ໄອຊີບີຊີ ກຽມຫຼາຍກິດຈະກໍາໃນຫ້າງ PARKSON ໃຫ້ລູກຄ້າເລີ່ມ 30 ມັງກອນ

194

ໂອກາດດີໆແກ່ລູກຄ້າຂອງ ທະນາຄານໄອຊີບີຊີ ມາຮອດແລ້ວ, ເມື່ອທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ( ICBC ) ສາຂານະຄອນຫຼວງວຽງຈັນ ຮ່ວມມືກັບຫ້າງ PARKSON ຈັດໂປຣໂມຊັນສຸດພິເສດ ພ້ອມດ້ວຍຫຼາກຫຼາຍກິດຈະກໍາໃຫ້ທຸກທ່ານໄດ້ສໍາຜັດໄດ້ແລ້ວໃນວັນທີ 30 ມັງກອນ ຫາ 1 ກຸມພາ 2020 ນີ້ ທີ່ຫ້າງ PARKSON ຖະໜົນຄູວຽງ ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ການຈັດກິດຈະກໍາດັ່ງກ່າວກໍເພື່ອໂຄສະນາເຜີຍແຜ່ໃຫ້ແກ່ມວນຊົນຮັບຮູ້ ທະນາຄານໄອຊີບີຊີ, ມີການຮ່ວມມືເຊັນສັນຍາການເປັນລູກຄ້າຄູ່ຮ່ວມສັນຍາ, ນຳໃຊ້ເຄື່ອງ POS ຂອງ ທະນາຄານໄອຊີບີຊີ, ຍົກລະດັບຊື່ສຽງຂອງທະນາຄານໃນຕະຫຼາດໃຫ້ສູງຂຶ້ນ ແລະ ໃຫ້ລູກຄ້າໄດ້ຮູ້ຈັກ ທະນາຄານໄອຊີບີຊີ ໃຫ້ຫຼາຍຂຶ້ນ. ນອກນັ້ນ, ຖືໂອກາດໄລຍະເປີດຫ້າງ PARKSON ໃໝ່ນີ້ເພື່ອຊອກຮູ້ລູກຄ້າທີ່ນຳໃຊ້ບັດຂອງ ທະນາຄານໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ແລະ ຍັງເປັນການກະຕຸ້ນໃຫ້ລູກຄ້າຜູ້ຖືບັດ ທະນາຄານໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ນຳໃຊ້ບັດໃນທ້ອງຕະຫຼາດໃຫ້ຫຼາຍຂຶ້ນກວ່າການໃຊ້ເງິນສົດ. ພ້ອມດຽວກັນນັ້ນ, ຍັງເປັນການຍົກລະດັບການນຳໃຊ້ເຄື່ອງຮູດບັດຂອງ ທະນາຄານໄອຊີບີຊີ ສາຂານະຄອນຫຼວງວຽງຈັນ.

ພາຍໃນງານຈະມີຫຼາກຫຼາຍກິດຈະກໍາໃຫ້ຜູ້ເຂົ້າຮ່ວມໄດ້ສໍາຜັດ ແລະ ເປີດປະສົບການໄປນໍາກັນ ດັ່ງນີ້:

1 ກິດຈະກໍາຮູດບັດແລກຮັບຄູປອງແທນເງິນສົດ:

ລູກຄ້າທີ່ຊໍາລະສິນຄ້າຜ່ານການຮູດບັດເຂດຮ້ານຄ້າຂອງ PARKSON ນະຄອນຫຼວງວຽງຈັນ, ຊື້ສິນຄ້າຄົບຮອດ 5 ແສນກີບ ຫາ 1 ລ້ານກີບ ມອບຄູປອງແທນເງິນສົດຈໍານວນ 1 ແສນກີບ, ເມື່ອຄົບຈໍານວນ 1 ລ້ານກີບມອບຄູປອງແທນເງິນສົດຈໍານວນ 2 ແສນກີບ ເຊິ່ງການມອບຄູປອງແທນເງິນສົດສູງສຸດເຖິງ 1 ລ້ານກີບຕໍ່ລາຍການ ອີງຕາມໃບບິນຮູດບັດລູກຄ້າເປັນຫຼັກ, ບໍ່ສາມາດນໍາເອົາໃບບິນຂ້າມຫຼາຍໃບມາໄລ່ລວມກັນ, ໂປຣໂມຊັນນີ້ແມ່ນຈໍາກັດໃນເຂດຮ້ານຄ້າຂອງຫ້າງ PARKSON ນະຄອນຫຼວງວຽງຈັນ ທີ່ມີການຊໍາລະສິນຄ້າຜ່ານການຮູດບັດ ແລະ ການນຳໃຊ້ບັດ ທະນາຄານໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ( ບັດເດບິດ, ບັດເຄຣດິດ ) ເທົ່ານັ້ນ ເຊິ່ງກໍານົດເວລານໍາໃຊ້ຄູປອງແທນເງິນສົດຈົນຮອດວັນທີ 29 ກຸມພາ 2020.

2 ກິດຈະກຳເປີດບັນຊີຮັບຂອງຂວັນ:

ໃນເຂດບໍລິການຂອງຫ້າງ PARKSON ຈະມີບູ໊ດປະຊາສຳພັນໃຫ້ສອບຖາມຂໍ້ມູນ, ໃນແຕ່ລະມື້ຈະມີການຈັດແບ່ງພະນັກງານໄປເຝົ້າບູ໊ດ ເພື່ອໃຫ້ຂໍ້ມູນລູກຄ້າ ແລະ ກວດເອກະສານເປີດບັນຊີ, ລູກຄ້າສາມາດນໍາເອົາໃບບິນທີ່ຊໍາລະສິນຄ້າ ພ້ອມບັດປະຈໍາຕົວຕົ້ນສະບັບນໍາມາຍື່ນແບບຟອມຂໍເປີດບັນຊີ ທະນາຄານໄອຊີບີຊີ ໄດ້ທີ່ບູ໊ດແລກຮັບຂອງແຖມ ( ເອກະສານເປີດບັນຊີປະກອບມີ: ສຳເນົາບັດປະຈໍາຕົວ, ໃບຄໍາຮ້ອງຂໍເປີດບັນຊີ, ໃບກວດສອບຂໍ້ມູນລູກຄ້າ ແລະ ລາຍເຊັນລູກຄ້າ ) ຫຼັງຈາກນັ້ນພະນັກງານ ທະນາຄານໄອຊີບີຊີ ຈະໂທແຈ້ງລູກຄ້າທີ່ເງື່ອນໄຂເໝາະສົມເຂົ້າໄປດໍາເນີນການເປີດບັນຊີທີ່ ທະນາຄານໄອຊີບີຊີ. ຫຼັງຈາກນັ້ນ, ຫາກເປີດບັນຊີສໍາເລັດແລ້ວ ແລະ ຖ້າລູກຄ້າເຮັດທຸລະກໍາການໂອນເງິນພາຍໃນທະນາຄານຜ່ານມືຖື ກໍຈະໄດ້ຮັບຂອງແຖມ ຫຼື ຂອງລາງວັນໃນວົງເງິນບໍ່ເກີນ 10 ໂດລາ ເຊິ່ງຈະກຳນົດແຈກໃນຂອບເຂດ 200 ອັນ ແຈກຈົນກວ່າຈະໝົດ.

ນອກຈາກນີ້, ຜູ້ເຂົ້າຮ່ວມກິດຈະກໍາທີ່ຫ້າງພາກຊັນ ຍັງຈະໄດ້ລຸ້ນຮັບຂອງລາງວັນຕ່າງໆທີ່ມີມູນຄ່າສູງເຖິງ 1 ຕື້ກີບ, ພ້ອມນີ້ ພຽງກົດຕິດຕາມໜ້າເພຈ໌ ພາກຊັນລາວ ( Parkson laos ) ໃນເຟສບຸ໊ກພ້ອມແທັກໝູ່ 5 ຄົນ ແລ້ວແຊຣ໌ໄປ 3 ກຸ່ມ ພ້ອມແຄັບຮູບທີ່ຕົນເອງແຊຣ໌ແລ້ວສະແດງຄວາມຄິດເຫັນລົງໃນໂພສທີ່ພາກຊັນໂພສໄວ້ ກໍມີສິດລຸ້ນຮັບບັດຂອງຂວັນມູນຄ່າ 50.000 ກີບ ຫາ 500.000 ກີບ.

ພິເສດສໍາລັບ 66 ຄົນທໍາອິດທີ່ເຂົ້າມາໃນຫ້າງດັ່ງກ່າວໃນເວລາ 9:30 ໂມງ ເປັນຕົ້ນໄປ ຂອງວັນທີ 30 ມັງກອນ 2020 ຈະໄດ້ຮັບບັດຂອງຂວັນ ມູນຄ່າ 50.000 ກີບ.

ຢ່າງໃດກໍດີ, ການຈັດກິດຈະກໍາດັ່ງກ່າວນີ້ຖືເປັນການຊອກຮູ້ລູກຄ້າທີ່ນຳໃຊ້ບັດຂອງ ທະນາຄານໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ແລະ ຍັງເປັນການກະຕຸ້ນໃຫ້ລູກຄ້າຜູ້ຖືບັດຂອງທະນາຄານ ໄດ້ນຳໃຊ້ບັດໃນທ້ອງຕະຫຼາດໃຫ້ຫຼາຍຂຶ້ນກວ່າການໃຊ້ແທນເງິນສົດ. ພ້ອມດຽວກັນນັ້ນ, ຍັງເປັນການຍົກລະດັບການນຳໃຊ້ເຄື່ອງຮູດບັດຂອງ ທະນາຄານໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ນໍາອີກ.