ໝຸນວຽນມາອີກຮອບ ເທດສະການງານບຸນເຂົ້າກອງໃຫຍ່ ເມືອງພຽງທີ່ທ່ານຄວນໄປສໍາຜັດ

143

ບໍ່ພໍເທົ່າໃດກໍຈະໃກ້ເຖິງງານບຸນ ຫຼື ເທດສະການງານບຸນເຂົ້າກອງໃຫຍ່ ເມືອງພຽງ ແຂວງ ໄຊຍະບູລີ ທີ່ຖືວ່າເປັນບຸນໃຫຍ່ປະຈໍາປີຂອງຊາງເມືອງພຽງ ປີນີ້ຈະຈັດຂຶ້ນເລີ່ມຕັ້ງແຕ່ວັນທີ 7-12 ມັງກອນສາຍບຸນບໍ່ຄວນພາດ ເພາະພາຍໃນແຕ່ລະມື້ມີຫຼາກຫຼາຍກິດຈະກັນໃຫ້ທ່ານໄດ້ຮ່ວມມ່ວນຊື່ນ ສໍາຜັດຮີດຄອງປະເພນີ້ພາຍໃນງານບຸນຢ່າງເຕັມອິ້ມ.

ເມືອງພຽງ ເປັນເມືອງໜຶ່ງໃນ 11 ເມືອງ ຂອງແຂວງ ໄຊຍະບູລີ, ປະກອບມີ 6 ຊົນເຜົ່າ, ຜົນລະເມືອງ 60 ພັນກວ່າຄົນ, ເປັນເມືອງທີ່ຖືວ່າມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ,

ປະຊາຊົນມີມູນເຊື້ອດຸໝັ່ນ, ຂະຫຍັນພຽນໃນການຜະລິດ ແລະ ມີຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຕັ້ງແຕ່ໃດໆມາ
ຊາວເມືອງພຽງຍຶດຖືອາຊີບປູກເຂົ້າ-ປູກພືດເປັນຕົ້ນຕໍ ແຕ່ລະປີພາຍຫຼັງທີ່ສໍາເລັດການເກັບກູ້ຜົນຜະລິດແລ້ວ ປະຊາຊົນໄດ້ພ້ອມກັນສະຫຼອງບຸນປະເພນີ ດ້ວຍການເຮັດເຂົ້າເປືອກ-ເຂົ້າສານ ໄປທານທີ່ວັດ ເພື່ອລະນຶກເຖິງບຸນຄຸນເຂົ້າ ແລະ ເປັນການເຕົ້າໂຮມທຶນຮອນ ເພື່ອປະຕິສັງຂອນວັດວາອາຣາມ.

ດັ່ງນັ້ນທາງຄະນະພັກ-ອໍານາດການປົກຄອງເມືອງຈຶ່ງໄດ້ຍົກລະດັບບຸນປະເພນີດັ່ງກ່າວຂຶ້ນເປັນງານເທດສະການ ລະດັບເມືອງ ແລະ ແຂວງໄຊຍະບູລີ ຕັ້ງແຕ່ປີ 2010 ເປັນຕົ້ນມາ ທີ່ຕິດພັນກັບຍຸດທະສາດຂອງເມືອງວາງອອກຄື

“ສ້າງເມືອງພຽງເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງສົ່ງອອກ ພັດທະນາການບໍລິການທາງຜ່ານ, ທ່ອງທ່ຽວທໍາມະຊາດ ແລະ ການທ່ອງທ່ຽວທີ່ເປັນມິດກັບທໍາມະຊາດ”

ແຕ່ລະປີໄດ້ຖືເອົາວັນທີ 9 ມັງກອນເປັນມື້ເປີດງານເທດສະການບຸນກອງເຂົ້າໃຫຍ່ປະຈໍາປີ, ເຊິ່ງພາຍໃນງານມີຫຼາກຫຼາຍກິດຈະກໍາເຊັ່ນ: ກິດຈະກໍາທາງສາສະໜາ, ພິທີແຫ່ເຂົ້າເປືອກ-ເຂົ້າສານ, ຂະບວນກ້ອນແຫ່ມະຫາຊົນບັນດາເຜົ່າ, ປະກວດນາງທິດາກອງເຂົ້າໃຫຍ່, ປະກວດນັກຮ້ອງສຽງດີ, ສິລະປະວັນນະຄະດີບັນດາເຜົ່າ, ກິລາພື້ນເມືອງ

ນອກນັ້ນກໍຍັງມີຕະຫຼາດນັດ, ສິນຄ້າໂອດ໊ອບຊາວບ້ານ, ກິດຈະກໍາຊົມວິຖີຊີວິດຂອງປະຊາຊົນບັນດາເຜົ່າ, ການອານຸລັກວັດທະນະທໍາ ແລະ ການທ່ອງທ່ຽວທີ່ເປັນມູນເຊື້ອ.

ກອງເຂົ້າໃຫຍ່ມີທັງໝົດ 9 ກອງ ສ້າງຂຶ້ນປີ 2010 ເຊິ່ງມີຄວາມໝາຍ ແລະ ຂະໜາດດັ່່ງນີ້:

ກອງເຂົ້າໃຫຍ່ 1 ກອງ ຂະໜາດກວ້າງ 16 ແມັດ, ສູງ 29 ແມັ້ ມີຄວາມໝາຍເຖິງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ໂດຍໃຕ້ການຊີ້ນໍາຂອງເລຂາຄະນະບໍລິຫານງານພັກເມືອງ ແລະ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ.

ກອງເຂົ້ານ້ອຍ 8 ກອງ, ຂະໜາດ 6 ແມັດ ສູງ 9 ແມັດ ມີຄວາມໝາຍວ່າ ເມືອງພຽງມີ 6 ເຜົ່າ ຢູ່ຮ່ວມກັນ.

ແລະ ກິດຈະກໍາໃນແຕ່ລະມື້ທີ່ທ່ານຈະໄດ້ສຊາຜັດຕະຫຼອດການຈັດງານມີດັ່ງໃນຮູບພາບນີ້: