ຮ່ວມສົ່ງກໍາລັງໃຈເຊຍ ສາວ ເມ ເນລະມິດ ໃນເວທີປະກວດ Miss World 2019 ທີ່ລອນດອນ

119

ໃກ້ເຂົ້າມາແລ້ວສໍາລັບຮອບຕັດສິນໃນເວທີປະກວດ Miss World 2019 ຈັດຂຶ້ນທີ່ລອນດອນ ວັນທີ 14 ທັນວາ 2019 ນີ້ ເຊິ່ງຕົວແທນປະເທດລາວເຂົ້າຮ່ວມການປະກວດຄັ້ງນີ້ກໍແມ່ນ ສາວ ເມ ເນລະມິດ ໄຊປັນຍາ World Laos 2019

.

ເນລະມິດ ສາວເມືອງກາສີ ແຂວງວຽງຈັນ ອາຍຸ19 ປີ, ປັດຈຸບັນຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ.

ນ້ອງເມໄດ້ກ່າວເຖິງເຄັດລັບການດູແລສຸຂະພາບວ່າ: ເມມັກເຂົ້າຟິດເນັດເປັນປະຈຳມັກຫຼິ້ນກິລາຕີດອກແລະທີ່ສຳຄັນເປັນທີ່ມັກດື່ມນ້ຳຫຼາຍອາດມີສ່ວນເຮັດໃຫ້ຜິວໃສຂຶ້ນ.

ສ່ວນຜົນງານວົງການບັນເທີງຜ່ານມາຂອງສາວເມກາມີຖ່າຍແບບຖ່າຍຣີວິວ ຖ່າຍວາລະສານ ເດີນແບບ ແລະ ຊີຣີ່ Badfriend.