ສໍາເລັດການແຂ່ງຂັນເທັນນິສນ້ຳດື່ມຫົວເສືອໂອເພັນ 2019 ສະຫຼອງຄົບຮອບ 44 ປີ

95

ການແຂ່ງຂັນເທັນນິສຮຸ່ນເຍົາວະຊົນຍິງ-ຊາຍແລະຮຸ່ນຊາວໜຸ່ມທົ່ວໄປລາຍການນ້ຳດື່ມກາຫົວເສືອໂອເພັນປະຈຳປີ 2019 ຊີງຂັນປະທານສະຫະພັນເທັນນິສແຫ່ງຊາດລາວເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 44 ປີລະຫວ່າງວັນທີ 2 ທັນວາ 1975 ຫາ 2 ທັນວາ 2019 ປິດສາກຢ່າງເປັນທາງການທີ່ສະໂມສອນເທັນນິສເຈົ້າອານຸວົງເມືອງຈັນທະບູລີນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດ ທີ່ຜ່ານມາ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າ ແລະ ມອບເງິນອຸປະຖໍ້າຈັດການແຂ່ງຂັນຈໍານວນ 61.515.000 ລ້ານກີບ ໂດຍ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຕ່າງໜ້າຝ່າຍມອບ,ສ່ວນຕາງໜ້າຝ່າຍຮັບໂດຍທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ, ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ, ນັກກີລາ ແລະ ນ້ອງໆເຍົາວະຊົນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ ການແຂ່ງຂັນຈັດຂຶ້ນລະຫວ່າງວັນທີ 22 ພະຈິກ – 13 ທັນວາ ປະກົດວ່າ:

1.ຮຸ່ນມືໃໝ່: ຊະນະເລີດ ທ້າວ ສອນມະໂນ ເຫຼືອງຄໍາມາ, ອັນດັບ 2 ກິດຕະພູມ ພົມມະສອນ ແລະ ອັນດັບ 3 ຄູນສະຫວັດດີ ສໍພາບມີໄຊ.

2.ຊາຍດ່ຽວ 10 ປີຊະນະເລີດ ອາທິດ ຄັດຊິນິດ, ທີ 2 ທະນະສອນ ຊິງບັນດິດ ແລະ ທີ 3 ກອງຄໍາ ພຽນວິຫານ.

3.ຊາຍດ່ຽວ 12 ປີຊະນະເລີດ ໄດມ່ອນ ບຸນທະລາ, ທີ 2 ສະລິສັກ ຄັດຊິນິດ ແລະ ທີ 3 ເຈົ້າ ໄຊສົມພອນ.

4.ຊາຍດ່ຽວ 14 ປີຊະນະເລີດ ສົມພອນ ຊົງບັນດິດ, ທີ 2 ໄດມ່ອນ ບຸນທະລາ ແລະ ທີ 3 ສຸລິສັກ ຄັດຊິນິດ

5.ຊາຍດ່ຽວ 16 ປີຊະນະເລີດ ລັດຕະນະສິນ ລັດຕະນະວົງ, ທີ 2 ວຽງທອງ ພຽນວິຫານ ແລະ ທີ 3 ສົມພອນ ຊົງບັນດິດ.

6.ຍິງດ່ຽວ 16 ປີຊະນະເລີດ ວັນວິໄລ ໄຊແພງທອງ, ທີ 2 ທິລະດາ ພົມມະຈັກ ແລະ ທີ 3 ສະວະນັນ ຮັກໜໍ່ລາດ.

7.ຄູ່ປະສົມຊະນະເລີດ ທ້າວ ສົມພອນ+ນາງ ທິລະດາ, ທີ 2 ທ້າວ ແມັກກີ້+ນາງ ວັນວິໄລ ແລະ ທີ 3 ທ້າວ ວຽງທອງ+ນາງ ສຸວະນັນ.

8.ຊາຍຄູ່ທົ່ວໄປສາຍ ກ ຊະນະເລີດ ອານັນດອນ+ອານັນດາ ແລະ ທີ 2 ສະຖາພອນ+ຈິດຕະກອນ

9.ຊາຍຄູ່ທົ່ວໄປສາຍ ຂ ຊະນະເລີດ ໂທນີ+ບຸນ ແລະ ທີ 2 ອິນທະນູ+ພູຫົງ

10.ຊາຍຄູ່ທົ່ວໄປສາຍ ຄ ຊະນະເລີດ ຄໍາເພັດ+ພຸດທະສັກ ແລະ ທີ 2 ຄໍາພັນ+ວົງແກ້ວ

(ຄໍາສອນ)