ຜົນງານພົ້ນເດັ່ນຂອງຂະແໜງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

216

ເຄືອຂ່າຍອິນເຕີເນັດກວມເອົາ 90% ຂອງຈຳນວນບ້ານທົ່ວປະເທດ, ອັດຕາການຊົມໃຊ້ໂທລະສັບຂອງປະຊາກອນກວມ ປະມານ 120%.

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່າວວ່າ: ຜົນງານພົ້ນເດັ່ນຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຜ່ານມາຄື: ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ: ໄດ້ສ້າງຕັ້ງ 14 ກົມ/ທຽບເທົ່າ ອັນສໍາຄັນແມ່ນໄດ້ສໍາເລັດການກໍານົດຕໍາແໜ່ງງານ ແລະ ປັບປຸງສັບຊ້ອນບຸກຄະລາກອນໃຫ້ສົມຄູ່ລະຫວ່າງຄົນກັບວຽກ, ໃນຂັ້ນທ້ອງຖິ່ນ ປັດຈຸບັນມີ 18 ພະແນກ ປທສ ແຂວງ/ນະຄອນຫຼວງ ແລະ ຫ້ອງການ ປທສ ເມືອງຈໍານວນໜຶ່ງ ແລະ ໄດ້ສໍາເລັດການປັບປຸງພາລະບົດບາດຂອງຂະແໜງ ປທສ ຂັ້ນທ້ອງຖິ່ນເຊັ່ນກັນ.

ການພັດທະນາພື້ນຖານໂຄງລ່າງຍຸດທະສາດດ້ານເຕັກນິກໂທລະຄົມມະນາຄົມ/ໄອຊີທີ

ສໍາເລັດການສ້າງ ແລະ ຂະຫຍາຍສູນອິນເຕີເນັດແຫ່ງຊາດ ເພື່ອລວມສູນການສື່ສານ; ສໍາເລັດການສ້າງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງລະບົບຄອມພິວເຕີ; ສໍາເລັດການກໍ່ສ້າງສູນຄຸ້ມຄອງຄື້ນ ຄວາມຖີ່ແຫ່ງຊາດ; ສໍາເລັດສ້າງສູນຮຽນຮູ້ການນໍາໃຊ້ໄອຊີທີ ເປັນຈຸດທົດລອງສາມສ້າງຢູ່ແຂວງໄຊສົມບູນ; ສໍາເລັດສົ່ງດາວທຽມດວງທໍາອິດຂອງ ສປປ ລາວ ຂຶ້ນສູ່ວົງໂຄຈອນໃນທ້າຍປີ 2015; ພັດທະນາ ແລະ ຮອງຮັບພາສາລາວມາດຕະຖານຕົວອັກສອນເພັດຊະລາດ ເຂົ້າໃນລະບົບຄອມພິວເຕີ, ມືຖື ແລະ ໂປຣແກຣມຕ່າງໆ; ໄດ້ຂະຫຍາຍເຄືອຂ່າຍອິນເຕີເນັດ ກວມເອົາ 90% ຂອງຈຳນວນໝູ່ບ້ານທົ່ວປະເທດ. ໃນນັ້ນ, ມີລະບົບ 2G, 3G ແລະ 4G. ໃນນີ້ລະບົບ 3G ກວມເອົາ 70 – 80% ຂອງຜູ້ໃຊ້ທັງໝົດ ສ່ວນລະບົບ 4G ກວມເອົາ 70%, ສ່ວນອັດຕາການຊົມໃຊ້ໂທລະສັບຂອງປະຊາກອນທັງໝົດ ປະມານ 120% ຫຼື 100 ຄົນ/ໃຊ້ໂທລະສັບ 120 ໜ່ວຍ.

ດ້ານນິຕິກໍາ

ປັດຈຸບັນມີກົດໝາຍ 7 ກົດໝາຍທີ່ສໍາຄັນຄື: ກົດໝາຍວ່າດ້ວຍໂທລະຄົມມະນາຄົມ ( ສະບັບປັບປຸງ ); ກົດໝາຍວ່າດ້ວຍການໄປສະນີ ( ສະບັບປັບປຸງ ); ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ; ກົດໝາຍວ່າດ້ວຍໄອຊີທີ, ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນເອເລັກໂຕຣນິກ, ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ນິຕິກໍາຫຼາຍກວ່າ 100 ສະບັບ.

ການຊີ້ນໍາ – ນໍາພາການປັບປຸງຈຸລະພາກ

ໄດ້ປັບປຸງ ບໍລິສັດ ອີທີແອວ ໃນການຫັນເປັນບໍລິສັດຮ່ວມທຶນກັບຕ່າງປະເທດ, ໄດ້ປັບປຸງ ບໍລິສັດ ບີລາຍ ໃນການຊື້ຫຸ້ນທັງໝົດ ແລະ ຂາຍຕໍ່ໃຫ້ ບໍລິສັດ ລາວໂທລະຄົມ; ໄດ້ດໍາເນີນການກວດກາ ແລະ ປັບປຸງບໍລິສັດ ໄປສະນີລາວ.

ຄວາມຄືບໜ້າຂອງການບໍລິຫານລັດດ້ວຍເອເລັກໂຕຣນິກ

ທ່ານ ທັນສະໄໝ ກົມມະສິດ ກ່າວຕື່ມວ່າ: ສຳລັບ ຄວາມຄືບໜ້າຂອງການບໍລິຫານລັດດ້ວຍເອເລັກໂຕຣນິກ ຮອດປັດຈຸບັນໄດ້ສໍາເລັດການຕິດຕັ້ງສູນຂໍ້ມູນພາກລັດລວມສູນ ແລະ ໄດ້ເຊື່ອມຕໍ່ລະບົບເຄືອຂ່າຍພາຍໃນໃຫ້ແກ່ບັນດາກະຊວງຈໍານວນໜຶ່ງ; ຕິດຕັ້ງ ແລະ ທົດລອງນໍາໃຊ້ລະບົບ – ອີເມລ, E-Office ແລະ ລະບົບກອງປະຊຸມທາງໄກສໍາລັບພາກ; ໄດ້ສໍາເລັດການສ້າງແຜນຫັນປ່ຽນການບໍລິຫານລັດໄປສູ່ລະບົບດິຈິຕອລສະເໜີຕໍ່ລັດຖະບານ.

ນອກນັ້ນ, ຂະແໜງໂທລະຄົມ ມີສ່ວນຊ່ວຍເຮັດໃຫ້ລາວສາມາດເຊື່ອມໂຍງກັບພາກພື້ນ ຄືໄດ້ເປັນເຈົ້າພາບໝູນວຽນກອງປະຊຸມລັດຖະມົນຕີ ໄອຊີທີ ອາຊຽນ ຄັ້ງທີ 19; ໄດ້ຂະຫຍາຍ ແລະ ຍົກລະດັບສູນອິນເຕີເນັດແຫ່ງຊາດ ເປັນສູນກາງເຊື່ອມຕໍ່ລວມສູນຂາອອກ – ຂາເຂົ້າ; ສປປ ລາວ ມີຈຸດເຊື່ອມຕໍ່ສາຍສົ່ງ ຈໍານວນ 11 ຈຸດ ກັບສາກົນ ເຊັ່ນ: ໄທ, ຫວຽດນາມ, ກໍາປູເຈຍ ແລະ ສປ ຈີນ.

ສະເພາະຢູ່ພາຍໃນໄດ້ຊຸກຍູ້ສົ່ງເສີມທັງອໍານວຍຄວາມສະດວກໃຫ້ຜູ້ປະກອບການທາງດ້ານໂທລະຄົມໃຫ້ເອົາໃຈໃສ່ໃນການຂະຫຍາຍໂຄງລ່າງພື້ນຖານ ແລະ ການບໍລິການໃຫ້ມີຄຸນນະພາບ; ຊີ້ນໍາການກໍານົດຄ່າບໍລິການໂທລະສັບ ແລະ ອິນເຕີເນັດໃຫ້ເໝາະສົມສາມາດຈ່າຍໄດ້ ເພື່ອກະຕຸ້ນການຊົມໃຊ້ຫຼາຍຂຶ້ນ, ທັງບໍລິສັດກໍມີຜົນກໍາໄລ ແລະ ປະຕິບັດພັນທະເຂົ້າງົບປະມານຂອງລັດ; ໄດ້ອະນຸຍາດທົດລອງນໍາໃຊ້ລະບົບ 5G ເພື່ອກຽມຄວາມພ້ອມແກ່ການຫັນປ່ຽນສູ່ເສດຖະກິດດິຈິຕອລ ແລະ ຮອງຮັບການພັດທະນາອຸດສາຫະກໍາ 4.0.

ການປະຕິບັດແຜນການປີ 2019

ມາຮອດປັດຈຸບັນໄດ້ກວດກາ ແລະ ປັບປຸງຄືນໃໝ່ ການເຄື່ອນໄຫວທຸລະກິດຂອງ ບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ສະຖາບັນເງິນຝາກປະຢັດ; ໄດ້ໃຫ້ບໍລິການສູນຂໍ້ມູນເອເລັກໂຕຣນິກແກ່ບັນດາອົງການຈັດຕັ້ງລັດ ແລະ ເອກະຊົນ ເພື່ອຮັບຝາກເວັບໄຊ, ບໍລິການລະບົບອີເມລທາງການ, ບໍລິການເຊີເວີ; ສໍາເລັດເບື້ອງຕົ້ນລະບົບ e-Government portal, E-Office ພ້ອມທັງໄດ້ຈັດສໍາມະນາເຜີຍແຜ່ແນະນໍາວິທີໃຊ້ ແລະ ຂະບວນການຫັນປ່ຽນໄປສູ່ລະບົບທັນສະໄໝ; ສໍາເລັດຈັດງານ ICT AWARD 2019 ເຊິ່ງສາມາດຍາດໄດ້ໜຶ່ງຫຼຽນຄໍາ ແລະ ໜຶ່ງຫຼຽນເງິນ ໃນການສົ່ງເຂົ້າປະກວດລະດັບອາຊຽນ ແລະ ຈັດງານ LAO ICT EXPO 2019; ດ້ານນະໂຍບາຍ ແລະ ນິຕິກຳຮ່າງແຜນແມ່ບົດຫັນເປັນທັນສະໄໝ ແລະ ປັບປຸງນະໂຍບາຍແຫ່ງຊາດດ້ານໄອຊີທີ ແລະ ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ເປັນຕົ້ນ: ຮ່າງດໍາລັດວ່າດ້ວຍລັດຖະບານເອເລັກໂຕຣນິກ, ດໍາລັດວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ ແລະ ປັບປຸງຂໍ້ຕົກລົງວ່າດ້ວຍຄຸນນະພາບເຄືອຂ່າຍໂທລະສັບມືຖື, ອິນເຕີເນັດ ແລະ ການບໍລິການ. ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ICT ອາຊຽນ ຫຼື TELMIN ຄັ້ງທີ 19 ເຊິ່ງໃນກອງປະຊຸມຄັ້ງນີ້ໄດ້ວາງແຜນການຮ່ວມມືຫຼາຍດ້ານ ເປັນຕົ້ນ: ຈັດຕັ້ງປະຕິບັດແຜນແມ່ບົດອາຊຽນ 2020 ແລະ ຂັບເຄື່ອນອາຊຽນໄປສູ່ຍຸກເສດຖະກິດດິຈິຕອລ; ສ້າງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີຂອງອາຊຽນ ( ASEAN CERT ); ແລກປ່ຽນຂໍ້ມູນ – ຂ່າວສານທັງພາກລັດ ແລະ ເອກະຊົນໃຫ້ມີຄວາມໂປ່ງໃສ, ປອດໄພ ແລະ ມີປະສິດທິພາບຮອງຮັບເສດຖະກິດດິຈິຕອລ.

ແຜນປີ 2020

ປີ 2020 ເປັນປີສຸດທ້າຍຂອງແຜນພັດທະນາ 5 ປີ ຄັ້ງທີ 2 ( 2016 – 2020 ) ຂອງຂະແໜງ ປທສ, ກະຊວງ ປທສ ຈະສຸມໃສ່ສືບຕໍ່:

1 ພັດທະນາໂຄງລ່າງພື້ນຖານເຄືອຂ່າຍພາກລັດ Government Network ເພື່ອເຊື່ອມໂຍງທຸກກະຊວງ ແລະ ອົງການ – ລັດ ແລະ ທ້ອງຖິ່ນ ຈໍານວນໜຶ່ງ.

2 ພັດທະນາລະບົບອີອັອບຟິດ, ລະບົບອີເມລ ແລະ ກອງປະຊຸມທາງໄກຂອງລັດຖະບານຢູ່ສູນກາງ ແລະ ທ້ອງຖິ່ນ.

3 ສ້າງລະບົບປ້ອງກັນໂຄງລ່າງພື້ນຖານໂທລະຄົມມະນາຄົມ/ໄອຊີທີ ໃຫ້ຮັບປະກັນ ຄວາມປອດໄພສູງ.

4 ເພີ່ມທະວີການໂຄສະນາ, ເຜີຍແຜ່ໃຫ້ຄວາມຮູ້ໃຫ້ແກ່ສັງຄົມຮູ້ຈັກນໍາໃຊ້ສື່ສັງຄົມອອນລາຍໃນທາງທີ່ສ້າງສັນ ຮັບຜິດຊອບ ແລະ ເກີດປະໂຫຍດ.

5 ປັບປຸງ ແລະ ສ້າງນະໂຍບາຍ, ນິຕິກໍາ, ແຜນແມ່ບົດການຫັນເປັນທັນສະໄໝດ້ວຍລະບົບດິຈິຕອລ ແລະ ປັບປຸງນະໂຍບາຍແຫ່ງຊາດດ້ານໄອຊີທີ.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]