ແຂວງເຊກອງ ມີຜູ້ຕິດເຊື້ອໄຂ້ຍຸງກວ່າ 700 ກໍລະນີ

81

ນັບແຕ່ວັນທີ 1 ມັງກອນ 2019 ຮອດທ້າຍເດືອນພະຈິກ ແຂວງເຊກອງ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 742 ກໍລະນີ ແຕ່ບໍ່ມີຜູ້ເສຍຊີວິດ. ໃນນີ້, ຫຼາຍສຸດແມ່ນເມືອງລະມາມ ມີ 563 ກໍລະນີ.

ທ່ານ ຄໍາພູຊາ ທຳມະວົງສາ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ແຂວງເຊກອງ ໄດ້ລາຍງານໃນກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດປີ 2019 ແລະ ແຜນການປີ 2020 ວຽກງານປ້ອງກັນ ແລະ ຄວບຄຸມໄຂ້ຍຸງລາຍທົ່ວແຂວງເຊກອງ ວັນທີ 25 ພະຈິກຜ່ານມາວ່າ: ໃນປີ 2019 ແຂວງເຊກອງ ມີຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 742 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ ໂດຍເມືອງລະມາມ ມີ 563 ກໍລະນີ, ເມືອງກະລຶມ 55 ກໍລະນີ, ເມືອງດາກຈຶງ 57 ກໍລະນີ ແລະເມືອງທ່າແຕງ ມີ 67 ກໍລະນີ ແລະ ມີການສົມທຽບຈໍານວນກໍລະນີການລະບາດໄຂ້ຍຸງລາຍໃນບ້ານເປົ້າໝາຍ ລະຫວ່າງປີ 2019 ໂດຍພົບຜົນບວກມີ 58 ກໍລະນີ, ຂະນະທີ່ປີ 2018 ຜ່ານມາ ມີເຖິງ 74 ກໍລະນີ ແລະ ສະເລ່ຍອັດຕາສ່ວນບ້ານທີ່ເກີດໄຂ້ຍຸງລາຍ ເຫັນໄດ້ວ່າ: ເມືອງລະມາມ ມີບ້ານທີ່ພົບກໍລະນີໄຂ້ຍຸງລາຍ 47 ບ້ານ, ເມືອງທ່າແຕງ 14 ບ້ານ, ເມືອງກະລຶມ 16 ບ້ານ, ເມືອງດາກຈຶງ 20 ບ້ານ, ແຕ່ສະເລ່ຍອັດຕາສ່ວນລວມທົ່ວແຂວງເຊກອງ ໃນການເກີດໄຂ້ຍຸງລາຍມີພຽງ 33,22%.

ໃນໂອກາດດຽວກັນນີ້, ຍັງໄດ້ມອບໃບຍ້ອງຍໍ – ໃບຊົມເຊີຍຂອງທ່ານເຈົ້າແຂວງເຊກອງ, ຂອງທ່ານຫົວໜ້າພະແນກສາທາລະນະສຸກແຂວງໃຫ້ແກ່ຄົນກົມກອງ ແລະ ບຸກຄົນທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ຈໍານວນ 202 ຄົນ ຍິງ 104 ຄົນ ແລະ ກົມກອງ 50 ກົມກອງ. ໃນນີ້, ໄດ້ຮັບໃບຍ້ອງຍໍ – ໃບຊົມເຊີຍທ່ານເຈົ້າແຂວງ 86 ຄົນ ຍິງ 37 ຄົນ ແລະ ກົມກອງມີ 40 ກົມກອງ.

[ ຂ່າວ : ສັນຍາ ]