ຕ້ອງຂອບໃຈ ສ. ເກົາຫຼີກັບສະມາຄົມຫ້ອງນໍ້າໂລກທີ່ສ້າງໃຫ້ລາວ

77

ກ່ອນອື່ນຕ້ອງຂໍຂອບໃຈການຊ່ວຍເຫຼືອຈາກ ສ. ເກົາຫຼີ ຮ່ວມກັບ ສະມາຄົມ ຫ້ອງນໍ້າໂລກ (World Toilet Association, WTA) ທີ່ໄດ້ສ້າງຫ້ອງນໍ້າໃຫ້ກັບຊາວນະຄອນຫຼວງວຽງຈັນ ຫ້ອງນໍ້າ ເຊິ່ງເປັນບ່ອນປົດທຸກຂອງຫຼາຍໆຄົນ ໂດຍສະເພາະໃນສະຖານທີ່ສາທາລະນະຍິ່ງມີຄົນເຂົ້າໄປໃຊ້ຢ່າງຫຼວງຫຼາຍ.

ເມື່ອເຫັນໄດ້ແນວນັ້ນ ຫ້ອງນໍ້າໃນສະຖານທີ່ສາທາລະນະຄວນເປັນຫ້ອງນໍ້າທີ່ດີ, ສະອາດຢູ່ສະເໝີ ເຊິ່ງໄດ້ເລີ່ມການກໍ່ສ້າງຫ້ອງນໍ້າດັ່ງກ່າວມາຕັ້ງແຕ່ເດືອນສິງຫາ 2019 ແລະ ໄດ້ສ້າງສໍາເລັດ ຢ່າງສົມບູນໃນເດືອນ ທັນວາ ໂດຍໃຊ້ເວລາ 5 ເດືອນ.

ແລະ ມື້ນີ້ວັນທີ 20 ທັນວາ 2019 ກໍໄດ້ມີພິທີເປີດການນໍາໃຊ້ ຫ້ອງນໍ້າສາທາລະນະ ຢູ່ນະຄອນຫຼວງວຽງຈັນ ໂດຍເປັນຫ້ອງນໍ້າສາທາລະນະ ທີ່ມອບໃຫ້ໂດຍ ປະຊາຊົນເມືອງ Suwon ສ. ເກົາຫຼີ ຮ່ວມກັບ ສະມາຄົມ ຫ້ອງນໍ້າໂລກ (World Toilet Association, WTA)

ຫ້ອງນໍ້າດັ່ງກ່າວຕັ້ງຢູ່ດ້ານໃນຂອບເຂດຂອງວັດສີສະເກດ ເຊິ່ງເປັນວັດທີ່ເກົ່າແກ່ ໃນນະຄອນຫຼວງວຽງຈັນ ໃນເນື້ອທີ່ 27 ຕາແມັດ ແລະ ປະກອບໄປດ້ວຍ ຫ້ອງນໍ້າຊາຍ ຫ້ອງນໍ້າຍິງ ແລະ ຫ້ອງນໍ້າ ສໍາຫຼັບຄົນພິການ.

ໃນຫ້ອງນໍ້າຊາຍ ປະກອບມີ ຫ້ອງວິດຖ່າຍ ຈໍານວນ 3 ຫ້ອງ, ບ່ອນຖ່າຍເບົາ 2 ອັນ ແລະ ບ່ອນລ້າງມື ອີກສອງຈຸດ.

ສ່ວນຫ້ອງນໍ້າຍິງ ປະກອບດ້ວຍຫ້ອງວິດຖ່າຍ ຈໍານວນ 4 ຫ້ອງ ແລະ ບ່ອນລ້າງມື ສອງຈຸດ.

ສ່ວນຫ້ອງນໍ້າຄົນພິການ ແມ່ນມີຫ້ອງຖ່າຍ 1 ຫ້ອງ ແລະ ບ່ອນລ້າງມື 1 ຈຸດ.

ທ່ານ Kim Jong Hae ປະທານຂອງສະມາຄົມຫ້ອງນໍ້າໂລກ ໄດ້ບອກວ່າ “ພວກເຮົາ ມີຄວາມຮູ້ສຶກດີໃຈ ທີ່ຕໍ່ໄປ ນັກທ່ອງທ່ຽວ ທີ່ມາທ່ຽວ ນະຄອນຫຼວງວຽງຈັນ ຈະໄດ້ໃຊ້ຫ້ອງນໍ້າທີ່ສະອາດ”

ແຫລ່ງຂ່າວ: http://kor.theasian.asia/