ກະຊວງ ກວຕ ເປີດໂຄງການ “ ນ້ອງຢາກເປັນນັກວິທະຍາສາດ ”

142

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ມີຄວາມມຸ່ງໝັ້ນທີ່ຈະພັດທະນາເຍົາວະຊົນໃຫ້ມີຄວາມມັກ ແລະ ໃຝ່ຝັນຢາກເປັນນັກວິທະຍາສາດ ດ້ວຍການສະແດງອອກທາງດ້ານຄວາມກ້າຫານ, ກ້າຄິດ, ກ້າເຮັດ ແລະ ກ້າສະແດງອອກເພື່ອສ້າງຕົນເອງໃຫ້ກາຍເປັນບຸກຄະລາກອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມໃນຕໍ່ໜ້າ. ຫຼ້າສຸດ, ໄດ້ມີພິທີເປີດໂຄງການ “ ນ້ອງຢາກເປັນນັກວິທະຍາສາດ ” ໃນຕອນບ່າຍວັນທີ 26 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ກວຕ.

ໂອກາດນີ້, ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທັງເປັນຫົວໜ້າໂຄງການ ກ່າວວ່າ: ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນວຽກງານໜຶ່ງທີ່ສຳຄັນຕິດພັນກັບທຸກຂົງເຂດວຽກງານ, ເປັນກຸນແຈສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ – ສັງຄົມຂອງປະເທດເຮົາ. ພ້ອມກັນນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍ 6 ແຜນງານໃຫຍ່ຂອງກະຊວງ ກວຕ ວາງອອກໃຫ້ປາກົດຜົນເປັນຈິງ ໂດຍສະເພາະແຜນງານທີ 1 ແມ່ນການໂຄສະນາປູກຈິດສໍານຶກກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີອອກສູ່ສັງຄົມໃຫ້ ກວ້າງຂວາງ.

ຈຸດປະສົງຂອງໂຄງການ “ ນ້ອງຢາກເປັນນັກວິທະຍາສາດ ” ແມ່ນເພື່ອໂຄສະນາເຜີຍແຜ່ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ນ້ອງນ້ອຍເຍົາວະຊົນໄດ້ສຶກສາຮຽນຮູ້ ພ້ອມທັງເປັນການປູກຈິດສໍານຶກໃຫ້ເຍົາວະຊົນມີຄວາມມັກ – ຮັກ, ມີຄວາມໃຝ່ຝັນທີ່ຈະເປັນນັກວິທະຍາສາດ ແລະ ຊຸກຍູ້ສົ່ງເສີມໃຫ້ເຍົາວະຊົນມີຄວາມກ້າຫານເພື່ອສ້າງຕົນເອງໃຫ້ກາຍເປັນບຸກຄະລາກອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມກໍຄືປະເທດຊາດໃນຕໍ່ໜ້າ.

ສໍາລັບເນື້ອໃນ ແລະ ຮູບແບບກິດຈະກໍາຂອງໂຄງການ ປະກອບມີ: ການບັນລະຍາຍ ແລະ ສາທິດທາງດ້ານວິທະຍາສາດ, ການປະດິດ, ວຽກງານດາລາສາດ, ນິເວດວິທະຍາ, ຮຽນຮູ້ການນໍາໃຊ້ແບບຮຽນເອເລັກໂຕຣນິກ, ການຮ່ວມກິດຈະກໍາຖາມ – ຕອບທາງດ້ານວິທະຍາສາດ ແລະ ອື່ນໆ ເຊິ່ງໃນບໍ່ດົນມານີ້ທາງຄະນະຮັບຜິດຊອບໂຄງການກໍໄດ້ດໍາເນີນການທົດລອງຈັດກິດຈະກໍາດັ່ງກ່າວມາແລ້ວ 2 ຄັ້ງ ຄື: ຢູ່ໂຮງຮຽນປະຖົມສົມບູນດາຣາພອນ ແລະ ໂຮງຮຽນປະຖົມສົມບູນໂພນພະເນົາ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບສຽງຕອບຮັບຈາກບັນດາຄູ – ອາຈານ ແລະ ນ້ອງນ້ອຍເຍົາວະຊົນເປັນຢ່າງດີ, ມັນສະແດງອອກໃນການເຂົ້າຮ່ວມກິດຈະກໍາຖາມ – ຕອບ, ການຮ່ວມຮັບຟັງການບັນລະຍາຍ, ການສະເໜີ, ທົດລອງ, ການສະແດງແນວຄວາມຄິດຂອງເຍົາວະຊົນໃນກິດຈະກໍາ ເຊິ່ງເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ທັງໄດ້ສົ່ງຕໍ່ ຄວາມຮູ້, ປະສົບການ ແລະ ຄວາມຄິດຢາກເປັນນັກຄົ້ນຄວ້າ – ນັກພັດທະນາໃນຕໍ່ໜ້າ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ສະຖາບັນ, ຄູ – ອາຈານ, ພ້ອມດ້ວຍນ້ອງນ້ອຍເຍົາວະຊົນ ແລະ ສື່ມວນຊົນເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]