ວາງສະແດງສິນຄ້າຍີ່ປຸ່ນ ເພື່ອສົ່ງເສີມການຄ້າ ລາວ – ຍີ່ປຸ່ນ

76

ອົງການສົ່ງເສີມການຄ້າຍີ່ປຸ່ນ ( ເຈັດໂທຣ ) ປະຈໍາ ສປປ ລາວ ໄດ້ຈັດງານວາງສະແດງສິນຄ້າຍີ່ປຸ່ນ ຄັ້ງທີ 4 ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ໂດຍເປີດໂອກາດໃຫ້ບັນດາບໍລິສັດລາວ ແລະ ຍີ່ປຸ່ນ ໄດ້ເຈລະຈາຮ່ວມມືດ້ານທຸລະກິດການຄ້າເຊິ່ງກັນ ແລະ ກັນ ລວມທັງໃຫ້ປະຊາຊົນລາວສາມາດໄດ້ຮັບຮູ້ ແລະ ບໍລິໂພກ – ອຸປະໂພກສິນຄ້າຍີ່ປຸ່ນ ຫຼາຍຂຶ້ນ.

ທ່ານ ເຄັນອິຈິໂລ ຢະມະດະ ຜູ້ຕາງໜ້າອົງການເຈັດໂທຣ ວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 6 ກຸມພາ ວ່າ: ການວາງສະແດງສິນຄ້າຍີ່ປຸ່ນ ຄັ້ງທີ 4 ເປັນການເປີດໂອກາດໃຫ້ປະຊາຊົນລາວໄດ້ຮຽນຮູ້ ແລະ ສຳຜັດກັບສິນຄ້າຍີ່ປຸ່ນ ເປັນຕົ້ນເຄື່ອງບໍລິໂພກ – ອຸປະໂພກ, ເຄື່ອງສຳອາງ, ອາຫານສຸຂະພາບ ແລະ ຢາ ເຊິ່ງງານໄດ້ຈັດຂຶ້ນໃນຕອນບ່າຍ ລະຫວ່າງ ວັນທີ 6 – 8 ກຸມພາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1.

ງານວາງສະແດງສິນຄ້າຍີ່ປຸ່ນໃນຄັ້ງນີ້ ປະກອບມີທັງໝົດ 13 ບໍລິສັດ ທີ່ນຳສິນຄ້າມາຮ່ວມວາງສະແດງ ແລະ ເພື່ອຊອກຫາຄູ່ຮ່ວມມືທາງທຸລະກິດ ເພື່ອນໍາເອົາຜະລິດຕະພັນຈາກຍີ່ປຸ່ນ ມາຈຳໜ່າຍໃນ ສປປ ລາວ ແລະ ນໍາເອົາສິນຄ້າກະສິກຳຂອງລາວ ໄປຈໍາໜ່າຍທີ່ຍີ່ປຸ່ນ ໂດຍໃນວັນທີ 6 ກຸມພາ 2020 ບັນດາບໍລິສັດໄດ້ພົບປະເຈລະຈາທາງດ້ານການຄ້າ. ໃນນັ້ນ, ໄດ້ມີຫຼາຍບໍລິສັດໄດ້ຕົກລົງກັນຮ່ວມມືເປັນຕົວແທນຈຳໜ່າຍ ລວມເຖິງຮ່ວມມືເປັນຖານຜະລິດເລີຍ.

ທ່ານຍັງໃຫ້້ຮູ້ຕື່ມວ່າ: ການຈັດງານວາງສະແດງສິນຄ້າຍີ່ປຸ່ນ ແມ່ນຈະຈັດ 2 ປີຕໍ່ຄັ້ງ, ມາຮອດປັດຈຸບັນໄດ້ຈັດເປັນ ຄັ້ງທີ 4 ແລ້ວ ເຊິ່ງທາງອົງການເຈັດໂທຣ ກໍເຫັນວ່າປະຊາຊົນລາວ ໄດ້ມີຄວາມສົນໃຈຕໍ່ສິນຄ້າຍີ່ປຸ່ນ ຫຼາຍຂຶ້ນໂດຍສະເພາະແມ່ນບໍລິໂພກອາຫານ – ວັດຖຸດິບຍີ່ປຸ່ນ ຫຼາຍຂຶ້ນ ເປັນຕົ້ນ: ປູອັດ, ປາໝຶກ, ປາຮາມາຈິ, ສາຫຼ່າຍ, ປາແຊ່ແຂງ, ເຄື່ອງປຸງ, ເຂົ້າໜົມຫວານຍີ່ປຸ່ນ ແລະ ອື່ນໆ. ນອກນັ້ນ, ຍັງນໍາໃຊ້ເຄື່ອງສຳອາງຍີ່ປຸ່ນ ຫຼາຍຂຶ້ນເລື້ອຍໆອັນເນື່ອງມາຈາກສະພາບເສດຖະກິດຂອງປະຊາຊົນລາວດີຂຶ້ນ ຖ້າທຽບໃສ່ 8 ປີກ່ອນ.