ທ່ານລັດຖະມົມຕີ ຮສສ ລົງພາກໃຕ້ ຊີ້ນຳຂະແໜງກ່ຽວຂ້ອງໃຫ້ກວດກາເຂັ້ມງວດບັນຫາແຮງງານ

68

ໃນລະຫວ່າງວັນທີ 5-7ກຸມພາ 2020ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດ ວຽກຢູ່ບັນດາແຂວງພາກໃຕ້ (ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກ) ພ້ອມມີທິດຊີ້ນຳໃຫ້ຂະແໜງແຮງງານເອົາໃຈໃສ່ຕິດຕາມກວດກາວຽກງານທີ່ຕົນຮັບຜິດຊອບເປັນຕົ້ນລົງເຜີຍແຜ່ລະບຽບການໃຫ້ຫົວໜ່ວຍຜູ້ໃຊ້ແຮງງານ, ກັ່ນຕອງ ແລະໃຫ້ຄວາມຮູ້ແກ່ແຮງງານລາວທີ່ຈະໄປເຮັດວຽກຢູ່ຕ່າງປະເທດບໍ່ໃຫ້ຕົກເປັນເຫຍື່ອຂອງການຂ້າມະນຸດ ໃນເວລາດຽວກັນ ຕ້ອງກວດກາເຄັ່ງຄັດແຮງງານຕ່າງປະເທດທີ່ມາເຮັດວຽກໃນແຂວງຂອງຕົນ ໃຫ້ເຄື່ອນໄຫວຢ່າງຖືກຕ້ອງຕາມລະບຽບຫຼັກການ.

ໃນລະຫວ່າງທີ່ທ່ານ ຄຳແພງ ໄຊສົມແພງ ລົງເຄື່ອນໄຫວເຮັດວຽກນັ້ນ ທ່ານແມ່ນໄດ້ຮັບການລາຍງານສະພາບການໂດຍລວມຂອງວຽກງານແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແຕ່ລະແຂວງ, ຫຼັງຈາກນັ້ນທ່ານຈິ່ງມີຄຳເຫັນຊີ້ນຳໃຫ້ບັນດາພະແນກ ຮສສ ແຂວງ ຕ້ອງໄດ້ສຸມໃສ່ສ້າງກໍາລັງແຮງງານໃຫ້ມີສີມື ກໍຄື ການພັດທະນາສີມືແຮງງານ ໃຫ້ເປັນຂະບວນການກວ້າງຂວາງ ແລະ ເຂົ້າສູ່ມາດຕະຖານ ໂດຍການປະສານສົມທົບບັນດາຂະ ແໜງການ ທັງພາກລັດ ແລະ ເອກະຊົນ ເນື່ອງຈາກຄວາມຕ້ອງການແຮງງານທີ່ມີສີມືຈຳນວນຫຼາຍ ຖ້າຫາກແຮງງານໄດ້ຮັບການຝຶກອາຊີບ, ສ້າງສີມືແຮງງານແລ້ວ ກໍສາມາດຊອກວຽກເຮັດງານທຳໄດ້ ບໍ່ຈຳ ເປັນໄປອອກແຮງງານຢູ່ຕ່າງປະເທດ.

ເຖິງຢ່າງໃດກໍຕາມ ທ່ານກ່າວວ່າ: ການເຄື່ອນຍ້າຍແຮງງານ ກໍບໍ່ສາມາດປະຕິເສດໄດ້ ພະແນກ width=”700″ /> ຮສສ ພວກເຮົາ ຕ້ອງເອົາໃຈໃສ່ ປ້ອນຂໍ້ມູນຄວາມຮູ້ທີ່ກ່ຽວຂ້ອງ ພ້ອມທັງເປັນໃຈກາງອຳນວຍຄວາມສະດວກ ເພື່ອສະກັດກັ້ນບໍ່ໃຫ້ ແຮງງານຕົກເຂົ້າໃນຂະບວນການຄ້າມະນຸດ ທີ່ຕົວະຍົວະຫຼອກລວງແຮງງານ ໄປກົດຂີ່ຂູດຮີດ, ວຽກງານຊວ່ຍເຫຼືອສົງເຄາະ, ເປັນຕົ້ມການຕອບໂຕຮັບມືໄພພິບັດທາງທຳມະຊາດ.

ພ້ອມກັນນັ້ນ ກໍຕ້ອງເອົາໃຈໃສ່ລົງເຜີຍແຜ່ໂຄສະນາ ບັນດາເອກະສານ ນິຕິກຳ ກ່ຽວກັບແຮງງານ ໃຫ້ຫົວໜ່ວຍແຮງງານໃນທົ່ວແຂວງ, ຕິດຕາມແກ້ໄຂ ບັນຫາຄວາມບໍ່ຍຸຕິທຳ ໃນການໃຊ້ແຮງງານ ໂດຍໃຫ້ມີການກວດກາຫົວໜ່ວຍແຮງງານເປັນປົກກະຕິ ໃຫ້ປະຕິບັດຕາມກົດລະບຽບແຮງງານ, ສັນຍາແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ. ສຳລັບແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກ ກໍໃຫ້ມີການກວດກາຄືນ ລະບົບການ ສະເໜີເອົາໂກຕ້າຂອງຫົວໜ່ວຍແຮງງານ ເພື່ອບໍ່ໃຫ້ມີຮູບແບບນາຍໜ້າ ສະເໜີເອົາແຮງງານທີ່ບໍ່ຖືກເປົ້າໝາຍ, ເລ່ລ້ອນ ເປັນຈຳນວນຫຼາຍເຂົ້າເຮັດວຽກ.

ນອກນັ້ນ ກໍຍັງມີວຽກນະໂຍບາຍຕໍ່ຜູ້ມີຜົນງານ, ວຽກປະກັນສັງຄົມ ວຽກງານກວດກູ້ ແລະ ທຳລາຍລະເບີດລູກວານທີ່ຍັງບໍ່ທັນແຕກຕົກຄ້າງຢູ່ພາກໃຕ້ຂອງລາວ, ວຽກງານກາແດງການຊວ່ຍເຫຼືອບໍລິຈາກເລືອດຢ່າງເປັນປົກກະຕິສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະອື່ນໆ.

ໂອກາດທີ່ ທ່ານ ຄຳແພງ ໄຊສົມແພງ ພ້ອມຄະນະ, ລົງຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ໄດ້ຖືໂອກາດມອບເຄື່ອງຊວ່ຍເຫຼືອໃຫ້ ບັນດາ 4 ແຂວງ. ໃນນັ້ນລວມມີ: ແຂວງສະວັນ, ເຊກອງ ໄດ້ຮັບເຄື່ອງນຸ່ງຫົ່ມແຂວງລະຈຳນວນ 100 ແກັດ ລວມເປັນເງິນ 150 ລ້ານກີບ, ເກືອກິນ 3 ໂຕນ ເປັນເງິນ 9 ລ້ານກີບ ລວມທັງໝົດ 159 ລ້ານກວ່າກີບ, ແຂວງອັດຕະປືເຄື່ອງນຸ່ງຫົ່ມ 30 ແກັດ ມູນຄ່າ 45 ລ້ານກີບ, ເງິນ 30 ລ້ານ, ລວມທັງໝົດ 75 ລ້ານກີບ ແລະ ແຂວງຈຳປາສັກ ໄດ້ຮັບເຄື່ອງນຸ່ງຫົ່ມ 100 ແກັດ ມູນຄ່າ 150 ລ້ານກີບ, ເກືອກິນ 2,5 ໂຕນມູນຄ່າ 7 ລ້ານກວ່າກີບ ລວມທັງໝົດ 157 ລ້ານກວ່າກີບ.

(ຈາກ: ຂ່າວສານ ຮສສ)