ລາວໄດ້ຮັບທຶນ 3,4 ລ້ານເອີໂຣ ປົກປັກຮັກສາ ແລະ ພັດທະນາມໍລະດົກ

89

ສປປ ລາວ ໄດ້ຮັບທຶນ 3,4 ລ້ານເອີໂຣ ເພື່ອປົກປັກຮັກສາ ແລະ ພັດທະນາມໍລະດົກຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ທັງເປັນການຊຸກຍູ້ສົ່ງເສີມຂະແໜງການທ່ອງທ່ຽວຢູ່ສອງແຂວງດັ່ງກ່າວ.

ວັນທີ 10 ກຸມພາ 2020 ອົງການພັດທະນາປະເທດຝຣັ່ງ ປະຈຳລາວ (AFD) ໄດ້ຮ່ວມກັບສະຖາບັນຝຣັ່ງພາກພື້ນຕາເວັນອອກໄກ (EFEO) ໄດ້ຈັດພິທີເຊັນສັນຍາສະໜອງງົບປະມານໃຫ້ແກ່ໂຄງການປົກປັກຮັກສາ ແລະ ພັດທະນາມໍລະດົກທີ່ຈັດຕັ້ງປະຕິບັດຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ຜູ້ອຳນວຍການອົງການ AFD ແລະ ສະຖາບັນ EFEO ພ້ອມດ້ວຍບັນດາແຂກຕ່າງໆເຂົ້າຮ່ວມ.

ທ່ານ Matthieu Bommier ຜູ້ອຳນວຍການ AFD ກ່າວວ່າ: ວັດພູຈໍາປາສັກ ເປັນມໍລະດົກໂລກສຳຄັນຫຼາຍຢ່າງ ບໍ່ວ່າຈະເປັນມໍລະດົກທາງດ້ານບູຮານຄະດີ, ມໍລະດົກທາງດ້ານສະຖາປັດຕະຍະກຳ, ມໍລະດົກທີ່ບໍ່ມີຕົວຕົນ ແລະ ມໍລະດົກທາງດ້ານທຳມະຊາດ ເຊິ່ງເປັນທ່າແຮງສຳຄັນຕໍ່ວຽກງານທ່ອງທ່ຽວ ແຕ່ມາຮອດປັດຈຸບັນຍັງບໍ່ທັນເປັນທີ່ຮັບຮູ້ ຫຼື ຍັງບໍ່ທັນໄດ້ຮັບການສົ່ງເສີມ ແລະ ເຜີຍແຜ່ເທົ່າທີ່ຄວນໃຫ້ນັກທ່ອງທ່ຽວທົ່ວໂລ.

ພ້ອມກັນນັ້ນ, ນັກທ່ອງທ່ຽວທີ່ມາທ່ຽວສ່ວນຫຼາຍບໍ່ໄດ້ພັກຄ້າງຄືນຢູ່ທີ່ນັ້ນ ເຮັດໃຫ້ປະຊາຊົນທ້ອງຖິ່ນບໍ່ຄ່ອຍໄດ້ຮັບຜົນປະໂຫຍດຈາກທ່າແຮງການທ່ອງທ່ຽວ. ນອກນັ້ນ, ແຂວງສະຫວັນນະເຂດ ເປັນເຂດທີ່ມີປະຊາກອນຫຼາຍທີ່ສຸດໃນລາວ ແລະ ມີທ່າແຮງດ້ານການທ່ອງທ່ຽວທາງດ້ານປະຫວັດສາດ ແລະ ວັດທະນະທຳທີ່ອຸດົມສົມບູນ ລວມເຖິງຊັບສົມບັດໃນສະໄໝລາຊະອານາຈັກສີໂຄດຕະບູນ ໃນສະຕະວັດທີ 7-10.

ດັ່ງນັ້ນ, ອົງການ AFD ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ຮ່ວມກັນເກັບກໍາຂໍ້ມູນຕ່າງໆ ເພື່ອພັດທະນາໃຫ້ເປັນທ່າແຮງການທ່ອງທ່ຽວ ແລະ ຮຽນຮູ້ ໂດຍໂຄງການ ມີມູນຄ່າທັງໝົດ 6 ລ້ານເອີໂຣ ແລະ ມີຊື່ວ່າ CHAMPA ເຊິ່ງການເຊັນສັນຍາຄັ້ງນີ້ມີມູນຄ່າທັງໝົດ 3,4 ລ້ານເອີໂຣ ແລະ ອີກຈຳນວນ 2,6 ລ້ານເອີໂຣ ຈະເຊັນກັບກະຊວງແຜນການ ແລະ ການລົງທຶນໃນມໍ່ໆນີ້ ໂດຍມອບໃຫ້ຝ່າຍລາວ ແລະ ສະຖາບັນ EFEO ເປັນຜູ້ຮ່ວມຈັດຕັ້ງປະຕິບັດ.

ທ່ານຍັງກ່າວຕື່ມວ່າ: ພາຍຫຼັງ 20 ປີ ໃນການຮ່ວມມືທີ່ມີຜົນສຳເລັດອັນພົ້ນເດັ່ນໃນຂົງເຂດວຽກງານປົກປັກຮັກສາມໍລະດົກຢູ່ແຂວງຫຼວງພະບາງ ພວກເຮົາເຊື່ອໝັ້ນວ່າຄວາມຮູ້ທາງດ້ານວິຊາການ ແລະ ປະສົບການອັນຍາວນານຂອງສະຖາບັນ EFEO ໃນອາຊີກໍຄືລາວ ແລະ ອັງກໍວັດ ໃນກຳປູເຈຍ ຈະສາມາດຊອກຮູ້ປະຫວັດ ແລະ ຍົກສູງຄວາມເຂົ້າໃຈຕໍ່ຄຸນຄ່າມໍລະດົກຢູ່ 2 ແຂວງດັ່ງກ່າວ ເພື່ອໃຫ້ສາມາດປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໃຫ້ດີຂຶ້ນ.

ທ່ານ Christophe Marquet ຜູ້ອຳນວຍການ EFEO ກ່າວວ່າ: ສະຖາບັນ EFEO ເປັນສະຖາບັນທີ່ເຮັດວຽກໃນການຄົ້ນຄວ້າວັດຖຸບູຮານໃນລາວມາເປັນເວລາດົນນານ ໂດຍເນັ້ນໃສ່ການສົ່ງເສີມ, ຖ່າຍທອດ ແລະ ແລກປ່ຽນວິຊາການໃນຂັ້ນສູນກາງ ແລະ ທ້ອງຖິ່ນໃນຂົງເຂດມໍລະດົກ ເພື່ອເນັ້ນໃຫ້ການສະໜັບສະໜູນການສຶກສາ ແລະ ຍົກລະດັບຄວາມເຂົ້າໃຈທາງດ້ານມໍລະດົກ ຄຽງຄູ່ກັບການພັດທະນາທີ່ສົມດຸນ ແລະ ຍືນຍົງ.

ນອກນັ້ນ, ພວກເຮົາຈະສະໜັບສະໜູນການສ້າງແຜນພັດທະນາທ່ອງທ່ຽວ ເພື່ອສ້າງ ແລະ ພັດທະນາແຫຼ່ງທ່ອງທ່ຽວໃໝ່ຕື່ມໃນການຊຸກຍູ້ໃຫ້ນັກທ່ອງທ່ຽວຂະຫຍາຍເວລາພັກເຊົາໃຫ້ດົນຂຶ້ນ ເຊິ່ງເອື້ອອຳນວຍໃຫ້ແກ່ການສ້າງເສດຖະກິດທ້ອງຖິ່ນ ພ້ອມສະໜັບສະໜູນການວາງສະ ແດງວັດຖຸມີຄ່າທີ່ຄົ້ນພົບຢູ່ 2 ແຂວງດັ່ງກ່າວ ຄຽງຄູ່ກັບການບູລະນະປັບປຸງຫໍພິພິທະພັນແຂວງ.