ດ່ານພາສີສາກົນຂົວມິດຕະພາບ II ອາດເກັບລາຍຮັບບໍ່ບັນລຸເປົ້າ

138

ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ ໄດ້ຮັບມອບໝາຍໃນການຈັດເກັບລາຍຮັບໝົດປີ 533 ຕື້ກວ່າກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງໄລຍະ 10 ເດືອນ ບັນລຸພຽງ 404 ຕື້ກວ່າກີບ ເຊິ່ງຄາດຄະເນໝົດປີຈະເກັບລາຍຮັບບໍ່ບັນລຸເປົ້າ.

ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ໃຫ້ສຳພາດວ່າ: ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ ປະກອບມີ 4 ໜ່ວຍງານ ຄື: ໜ່ວຍງານຄຸ້ມຄອງການແຈ້ງ, ໜ່ວຍງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ໜ່ວຍງານຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານວຽກງານພາສີ, ມີ 1 ດ່ານທ້ອງຖິ່ນ, 4 ດ່ານປະເພນີຂຶ້ນກັບ ຄື: ມີດ່ານທ້ອງຖິ່ນທ່າເຮືອຜູ້ໂດຍສານ, ດ່ານປະເພນີເຊບັ້ງໄຟ, ດ່ານປະເພນີເຫຼົ່າໝາກຫູດ, ດ່ານປະເພນີດອນຫວາຍ ແລະ ດ່ານປະເພນີທ່າປະຊຸມ.

ສໍາລັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເກັບລາຍຮັບເຂົ້າງົບປະມານປີ2019 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຮັບແຜນການໃນການຈັດເກັບລາຍຮັບ 533 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ 404 ຕື້ກີບ ເທົ່າກັບ 94,72% ຂອງແຜນການ 10 ເດືອນຫຼຸດລົງ 5,28% ເນື່ອງຈາກວ່າການນໍາເຂົ້ານໍ້າມັນເຊື້ອໄຟຫຼຸດລົງ 9,23%, ການນໍາເຂົ້າລົດຫຼຸດລົງ 19,75% ຂອງແຜນການ 10 ເດືອນ, ການນໍາເຂົ້າລົດປີ 2018 ຈໍານວນ 714 ຄັນ, ມາປີ 2019 ການນໍາເຂົ້າລົດ 598 ຄັນ, ຫຼຸດລົງ 166 ຄັນ, ລາຍຮັບຈາກການນຳເຂົ້າລົດກວມເອົາ 15,75% ຂອງລາຍຮັບ 10 ເດືອນ ແລະ ການນໍາເຂົ້າຊິ້ນສ່ວນພາຫະນະ ແລະ ອາໄຫຼ່ກໍຫຼຸດລົງ 58,34% ເນື່ອງຈາກ ບໍລິສັດ ໂອໂຕເວີນ, ໂຄລາວ ດີວິລົບພິງ ຈໍາກັດ ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 1903/ກຜທ.ລທ2 ລົງວັນທີ 08 ສິງຫາ 2018 ຍົກເວັ້ນອາກອນມູນຄ່າເພີ່ມ 10%, ເກັບອາກອນຊົມໃຊ້ 5% ແລະ ໃນປີ 2019 ຖືກຍົກເວັ້ນ 33 ຕື້ກີບ.

ເຖິງແນວໃດກໍຕາມ, ເຖິງແມ່ນວ່າການນຳເຂົ້າສິນຄ້າບາງລາຍການຫຼຸດລົງ, ແຕ່ການເກັບລາຍຮັບຈາກຄ່າທໍານຽມເພີ່ມຂຶ້ນໃນແຜນການ 10 ເດືອນ 36 ຕື້ກີບ ປະຕິບັດໄດ້ 55 ຕື້ກີບ, ລາຍຮັບສິນຄ້າອຸປະໂພກບໍລິໂພກແຜນການ 10 ເດືອນ 75 ຕື້ກີບ, ປະຕິບັດໄດ້ 85 ຕື້ກີບ ເທົ່າກັບ 114,08% ແລະ ຄາດຄະເນເກັບລາຍຮັບໃນ 02 ເດືອນທ້າຍປີ 2019 ຈະເກັບໃຫ້ໄດ້ 90 ຕື້ກີບ ແລະ ຄາດຄະເນລາຍຮັບໝົດປີ 2019 ດ່ານພາສີສາກົນຂົວມິດຕະພາບ II ສູ້ຊົນເກັບລາຍຮັບໃຫ້ໄດ້ຢ່າງໜ້ອຍຈໍານວນ 510 ຕື້ກີບ ເທົ່າກັບ 95,68% ຂອງແຜນການປີ.

ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ເນັ້ນຕື່ມອີກວ່າ: ເພື່ອເຮັດໃຫ້ລາຍຮັບທີ່ຄາດຄະເນໄວ້ບັນລຸຕາມຄາດໝາຍ ຄະນະດ່ານພາສີສາກົນຂົວມິດຕະພາບ II ຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ພະນັກງານສະມາຊິກພັກໃຫ້ມີຄວາມໜັກແໜ້ນ, ມີສະຕິໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເພີ່ມທະວີວຽກງານກວດກາ, ຕິດຕາມການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ແຕ່ລະໜ່ວຍງານຢ່າງໃກ້ຊິດ, ຄຸ້ມຄອງການເກັບພາສີສິນຄ້າຍຸດທະສາດ ເຊັ່ນ: ນໍ້າມັນເຊື້ອໄຟ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ຄຸ້ມຄອງສິນຄ້ານໍາເຂົ້າຕາມໂຄງການສົ່ງເສີມການລົງທຶນ, ສິນຄ້າຜ່ານແດນ, ສິນຄ້ານໍາເຂົ້າ – ສົ່ງອອກ ແລະ ສິນຄ້າອື່ນໆ.

( ຂ່າວ – ຮູບໂດຍ: ກະຊວງການເງິນ )