“ ກະຮູ້ຢູ່ ” ເພງໃໝ່ຂອງ ໜຸ່ມໂຊນ່ານ ແຈັກເກັດ

87

ພາຍຫຼັງທີ່ ໜຸ່ມໂຊນ່ານ ແຈັກເກັດ ໄດ້ອອກເພງຄູ່ໄປໃນຕົ້ນປີ 2020 ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ. ຫຼ້າສຸດ, ກໍໄດ້ປ່ອຍເພງໃໝ່ອອກມາໃຫ້ໄດ້ຮັບຟັງກັນໄປເປັນທີ່ຮຽບຮ້ອຍແລ້ວ ຕາມຄໍາຮຽກຮ້ອງຕ້ອງການຂອງແຟນເພງທີ່ລໍຖ້າເພງດ່ຽວທີ່ມີເນື້ອຫາຊຶ້ງໆເອົາໃຈຄົນຜິດຫວັງໃນຄວາມຮັກໃນປີນີ້ກັບຜົນງານເພງທີ່ມີຊື່ວ່າ: “ ກະຮູ້ຢູ່ ”.

ໂຊນ່ານ ແຈັກເກັດ ໃຫ້ສໍາພາດກັບທີມຂ່າວ ເສດຖະກິດ – ການຄ້າວ່າ: ເພງ “ ກະຮູ້ຢູ່ ” ເປັນອີກຜົນງານເພງໜຶ່ງທີ່ຕົນເອງຕັ້ງໃຈເຮັດອອກມາ ບໍ່ວ່າຈະເປັນການແຕ່ງເນື້ອຮ້ອງ ແລະ ທໍານອງດ້ວຍຕົນເອງ, ລວມທັງການປະສານກັບສຽງດົນຕີແບບເສົ້າໆ ເຮັດໃຫ້ເພງດັ່ງກ່າວເຂົ້າກັນແບບລົງຕົວ ແລະ ໄດ້ອາລົມຄົນຜິດຫວັງໃນ ຄວາມຮັກແບບສຸດໆ.

ໃຊ້ເວລາໃນການຜະລິດເກືອບ 1 ປີເຕັມ ( ການແຕ່ງເພງ, ທໍານອງ, ຮຽບຮຽງ, ຜະລິດດົນຕີ, ບັນທຶກສຽງ ແລະ ມິກສຽງ ) ຖືວ່າຜົນງານເພງນີ້ໄດ້ຕໍ່ຍອດຈາກເພງເກົ່າເພງ “ ຄືວ່າເດະ ” ໃນປີຜ່ານມາ ໂດຍມີເນື້ອຫາທີ່ຂ້ອນຂ້າງເຈັບປວດທັງທີ່ຮູ້ວ່າເຂົາບໍ່ຮັກແຕ່ກໍຍັງຮັກເຂົາ, ຮູ້ວ່າເຂົາມີໃໝ່ແຕ່ໃຈມັນກໍຍັງຕັດບໍ່ຂາດ, ບໍ່ຮູ້ວ່າເປັນຍ້ອນກໍາອັນໃດຈຶ່ງເຮັດໃຫ້ຮັກຄັ້ງນີ້ລືມບໍ່ລົງ ແລະ ຍັງຄິດຮອດແຕ່ຄົນເກົ່າ.

ກວ່າຈະມາເປັນຜົນງານເພງນີ້ໄດ້ມີການລວບລວມເອົາບັນດາອາລົມ ແລະ ຄວາມຮູ້ສຶກຈາກຄົນອ້ອມຂ້າງ ໂດຍສະເພາະກໍແມ່ນໝູ່ເພື່ອນທີ່ມັກຈະພົບກັບຄວາມຮັກທີ່ບໍ່ຄ່ອຍຈະສົມຫວັງພໍປານໃດເຖິງແມ່ນວ່າຈະຮັກ ແລະ ທຸ່ມເທໃຫ້ເຂົາພຽງໃດສຸດທ້າຍກໍຍັງຖືກຖິ້ມ. ເຊື່ອວ່າເພງນີ້ອາດຈະຖືກກັບໃຜອີກຫຼາຍຄົນຢ່າງແນ່ນອນ ແລະ ໃນມໍ່ໆນີ້ຈະມີມິວສິກປະກອບເພງອອກມາໃຫ້ໄດ້ຮັບຊົມກັນຢ່າງແນ່ນອນ.

ສຸດທ້າຍ, ຂໍຝາກຜົນງານເພງໃໝ່ “ ກະຮູ້ຢູ່ ” ໄວ້ໃນອ້ອມເອິກອ້ອມໃຈຂອງແຟນເພງທຸກຄົນແນ່ເດີເປັນອີກເພງໜຶ່ງທີ່ຕັ້ງໃຈເຮັດຫຼາຍ ແລະ ຢ່າລືມຕິດຕາມຜົນງານການເຄື່ອນໄຫວຂອງ ໜຸ່ມໂຊນ່ານ ໄດ້ທີ່ເຟສບຸ໊ກສ່ວນຕົວ: Sonarn Jacket Singer ພ້ອມດ້ວຍເພຈ໌ ແລະ ຢູທູບຊ່ອງ Toeng Studio.

( ຂ່າວ: ນຸ້ມນິ້ມ )

( ຮູບ: ໂຊນ່ານ )