ຫຼວງນ້ຳທາ ເກັບລາຍຮັບໄດ້ລື່ນແຜນ

270

ປີ 2019 ຜ່ານມາ ແຂວງຫຼວງນ້ຳທາ ໄດ້ຮັບມອບໝາຍຈັດເກັບລາຍຮັບໃຫ້ໄດ້ 400 ກວ່າຕື້ກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເຮັດໄດ້ລື່ນແຜນກວ່າ 80 ຕື້ກີບ.

ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນແຂວງຫຼວງນ້ຳທາລາຍງານຕໍ່ກອງສະຫຼຸບການເຄື່ອນໄຫວວຽກງານການເງິນ ປະຈໍາປີ 2019 ແລະ ວາງທິດທາງແຜນການ 2020 ຂະແໜງການເງິນແຂວງຫຼວງນໍ້າທາ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດລາຍຮັບງົບປະມານລວມລາຍຮັບສູນກາງ ແລະ ທ້ອງຖິ່ນ, ແຜນການປີ 2019 ຈໍານວນ 413,23 ຕື້ກີບ, ແຜນດັດແກ້ 410,29 ຕື້ກີບ, ປະຕິບັດໄດ້ 494,92 ຕື້ກີບ, ລື່ນແຜນ 84,64 ຕື້ກີບ, ລາຍຮັບພູດສູນກາງແຜນການປີ 309,16 ຕື້ກີບ, ປະຕິບັດໄດ້ 361,52 ຕື້ກີບ, ລື່ນແຜນ 52,36 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 34,49%

ລາຍຮັບພູດທ້ອງຖິ່ນແຜນການປີ 104,07 ຕື້ກີບ, ແຜນການດັດແກ້ 101,13 ຕື້ກີບ, ປະຕິບັດໄດ້ 133,40 ຕື້ກີບ ເທົ່າກັບ 131,91%, ຂອງແຜນການດັດແກ້, ລື່ນແຜນ 32,27 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 19,04%, ການຈັດຕັ້ງປະຕິບັດເກັບລາຍຮັບຂັ້ນແຂວງແຜນການປີ 81,79 ຕື້ກີບ, ແຜນດັດແກ້ 81,23 ຕື້ກີບ, ປະຕິບັດໄດ້ 111,04 ຕື້ກີບ ເທົ່າກັບ 136,69% ຂອງແຜນການດັດແກ້.

ໃນນັ້ນ, ລາຍຮັບສ່ວຍສາອາກອນແຜນການປີ 77,49 ຕື້ກີບ, ປະຕິບັດໄດ້ 101,61 ຕື້ກີບ, ລາຍຮັບຄຸ້ມຄອງຊັບສິນຂອງລັດແຜນການປີ 4,30 ຕື້ກີບ, ປະຕິບັດໄດ້ 9,24 ຕື້ກີບ, ການຈັດຕັ້ງປະຕິບັດເກັບລາຍຮັບຂັ້ນເມືອງແຜນການ 22,28 ຕື້ກີບ, ແຜນດັດແກ້ 19,89 ຕື້ກີບ, ປະຕິບັດໄດ້ 22,36 ຕື້ກີບ, ສ່ວນລາຍຮັບສ່ວຍສາອາກອນແຜນການປີ 19,32 ຕື້ກີບ, ແຜນດັດແກ້ 16,93 ຕື້ກີບ, ປະຕິບັດໄດ້ 19,28 ຕື້ກີບ, ລາຍຮັບຄຸ້ມຄອງຊັບສິນຂອງລັດແຜນການປີ 2,96 ຕື້ກີບ, ປະຕິບັດໄດ້ 3,08 ຕື້ກີບ

ສາເຫດຕົ້ນຕໍທີ່ປະຕິບັດລາຍຮັບໄດ້ລືນແຜນ ຄື: ລາຍຮັບພູດສູນກາງທີ່ປະຕິບັດຢູ່ຂັ້ນແຂວງໄດ້ຈາກຄ່າທໍານຽມຄົນເຂົ້າປະເທດວີຊາກັບດ່ານ ເນື່ອງຈາກວ່າປີ 2019 ເປັນປີທ່ອງທ່ຽວ ລາວ – ຈີນ ມີນັກທ່ອງທ່ຽວເຂົ້າ – ອອກເມືອງເພີ່ມຂຶ້ນຖ້າທຽບໃສ່ປີຜ່ານມາ, ຂັ້ນແຂວງຈັດເກັບໄດ້ຈາກການມອບພັນທະອາກອນກໍາໄລ ແລະ ອາກອນມູນຄ່າເພີ່ມຂອງໂຄງການກໍ່ສ້າງຊົນລະປະທານ, ນໍ້າມະ, ນໍ້າຢ້າ

ການມອບພັນທະອາກອນຈາກ ບໍລິສັດ ໂທລະຄົມມະນາຄົມ ແລະ ການສື່ສານສາຂາແຂວງຫຼວງນໍ້າທາ, ໂຄງການຂຸດຄົ້ນຖ່ານຫີນເມືອງວຽງພູຄາ, ຂັ້ນເມືອງຄຸ້ມຄອງຈັດເກັບໄດ້ຈາກລາຍຮັບພາສີທີ່ດິນ, ການເດີນສໍາຫຼວດ ແລະ ການຂຶ້ນສໍາມະໂນທີ່ດິນຄືນໃໝ່, ຕິດພັນກັນການເກັບພາສີທີ່ດິນຜ່ານລະບົບທະນາຄານ, ໄດ້ຈາກໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນເມືອງ, ການຈັດຕັ້ງປະຕິບັດລາຍຈ່າຍງົບປະມານແຜນການປີ 367,61 ຕື້ກີບ, ແຜນການດັດແກ້ 364,64 ຕື້ກີບ ປະຕິບັດໄດ້ 342,43 ຕື້ກີບ ເທົ່າກັບ 93,15% ຂອງແຜນການປີ ເທົ່າກັບ 93,91% ຂອງແຜນດັດແກ້.
ທິດທາງແຜນການຕໍ່ໜ້າແມ່ນຈະສືບຕໍ່ຈັດຕັ້ງປະຕິບັດແຜນລາຍຮັບງົບປະມານລວມລາຍຮັບພູດສູນກາງ ແລະ ທ້ອງຖິ່ນ ຈໍານວນ 496,86 ຕື້ກີບ ທຽບໃສ່ແຜນການປີ 2019 ເພີ່ມຂຶ້ນ 2,24%.

ຂ່າວ: ກິ່ນນາລົມ