ປີຜ່ານມາມູນຄ່າການຄ້າ ລາວ – ຈີນ ເພີ່ມຂຶ້ນ 17%

107

ປີຜ່ານມາມູນຄ່າການຄ້າລະຫວ່າງ ລາວ – ຈີນ ບັນລຸ 3 ຕື້ ກວ່າໂດລາສະຫະລັດ ເພີ່ມຂຶ້ນຈາກປີກ່ອນ 17%. ຂະນະທີ່ການລົງທຶນຂອງນັກທຸລະກິດຈີນ ຮອດປັດຈຸບັນມີທັງໝົດ 779 ໂຄງການ ລວມມູນຄ່າ 11,5 ຕື້ກວ່າໂດລາ.

ອີງຕາມການເປີດເຜີຍຂອງ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສປ ຈີນ ເປັນປະເທດທີ່ມາລົງທຶນຢູ່ລາວເປັນອັນດັບ 1 ໃນ 53 ປະເທດ ( ອັນດັບທີ 2 ແມ່ນປະເທດໄທ ແລະ 3 ແມ່ນ ສສ ຫວຽດນາມ ) ການລົງທຶນນັບມື້ຫຼາຍຂຶ້ນ, ແຕ່ປີ 1988 ເປັນຕົ້ນມາ ແລະ ມາເຖິງເດືອນເມສາ 2019 ການລົງທຶນຂອງຈີນ ຢູ່ລາວ ລວມມູນຄ່າທັງໝົດ11,5 ຕື້ກວ່າໂດລາສະຫະລັດ ລວມມີ 779 ໂຄງການ.

ຂະແໜງການລົງທຶນທີ່ສໍາຄັນມີ: ຂະແໜງບໍ່ແຮ່, ການບໍລິການ, ພະລັງງານໄຟຟ້າ, ກະສິກໍາ, ອຸດສາຫະກໍາ ແລະ ຫັດຖະກໍາແລະ ຂະແໜງອື່ນໆ ໂດຍໂຄງການຮ່ວມມືທີ່ພົ້ນເດັ່ນ ຄື: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ທີ່ມີມູນຄ່າການລົງທຶນທັງໝົດ 5.965 ລ້ານໂດລາສະຫະລັດ ແລະ ເປັນໂຄງການຮ່ວມມືຂອງສອງຝ່າຍທີ່ມີຂະໜາດໃຫຍ່ທີ່ສຸດນັບແຕ່ມີການຮ່ວມມືກັນມາ ເຊິ່ງປັດຈຸບັນ ຄວາມຄືບໜ້າຂອງໂຄງການດັ່ງກ່າວແມ່ນສໍາເລັດແລ້ວ 79%, ໂຄງການທາງດ່ວນວຽງຈັນ – ວັງວຽງ ໄດ້ເລີ່ມລົງມືກໍ່ສ້າງຕົ້ນປີນີ້ ຄາດວ່າປີ 2021 ກໍຈະສໍາເລັດ “ ທ່ານ ນາງ ຄໍາຈັນ ວົງແສນບຸນ ກ່າວ ”.

ທ່ານ ນາງ ຄໍາຈັນ ວົງແສນບຸນ ກ່າວຕື່ມວ່າ: ສຳລັບດ້ານການຄ້າໃນປີ 2018 ທີ່ຜ່ານມາ ການຄ້າລະຫວ່າງ ລາວ ແລະ ຈີນ ບັນລຸໄດ້ 3 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 17%. ໃນນີ້, ສປປ ລາວ ນໍາເຂົ້າຈາກ ສປ ຈີນ ແມ່ນ 1.450 ລ້ານໂດລາສະຫະລັດ ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,5%, ສ່ວນການທ່ອງທ່ຽວຈໍານວນນັກທ່ອງທ່ຽວຈາກ ສປ ຈີນ ທີ່ເຂົ້າມາທ່ອງທ່ຽວຢູ່ລາວ ໃນປີ 2018 ສາມາດບັນລຸໄດ້ 8 ແສນກວ່າຄົນ, ຈັດຢູ່ໃນອັນດັບ 3 ຂອງນັກທ່ອງທ່ຽວຕ່າງປະເທດມາລາວ, ທຽບໃສ່ປີ 2017 ເພີ່ມຂຶ້ນ 25%.

( ຂ່າວ: ສົມລົດ; ຮູບ: ສົມສະຫວິນ )