ປະຊາຊົນເມືອງຮຸນ ມີລາຍຮັບສະເລ່ຍ 12 ລ້ານກີບຕໍ່ຄົນຕໍ່ປີ

83

ສະຫາຍ ບຸນຕຽມ ສຸພັນທອງ ຄະນະບໍລິຫານງານພັກເມືອງຮຸນ ໄດ້ຜ່ານລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຮຸນ ຄັ້ງທີ XII ໃນວັນທີ 27 ພະຈິກ 2019 ຜ່ານມາວ່າ: ໃນໄລຍະ 5 ປີຜ່ານມາ ຄະນະພັກເມືອງສຸມທຶນຮອນເຂົ້າໃສ່ໃນການພັດທະນາເສດຖະກິດ – ສັງຄົມ, ດ້ວຍການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ການປຸງແຕ່ງຂະໜາດນ້ອຍ, ການບໍລິການ ແລະ ການທ່ອງທ່ຽວ ເຮັດໃຫ້ເສດຖະກິດພາຍໃນເມືອງຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6% ຕໍ່ປີ, ລວມຍອດລາຍຮັບ ແລະ ບໍລິການພາຍໃນບັນລຸໄດ້ 1.002,60 ຕື້ກີບ, ສະເລ່ຍລາຍຮັບ ໄດ້ 12,16 ລ້ານກີບ ຫຼື ເທົ່າກັບ 1.439 ໂດລາຕໍ່ຄົນຕໍ່ປີ ເທົ່າກັບ 96% ຫຼຸດຄາດໝາຍ 61 ໂດລາ, ທຽບໃສ່ປີ 2014 ເພີ່ມຂຶ້ນ 405 ໂດລາ.

ການຈັດເກັບລາຍຮັບເຂົ້າງົບປະມານພາຍໃນເມືອງໄດ້ທັງໝົດ 60 ຕື້ກວ່າກີບ ລື່ນຄາດໝາຍ 128%, ເພີ່ມຂຶ້ນຈາກ 6.791 ລ້ານກີບ. ໃນນີ້, ປີ 2014 ມາເປັນ 14.688 ລ້ານກີບ ໃນປີ 2019 ເຊິ່ງລື່ນແຜນທຸກໆປີສາມາດກຸ້ມຕົນເອງດ້ານລາຍຈ່າຍ 31,50% ຂອງລາຍຈ່າຍທັງໝົດ.

ດ້ານກະສິກໍາ ແລະ ປ່າໄມ້ ໄດ້ສົ່ງເສີມການປູກຝັງ – ລ້ຽງສັດຂອງປະຊາຊົນ ເຮັດໃຫ້ການຜະລິດຂອງປະຊາຊົນຂະຫຍາຍຕົວກາຍເປັນການຜະລິດເປັນສິນຄ້າ, ອັນພົ້ນເດັ່ນແມ່ນການປູກສາລີ, ປູກກ້ວຍ, ປູກເຂົ້ານາ, ປູກໄມ້ໃຫ້ໝາກ, ປູກພືດຜັກຕ່າງໆ, ລ້ຽງປາ, ລ້ຽງງົວ, ລ້ຽງແບ້, ລ້ຽງໝູແບບເປັນກຸ່ມເປັນຟາມຫຼາຍຂຶ້ນ ສາມາດສະໜອງເຂົ້າກິນ, ຊີ້ນ, ປາ, ພືດຜັກໃຫ້ທ້ອງຕະຫຼາດພາຍໃນ ແລະ ສົ່ງອອກຈໍານວນໜຶ່ງ; ດ້ານອຸດສາຫະກໍາ, ຫັດຖະກໍາ ກໍເອົາໃຈໃສ່ໃນການຄຸ້ມຄອງ ແລະ ປັບປຸງບັນດາຫົວໜ່ວຍທຸລະກິດພາຍໃນເມືອງ ເຂົ້າສູ່ລະບຽບກົດໝາຍ ໄດ້ຂະຫຍາຍຕະຫຼາດນັດໄປສູ່ຊົນນະບົດເພື່ອສະດວກໃນການແລກປ່ຽນ, ຊື້ – ຂາຍສິນຄ້າ.

ພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງກໍໄດ້ປັບປຸງ ແລະ ກໍ່ສ້າງເສັ້ນທາງ ນັບແຕ່ເທສະບານເມືອງໄປຫາກຸ່ມບ້ານ ແລະ ບ້ານທີ່ຢູ່ຊົນນະບົດ ເຮັດໃຫ້ບ້ານທີ່ມີເສັ້ນທາງລົດເຂົ້າເຖິງ ກວມ 99% ຂອງຈໍານວນບ້ານທັງໝົດ,ການແກ້ໄຂຄວາມທຸກຍາກຂອງປະຊາຊົນ: ກໍໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ ໂດຍການພັດທະນາພື້ນຖານໂຄງລ່າງໃຫ້ແກ່ບ້ານ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງການບໍລິການສາທາລະນະສຸກ, ການບໍລິການດ້ານການສຶກສາ.

ຜ່ານການຈັດຕັ້ງປະຕິບັດເຮັດໃຫ້ຫຼາຍຄອບຄົວ, ຫຼາຍບ້ານ ຫຼຸດພົ້ນອອກຈາກຄວາມທຸກຍາກ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ 62 ບ້ານ ກວມເອົາ 65% ແລະ ຍັງບໍ່ທັນພົ້ນທຸກ 32 ບ້ານ ກວມເອົາ 35%. ໃນນັ້ນ, ປະກາດບ້ານພັດທະນາໄດ້ 43 ບ້ານ ກວມເອົາ 45%.

[ ຄຳພູສະຫວັນ ເພັນສະຫວັດ ]