມເກັບຄະແນນກ່ອນຈະເຖິງຮອບສຸດທ້າຍ.

ຕົນເອງກໍມີຜົນງານດ້ານການບັນເທີງຜ່ານມາ ເຊັ່ນ: ເຄີຍຖ່າຍປົກວາລະສານວັນນະສິນ, ຖ່າຍໂຄສະນາປຶ້ມດີບຸກ ແລະ ມີງານເດີນແບບຕ່າງໆ ແຕ່ຍັງບໍ່ເຄີຍເຂົ້າປະກວດເວທີໃດມາກ່ອນ ແຕ່ເຄີຍເຂົ້າຝຶກອົບຮົມການເດີນແບບກັບສະໂມສອນວັດທະນະທຳສິນໄຊ ໃນປີ 2017 ແລະ ໄດ້ຮັບລາງວັນຂວັນໃຈຊ່າງພາບຈາກສະໂມສອນດັ່ງກ່າວ.

ເມື່ອມີປະສົບການໃນວຽກງານບັນເທີງໃນລະດັບໜຶ່ງ ຈຶ່ງຕັດສິນໃຈເຂົ້າຮ່ວມປະກວດ ເພາະເວທີນີ້ເປັນເວທີອັນຊົງກຽດ ແລະ ຍິ່ງໃຫຍ່ທີ່ເປີດໂອກາດໃຫ້ຫຼາຍຄົນໄດ້ມາສະແດງຄວາມຮູ້, ຄວາມສາມາດຂອງຕົນ, ຄັດເລືອກເອົາຜູ້ທີ່ມີຄວາມພ້ອມທາງດ້ານບຸກຄະລິກກະພາບ ແລະ ພ້ອມໃນການປະຕິບັດໜ້າທີ່ໃນແຕ່ລະປີ ເຊິ່ງຕົນເອງກໍມີຄວາມຝັນທີ່ຈະເຂົ້າປະກວດເວທີນາງສາວນະຄອນຫຼວງມາຫຼາຍປີ ໂດຍເຫັນຫຼາຍຄົນກໍປະສົບຜົນສຳເລັດຈາກເວທີນີ້ ແລະ ຢາກປະສົບຜົນສຳເລັດຄືເຂົາເຈົ້າ.

ຍ້ອນຕົນເອງມີເປົ້າໝາຍໃນຊີວິດວ່າການໄດ້ເຮັດຕາມ ຄວາມຝັນທີ່ຫວັງໄວ້ໃນສິ່ງທີ່ຕົນຮັກ ແລະ ເພື່ອພິສູດຕົນເອງໃນເລື່ອງທີ່ຄິດວ່າຕົນເອງເຮັດບໍ່ໄດ້ໃຫ້ປະສົບຜົນສຳເລັດ ເພື່ອເປັນການສ້າງຄວາມສຸກຂອງຊີວິດໃນອະນາຄົດ ສ່ວນຄວາມຄາດຫວັງໃນເວທີນີ້ເຊື່ອວ່າຢ່າງໜ້ອຍທີ່ສຸດກໍໄດ້ມິດຕະພາບ, ປະສົບການ ແລະ ຄວາມຮູ້ໃໝ່ໆ.

ເວທີນີ້ຈະເຮັດໃຫ້ຕົນເອງສະແດງຄວາມສາມາດອອກມາໄດ້ດີທີ່ສຸດ ເພາະເປັນການນຳສະເໜີຮີດຄອງປະເພນີ, ການນົບໄຫວ້, ຮອຍຍິ້ມ ແລະ ວາຈາ. ສໍາລັບເຄັດລັບໃນການຮັກສາສຸຂະພາບແມ່ນກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍ; ເວລາວ່າງສ່ວນໃຫຍ່ຈະອອກກຳລັງກາຍ ແລະ ໄປທ່ຽວສະຖານທີ່ຕ່າງໆທີ່ຍັງບໍ່ເຄີຍໄປ.

ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນໄດ້ທາງແຟນເພຈ໌: Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງ ນ້ອງນັນ MVT04 ໄດ້ທາງ      ເຟສບຸ໊ກສ່ວນຕົວ: Nanhtaly Thanonxay.

[ ຂ່າວ: ນຸ້ມນິ້ມ; ຮູບ: Nanhtaly Thanonxay ]