ສູດຂົ້ວກະເພົາປາ

61

ຜັກກະເພົາສາມາດໃຊ້ເປັນຢາບຳລຸງທາດ, ແກ້ເຈັບທ້ອງບິດ, ທ້ອງອືດ, ລົດກົດໃນກະເພາະ, ແກ້ອາການຈຸກທ້ອງ, ແກ້ປວດຮາກ, ຫຼຸດຜ່ອນການບິດໂຕຂອງລຳໄສ້ ພ້ອມທັງຊ່ວຍປິ່ນປົວບາດແຜໃນກະເພາະອາຫານ ແລະ ຊ່ວຍຍ່ອຍໄຂມັນໄດ້ນຳ.

ສ່ວນປະສົມ:

1 ຊີ້ນປາ 500 ກຣາມ ( ສາມາດໃຊ້ປາຊະນິດໃດກໍໄດ້ຕາມໃຈມັກ ).

2 ຜັກກະເພົາ 2 ຖ້ວຍນ້ອຍ.

3 ນ້ຳຕານ 1 ບ່ວງກາເຟ.

4 ນ້ຳມັນຫອຍ 3 ບ່ວງແກງ.

5 ນ້ຳສະອິວ 1/2 ບ່ວງແກງ.

6 ນ້ຳປາ 1/2 ບ່ວງກາເຟ.

7 ໝາກເຜັດຕຳ ຫຼື ສັບ 1 ບ່ວງແກງ.

8 ກະທຽມສັບ 2 ບ່ວງແກງ.

9 ໝາກເຜັດໃຫຍ່ 3 ໜ່ວຍ.

ໝາຍເຫດ: ສາມາດໃສ່ຜັກອື່ນໆຕື່ມໄດ້ຕາມໃຈຄືຂົ້ວກະເພົາທົ່ວໄປ ເຊັ່ນ: ຫົວກະຣົດ, ຫົວຜັກບົ່ວໃຫຍ່ ຫຼື ໝາກຖົ່ວຍາວ.

ວິທີປຸງແຕ່ງ:

ນໍາປາມາລ້າງດ້ວຍນໍ້າເກືອຊອຍເປັນຕ່ອນພໍປະມານ ເມື່ອຮຽບຮ້ອຍເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງພໍຮ້ອນເອົາກະທຽມສັບ ແລະ ໝາກເຜັດສັບລົງຂົ້ວຈົນຫອມ ( ລະວັງແສບຕາ ຫຼື ດັງ ) ຈຶ່ງເອົາປາລົງພ້ອມປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ, ນ້ຳສະອິວ ແລະ ນ້ຳມັນຫອຍຂົ້ວໃຫ້ເຂົ້າກັນ   ( ຖ້າມັນແຫ້ງເກີນໄປກໍຕື່ມນ້ຳໃສ່ໜ້ອຍໜຶ່ງ ).

ຫຼັງຈາກນັ້ນ, ເອົາຜັກກະເພົາ ແລະ ໝາກເຜັດຊອຍລົງຂົ້ວໜ້ອຍໜຶ່ງຊີມລົດຊາດແລ້ວປົງລົງຕັກໃສ່ຈານໂຮຍໜ້າດ້ວຍຜັກກະເພົາຈືນກອບເສີບພ້ອມກັບເຂົ້າຈ້າວຮ້ອນໆແຖມດ້ວຍໄຂ່ດາວຕື່ມອີກກໍໄດ້.

( ຂໍ້ມູນຈາກ: Wongnai Cooking )

[ ຮຽບຮຽງ: ນຸ້ມນິ້ມ ]