ສົ່ງກໍາລັງໃຈໃຫ້ຕົວແທນປະເທດ ຄົນທໍາອິດທີ່ຮ່ວມປະກວດ Miss Teen International 2019

141

ຮ່ວມລຸ້ນ ເຊຍ ແລະ ໃຫ້ກໍາລັງໃຈ ນ້ອງ ໂສລະຍາ ຄອນດີ ຫຼື ລິນ ມິສທີນຄົນທໍາອິດຂອງລາວ Miss Teen Laos 2019 (ໃນຄໍ່າຄືນວານນີ້ ວັນທີ 8 ກັນບາ 2019 ທີ່ສູນການຄ້າລາວໄອເຕັກ) ທັງເປັນຕົວແທນຈາກປະເທດລາວຄົນທໍາອິດ ເຂົ້າຮ່ວມການປະກວດເວທີ Miss Teen International2019 ທີ່ ປະເທດອິນເດຍ.

ການປະກວດເວທີລະດັບໂລກ Miss Teen International2019 ທີ່ ປະເທດອິນເດຍໃນຄັ້ງນີ້ ຮອບຕັດສິນແມ່ນໃນວັນທີ 20 ເດືອນ ທັນວາ ປີ 2019

ແລະ ປັດຈຸບັນ ນ້ອງ ໂສລະຍາ ໄດ້ເລີ່ມເຂົ້າຮ່ວມເກັບໂຕແລ້ວຕັ້ງແຕ່ວັນທີ 13 ທັນວາ ປີ 2019 ເພື່ອຮ່ວມເຮັດກິດຈະກໍາຕ່າງໆກັບບັນດາສາວໆຜູ້ເຂົ້າປະກວດ ເພື່ອເກັບຄະແນນ

ຮ່ວມໃຫ້ກຳລັງໃຈໃຫ້ໂສລະຍາ ຕົວແທນປະເທດ ໃຫ້ສ້າງພາກພູມໃຈ ແລະ ສະແດງໃຫ້ເຫັນເຖິງເອກະລັກຂອງລາວເຮົາໃນເວທີສາກົນຮ່ວມກັນຫຼາຍໆເດີ້