ທ່ຽວບໍ່ນໍ້າຮ້ອນ-ນໍ້າອຸ່ນ ແຂວງ ຫົວພັນ

406

ອາກາດເຢັນໆແບບນີ້ ສະຖານທີ່ທ່ອງທ່ຽວທີ່ເໝາະສົມຄົງເປັນບ່ອນທີ່ມີອາກາດອຸ່ນໆ ເຊິ່ງລາວເຮົາກໍມີສະຖານທີ່ແບບນັ້ນຢູ່ຫຼາຍ ໂດຍສະເພາະແມ່ນແຂວງພາກເໜືອ ມື້ນີ້ຂໍແນະນໍາ ບໍ່ນ້ຳພຸຮ້ອນທີ່ໃຫຍ່ທີ່ສຸດ ອຸນຫະພູມສູງທີ່ສຸດໃນ ລາວ ນັ້ນກໍຄື ບໍ່ນໍ້າຮ້ອນເມືອງຮ້ຽມ ແຂວງຫົວພັນ.

ອາກາດເຢັນໆແບບນີ້ລົງແຊ່ນໍ້າອຸ່ນໆກັບບັນຍາກາດທາງທໍາມະຊາດທີ່ສວຍສົດງົດງາມ ເຊິ່ງບໍ່ນໍ້າຮ້ອນເມືອງຮ້ຽມແຫ່ງນີ້ແມ່ນເກີດມາຈາກແຮ່ທາດທີ່ຢູ່ພື້ນດິນເຊິ່ງມີສັບພະຄຸນພິເສດໃນການປິ່ນປົວພະຍາດຜິວໜັງ ເປັນຕົ້ນແມ່ນຂີ້ຫິດ ແລະ ຂີ້ກາກ.

ດ້ວຍເຫດນີ້ ບໍ່ນໍ້າອຸ່ນ ແລະ ບໍ່ນໍ້າຮ້ອນແຫ່ງນີ້ຈຶ່ງເປັນທີ່ນິຍົມຂອງປະຊາຊົນແຂວງຫົວພັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ເປັນຕົ້ນໃນໄລຍະລະດູໜາວແບບນີ້ນັກທ່ອງທ່ຽວສາມາດອາບນໍ້າໄດ້ຢ່າງສະດວກສະບາຍ, ອາບໄດ້ດົນຕາມຄວາມພໍໃຈ ເພາະທາງບໍ່ນໍ້າອຸ່ນ ແລະ ບໍ່ນໍ້າຮ້ອນມີອ່າງອາບໄວ້ຄອຍໃຫ້ບໍລິການຕ້ອນຮັບການມາສຳຜັດຄວາມອຸ່ນທີ່ນີ້ຢູ່ແລ້ວ.

ບໍ່ນໍ້າຮ້ອນເມືອງຮ້ຽມ ຢູ່ທາງທິດຕາເວັນຕົກຂອງແຂວງຫົວພັນ ເຊິ່ງຕັ້ງຢູ່ຫ່າງຈາກເທສະບານເມືອງຊໍາເໜືອປະມານ155 ກິໂລແມັດ ແລະມີເສັ້ນທາງເຂົ້າເຖິງສະດວກສະບາຍສິ່ງທີ່ສໍາຄັນແມ່ນນອນຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າແອດ – ພູເລີຍເຊິ່ງເປັນຂົງເຂດທີ່ອ້ອມຮອບໄປດ້ວຍປ່າໄມ້ສີຂຽວສະອຸ້ມຕະຫຼອດປີພ້ອມທັງມີສັດສາວາສິ່ງຫຼາກຫຼາຍຊະນິດທີ່ເພິ່ນໄດ້ອະນຸລັກຮັກສາໄວ້ໃຫ້ນັກທ່ອງທ່ຽວໄດ້ຊົມ

ບໍ່ນໍ້າຮ້ອນແຫ່ງນີ້ມີອຸນຫະພູມສູງທີ່ສຸດໃນ ສປປ ລາວ ເຊິ່ງມີຄວາມຮ້ອນເຖິງ 100 ອົງສາ ແລະ ທ່ານໃດທີ່ມາທ່ຽວຊົມກໍສາມາດນໍາເອົາອາຫານບາງຢ່າງໄປຕົ້ມຫຼືລວກຈົນສຸກໄດ້ເຊັ່ນວ່າ: ໄຂ່, ໜໍ່, ຜັກຫຼືແມ່ນແຕ່ໄກ່ເປັນໂຕກໍສາມາດຕົ້ມຈົນສຸກໄດ້.

ນອກຈາກນີ້ແລ້ວໃນລະດູຮ້ອນກໍຍັງເປັນສະຖານທີ່ສໍາລັບໄປກິນເຂົ້າປ່າຫຼືຫຼິ້ນກິດຈະກໍາຕ່າງໆໄດ້ຢ່າງສະດວກສະບາຍອີກດ້ວຍ ບໍ່ນໍ້າແຫ່ງນີ້ເປີດໃຫ້ບໍລິການຕັ້ງແຕ່ 7:00 – 19:00 ໂມງທຸກໆວັນ!!!

ໃກ້ໆຈະຮອດປີໃໝ່ແລ້ວທ່ານໃດທີ່ວາງແຜນໄວ້ວ່າຈະໄປທ່ຽວທາງພາກເໜືອກໍລອງໄປທ່ຽວສະຖານທີ່ແຫ່ງນີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ

ຈາກ: https://www.targetlaos.com/