ກອງຄຸ້ມຄອງພາສີ V ເກັບລາຍຮັບບໍ່ບັນລຸເປົ້າ

147

ໃນປີ 2019 ຜ່ານມາ ກອງຄຸ້ມຄອງພາສີ V ( ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ ) ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບປະມານ 4.100 ຕື້ກວ່າກີບ ແຕ່ການປະຕິບັດຕົວຈິງເຮັດໄດ້ພຽງ 87,47%. ດ້ານຫົວໜ້າກອງຄຸ້ມຄອງພາສີ V ເຜີຍມີຫຼາຍສາເຫດທີ່ເຮັດໃຫ້ເກັບລາຍຮັບບໍ່ໄດ້ຕາມເປົ້າໝາຍ.

ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງຄຸ້ມຄອງພາສີ V ໃຫ້ຮູ້ວ່າ: ໃນປີ 2019 ຜ່ານມາກອງຄຸ້ມຄອງພາສີ V ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າໂດຍສະເພາະການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ອັນທີ່ພົ້ນເດັ່ນສາມາດຢຶດໄດ້ຫຼາຍຄະດີ ເປັນຕົ້ນ: ຄະດີປະເພດຢາໄອສ໌ຈໍານວນ 30,4 ກິໂລ, ຄະດີປະເພດເງິນບາດ 20 ລ້ານບາດ, ເງິນໂດລາ 501.168 ໂດລາສະຫະລັດ, ເງິນອົສຕາລີ 4.470 ໂດລາອົສຕາລີ, ເງິນເອີໂຣ 3.145 ເອີໂຣ, ປະເພດງາຊ້າງ 3 ທ່ອນ ນໍ້າໜັກ 0,6 ກິໂລ, ປະເພດນໍແຮດ 18 ທ່ອນ ນ້ຳໜັກ 28,1 ກິໂລ. ນອກນັ້ນ, ຍັງມີປະເພດໄມ້ຫວງຫ້າມ ແລະ ພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງນໍາອີກດ້ວຍ.

ສ່ວນວຽກງານວິຊາສະເພາະໃນປີ 2019 ກອງຄຸ້ມຄອງພາສີ V ໄດ້ຮັບຕົວເລກແຜນການຈໍານວນ 4.100 ຕື້ກີບ ກວມເອົາ 54,52% ຂອງລາຍຮັບພາສີທົ່ວປະເທດ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ 3.586 ຕື້ກວ່າກີບ ເທົ່າກັບ 87,47% ຂອງແຜນການປີ, ຖ້າທຽບໃສ່ປີ 2018 ຜ່ານມາປະຕິບັດໄດ້ 3.577 ຕື້ກວ່າກີບ ( ລື່ນແຜນການປີ 0,21% ຄິດເປັນເງິນ 8,5 ຕື້ກີບ ); ໃນນັ້ນສະເພາະນະຄອນຫຼວງວຽງຈັນ ໄດ້ຮັບຕົວເລກແຜນປີ 2019 ຈໍານວນ 3.424,8 ຕື້ກີບ ປະຕິບັດໄດ້ 3.033 ຕື້ກວ່າກີບ ເທົ່າກັບ 88,56% ຂອງແຜນການປີ, ແຂວງບໍລິຄໍາໄຊ ແຜນປີ 2019 ຈໍານວນ 670 ຕື້ກວ່າກີບ ປະຕິບັດໄດ້ 547,3 ຕື້ກວ່າກີບ ເທົ່າກັບ 81,62% ຂອງແຜນການປີ, ແຂວງວຽງຈັນ ແຜນການປີ ຈໍານວນ 4,6 ຕື້ກີບ ປະຕິບັດໄດ້ 6,04 ຕື້ກວ່າກີບ ເທົ່າກັບ 131,36%.

ທ່ານ ທອງພັດ ລາດຊະວົງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ສາມາດສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ສາເຫດທີ່ພາໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການ ຍ້ອນແຜນການຕົວເລກລາຍຮັບສູງ ກວມເອົາ 54,52% ຂອງຕົວເລກພາສີທົ່ວປະເທດ, ການນໍາເຂົ້າສິນຄ້າເຄື່ອງຂອງເຫັນວ່າຫຼຸດລົງຖ້າທຽບໃສ່ປີ 2018 ສະເພາະຢູ່ດ່ານພາສີສາກົນຂົວມິດຕະພາບ I ການນໍາເຂົ້ານໍ້າມັນເຊື້ອໄຟຫຼຸດລົງ ເປັນເງິນ 188 ຕື້ກວ່າກີບ, ພາຫະນະຈໍານວນ 162 ຄັນ, ການນໍາເຂົ້າສິນຄ້າເຄື່ອງໃຊ້ໄຟຟ້າ, ເຄື່ອງກໍ່ສ້າງຫຼຸດລົງ 22 – 23%.

ນອກນັ້ນ, ການນໍາເຂົ້າສິນຄ້າສ່ວນໃຫຍ່ໃນຮູບແບບການລົງທຶນບັນດາໂຄງການຕ່າງໆ ແມ່ນໄດ້ຮັບການຍົກເວັ້ນຄ່າພາສີ – ອາກອນຕາມກົດໝາຍການລົງທຶນຂອງລັດ ແລະ ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ສິນຄ້າເຄື່ອງຂອງທີ່ນໍາເຂົ້າ – ສົ່ງອອກສ່ວນຫຼາຍຢູ່ໃນຂອບຫຼຸດຜ່ອນອັດຕາພາສີ ທີ່ເປັນສິນຄ້າສົ່ງເສີມການຜະລິດຕະພັນພາຍໃນສໍາເລັດຮູບ, ການປູກຝັງ, ການລ້ຽງສັດ, ການເໜັງຕີງຂອງຄ່າເງິນກີບກັບເງິນຕາຕ່າງປະເທດ ເຮັດໃຫ້ຜູ້ປະກອບການນໍາເຂົ້າສິນຄ້າຫຼຸດລົງຍ້ອນຂາດສະພາບຄ່ອງທາງດ້ານການເງິນ.

ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນປີ 2020 ຂອງກອງຄຸ້ມຄອງພາສີ V ທີ່ໄດ້ຮັບມອບໝາຍຈໍານວນ 4.435,4 ຕື້ກີບ ເຊິ່ງກວມເອົາ 54% ຂອງລາຍຮັບຂະແໜງພາສີທົ່ວປະເທດ, ຄະນະກອງຄຸ້ມຄອງພາສີ V, ຄະນະດ່ານພາສີຊາຍແດນໄດ້ວາງຫຼາຍມາດຕະການ ເປັນຕົ້ນ: ສຶກສາອົບຮົມທາງດ້ານການເມືອງ – ແນວຄິດໃຫ້ແກ່ສະມາຊິກພັກ – ພະນັກງານດ້ວຍຫຼາຍຮູບແບບໄດ້ຢ່າງທົ່ວເຖິງ ໂດຍຖືເອົາແບບແຜນວິທີການເຄື່ອນໄຫວວຽກງານເປັນຫຼັກ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະກອງຄຸ້ມຄອງ, ກອງກວດກາພາສີປະຈໍາແຂວງ ແລະ ຂະແໜງສ້າງເປັນແຜນວຽກແຜນງານ, ແຕ່ງຕັ້ງຄະນະຕິດຕາມກວດກາ, ກວດການຮອບດ້ານ, ແກ້ໄຂວຽກງານໃຫ້ມີຄວາມຄ່ອງຕົວໄວຂຶ້ນ, ມີການປຶກສາຫາລືເປັນເອກະພາບກັນ, ຮ່ວມກັນແກ້ໄຂໃຫ້ຖ່ວງທັນເວລາ, ເລັ່ງທວງໜີ້ຄ້າງ IM8 ທີ່ສາມາດເກັບລາຍຮັບຄືນໄດ້ເພື່ອຊໍາລະສະສາງ, ສິນຄ້າຄ້າງສາງກາຍກໍານົດ, ຄະດີຄ້າງຊໍາລະສະສາງ, ພາຫະນະຮິບຄ້າງການປະມູນ ແລະ ອື່ນໆ.