ເລໂນໂວ ເປີດຕົວ ThinkBook  ຕອບໂຈດຄົນຮຸ່ນໃໝ່

149

ເລໂນໂວ ( Lenovo ) ໄດ້ເປີດຕົວໂນ໊ດບຸ໊ກລຸ້ນ ThinkBook ທີ່ຈະມາຕອບໂຈດການໃຊ້ງານຂອງກຸ່ມຄົນຮຸ່ນໃໝ່ເປັນ ThinkBook 13s, 14 ແລະ 15 ສາມາດກາງຈໍອອກໄດ້ 180 ອົງສາ ໃຊ້ງານໄດ້ສະດວກຂຶ້ນ ແລະ ຈຸດເດັ່ນຂອງ ThinkBook ຄື Always-On USB 3.1 ເປັນໄດ້ທັງໂນ໊ດບຸ໊ກ ແລະ ເປັນແບັດສຳຮອງ ( Power Bank ) ເຊິ່ງເປັນຟີເຈີນ້ອຍໆທີ່ໃສ່ເຂົ້າມາໃຫ້ຕອບໂຈດຄົນໃຊ້ງານໃນປັດຈຸບັນ ທີ່ພົກພາອຸປະກອນໄປ – ມາຕະຫຼອດເວລາ.

ຊ່ອງ USB 3.1 ແບບ Always-On ( ທີ່ມີຮູບແບັດເຕີຣີ ) ຈະເຮັດໃຫ້ສາມາດຕໍ່ສາຍ USB-C ເພື່ອປ່ຽນໃຫ້ ThinkBook ເປັນແບັດເຕີຣີສຳຮອງ ສາມາດຊາກອຸປະກອນອື່ນໆ ເຊັ່ນ: ສະມາດໂຟນ ເຖິງແມ່ນວ່າໂນ໊ດບຸ໊ກຈະປິດຢູ່ກໍຕາມ.

ນອກນັ້ນ ThinkBook ຍັງຮອງຮັບການຕໍ່ຈໍສະແດງຜົນ ເພີ່ມອີກ 2 ຈໍ ແລະ ເວລາເຊື່ອມຕໍ່ຜ່ານ USB 3.1 ຈະມີການຊາກໄຟລະຫວ່າງອຸປະກອນທີ່ຕໍ່ພວງກັນໄດ້ທັນທີ ບໍ່ຈຳເປັນຕ້ອງສຽບ Adapter ເພື່ອຈ່າຍໄຟໃຫ້ກັບທຸກອຸປະກອນ.

ThinkBook 14 ແລະ 15 ມີເຊັນເຊີສະແກນນິ້ວມືຕິດຕັ້ງຢູ່ໃນປຸ່ມ Power ໃຫ້ສາມາດເປີດເຄື່ອງ ແລະ ສະແກນນິ້ວ ລັອກອິນໄດ້ໃນຂັ້ນຕອນດຽວບໍ່ຈຳເປັນຕ້ອງແຍກຂັ້ນຕອນການໃຊ້ງານ. ນອກຈາກນີ້, ປຸ່ມ Power ຍັງມີຟັງຊັນປ້ອງກັນການກົດປຸ່ມໂດຍບໍ່ໄດ້ຕັ້ງໃຈ ເມື່ອເຮົາກົດປຸ່ມ Power ຄ້າງໜ້ອຍກວ່າ 2 ວິນາທີ ປຸ່ມຈະບໍ່ທຳງານ.

ພ້ອມນັ້ນ, ຍັງມີປຸ່ມໃຫ້ກົດຮັບສາຍ – ວາງສາຍ ຢູ່ແປ້ນຄີບອດສຳລັບໃຊ້ງານ ທີ່ອາດຈະຕ້ອງມີການ Conference call ເລື້ອຍໆ ຕົວ ThinkBook ກໍຈະມີປຸ່ມສຳລັບຮັບສາຍ – ວາງສາຍໃຫ້ໃຊ້ງານໄດ້ສະດວກຫຼາຍຂຶ້ນ; Hidden USB Port ( ລຸ້ນ 14 ແລະ 15 ).

ໃນ ThinkBook 14 ແລະ 15 ມີພອດ USB ລັບ ສຳລັບໃຫ້ສຽບ USB ແລ້ວເຊື່ອງໄວ້ໃນຕົວເຄື່ອງ ຫຼື ຈະໃຊ້ກັບ Flash Drive ຂະໜາດໜ້ອຍກໍໄດ້ເຊັ່ນກັນ.

ລະບົບຄວາມປອດໄພຂອງ ThinkBook ນອກຈາກຄວາມປອດໄພພິເສດທີ່ຊ່ວຍອຳນວຍຄວາມສະດວກ ເຊິ່ງເຊັນເຊີສະແກນນິ້ວມື ແລະ ພອດ USB ແບບເຊື່ອງແລ້ວ ThinkBook ຍັງມີຄວາມປອດໄພຕ່າງໆອີກ ບໍ່ວ່າຈະເປັນ ThinkShutter ຮາດແວຣ໌ທີ່ຈະປິດກ້ອງຂອງອຸປະກອນເວລາບໍ່ໄດ້ໃຊ້ງານ, ປ້ອງກັນການລັກຂໍ້ມູນຈາກກໍລະນີທີ່ໂປຣແກຣມບາງອັນສັ່ງໃຫ້ກ້ອງເຮັດວຽກເອງ ໂດຍບໍ່ໄດ້ຮັບອະນຸຍາດ ມີລະບົບ Wi-Fi Security ແຈ້ງເຕືອນ ເມື່ອມີການເຊື່ອມຕໍ່ Access Point ທີ່ບໍ່ໜ້າເຊື່ອຖື ລະບົບ Active Protection System ທີ່ຈະຄອຍກວດສອບຮາດດິດ ແລະ ຈັດການເກັບຂໍ້ມູນ ເມື່ອຮາດດິດມີຄວາມສ່ຽງ ( ແຕ່ບັນຫານີ້ຈະບໍ່ມີໃນ SSD ) ລວມທັງ Battery Health ດູແລສຸຂະພາບຂອງແບັດເຕີຣີ ດ້ວຍການຕັ້ງຄ່າໃຫ້ຢຸດຊາກ ເມື່ອແບັດເຕີຣີສູງກວ່າ 90% ໄດ້.

ການຮັບປະກັນ Premiere Support ຄວາມຈິງແລ້ວ ThinkBook ຈະຮອງຈາກ ThinkPad ແຕ່ກໍໄດ້ຮັບປະກັນແບບ Premiere Support ເຊັ່ນກັນ ໂດຍໄລຍະເວລາຮັບປະກັນປົກກະຕິ 1 ປີ ຈະສາມາດເພີ່ມເປັນ 5 ປີ ໄດ້ມີປະກັນອຸບັດເຫດ Accidental Damage Protection ( ADP ) ທັງການຕົກ ແລະ ກັນນ້ຳໄດ້.

( ທີ່ມາ: https://news.thaiware.com/17510.html )

[ ໂດຍ: ສົມລົດ ]