ແຂວງວຽງຈັນ ເລືອກໄດ້ນັກຮຽນເກັ່ງ ຊັ້ນປ5, ມ4 ແລະ ມ7 ກຽມເຂົ້າຮ່ວມແຂ່ງຂັນລະດັບຊາດ

142

ໃນວັນທີ 22 ກຸມພາ 2020 ຜ່ານມາ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນປະຖົມ ປ5, ມັດທະຍົມສຶກສາ ມ4 ແລະ ມ7 ຂື້ນທີ່ໂຮງຮຽນ ມສໂພໝີ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ອ໊ອດ ແສງພິມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີ ທ່ານ ຈັນສົມ ແກ້ວມະນີວົງ ຫົວໜ້າສູນສຶກສານິເທດມັດທະຍົມ, ທ່ານ ປອ ຄໍາ ຂັນທະວີວອນ ຫົວໜ້າຂະແໜງສາມັນສຶກສາ, ພ້ອມດ້ວຍພະນັກງານວິຊາການ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 400 ກວ່າຄົນ.

ທ່ານ ອ໊ອດ ແສງພິມ ກ່າວວ່າ: ການສອບເສັງໃນຄັ້ງນີ້ແມ່ນເປັນການວັດແທກຄວາມຮູ້-ຄວາມສາມາດ ແລະ ພອນສະຫັວນຂອງນັກຮຽນ, ເປັນການປະເມີນລະດັບການຮຽນຂອງນັກຮຽນ ແລະ ການສິດສອນຂອງຄູ-ອາຈານ ເຊີ່ງມີນັກສອບເສັງເຂົ້າຮ່ວມທັງໝົດ 482 ຄົນ,ຍິງ 163 ຄົນ ແລະ ເປັນການສອບເສັງຄັດເລືອກນັກຮຽນເກັ່ງຜູ້ທີ່ໄດ້ທີ 1 ຂອງແຕ່ລະວິຊາ ຂອງຊັ້ນ ມ4 ແລະ ມ7 ເພື່ອເປັນຕົວແທນໃຫ້ແກ່ແຂວງວຽງຈັນ ໄປແຂ່ງຂັນໃນລະດັບທົ່ວປະເທດ ທີ່ກະຊວງສຶກສາທິການ ແລະ ກິລາ ຈັດຂື້ນ.

ຜ່ານການສອບເສັງຜູ້ຕິດອັນດັບ ທີ 1ແຕ່ລະວິຊາ ຄື: ຂັ້ນ ປະຖົມ ປ5 ວິຊາພາສາລາວ ໄດ້ອັນທີ 1 ໄດ້ແກ່ ນາງ ພູເພັດເຮືອງ ຢ່າທ້າວຕູ້, ວິຊາ ຄະນິດສາດອັນດັບທີ 1 ໄດ້ແກ່ ທ້າວ ວັນນະຄອນ ສຸລິວົງ ປຖ ໂນນສະຫວ່າງ, ເມືອງວຽງຄຳ, ວິຊາ ໂລກອ້ອມຕົວ ໄດ້ອັນດັບທີ 1 ໄດ້ແກ່ ທ້າວ ນາກຕະສິນ ອານຸລັກ ປຖ ໂນນສະຫວ່າງ, ເມືອງວຽງຄຳ

ຊັ້ນ ມ.4 ວິຊາພາສາລາວ – ວັນນະຄະດີ ອັນດັບທີ 1 ໄດ້ແກ່ ນາງ ອຸ້ງອິ້ງ ສຸລິເດດ ມາຈາກ ມສ ໂພນໝີ, ເມືອງວຽງຄຳ, ວິຊາ ເຄມີສາດ ອັນດັບທີ 1 ໄດ້ແກ່ ນາງ ປາຢີເຮີ, ມສ ໂຊກໄຊ ເມືອງໂພນໂຮງ, ວິຊາ ຄະນິດສາດ ອັນດັບທີ 1 ໄດ້ແກ່ ທ້າວ ໂອບີ ລໍ ມາຈາກ ມສ ຫຼັກ 52, ເມືອງໂພນໂຮງ, ວິຊາ ຟີຊິກສາດ ອັນດັບທີ 1 ໄດ້ແກ່ ທ້າວ ເພັງ ມົງລີ ມສ ຫີນເຫີບ ເມືອງຫີນເຫີບ ແລະ ວິຊາ ພາສາອັງກິດ ອັນດັບທີ 1 ໄດ້ແກ່ ທ້າວ ທິບພະກອນ ເມືອງວົງ ມາຈາກ ມສ ໂພນໝີ, ເມືອງວຽງຄຳ.

ສ່ວນຊັ້ນ ມ.7 ວິຊາພາສາລາວ – ວັນນະຄະດີ ອັນດັບທີ 1 ໄດ້ແກ່ ນາງ ຕາລີ່ ພົມມະຈັນ ມາຈາກ ມສ ໂພນໝີ, ເມືອງວຽງຄຳ, ວິຊາ ຄະນິດສາດ ອັນດັບທີ 1 ໄດ້ແກ່ ທ້າວ ສຸດທິເດດ ຊ້ອນທຳມະວົງ ມາຈາກ ມສ ໂພນໝີ, ເມືອງວຽງຄຳ, ວິຊາ ຟີຊິກສາດ ອັນດັບທີ 1 ໄດ້ແກ່ ທ້າວ ຟົງເຮີ ເຍ່ຍປ່າວເຮີ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ, ວິຊາ ເຄມີສາດ ອັນດັບທີ 1 ໄດ້ແກ່ ທ້າວ ທອງຊົ່ງ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ ແລະ ວິຊາ ພາສາອັງກິດ ອັນດັບທີ 1 ໄດ້ແກ່ ທ້າວ ເສັງຢ່າງ ກັ່ວເນັງ ມສ ຫຼັກ 52, ເມືອງໂພນໂຮງ

ສຳລັບນັກຮຽນເກັ່ງອັນດັບທີ1 ຊັ້ນ ມ.4 ແລະ ມ.7 ຈຳນວນ 4 ວິຊາ ແມ່ນຈະເປັນນັກຮຽນຕົວແທນທົ່ວແຂວງວຽງຈັນເຂົ້າຮ່ວມສອບເສັງນັກຮຽນເກັ່ງ ລະດັບຊາດ ໃນມໍໆ ນີ້.

ທີ່ມາ: ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ.