ກັບມາແລ້ວ ຮູບເງົາ “ Frozen 2 ຜະຈົນໄພປິດສະໜາເຈົ້າຍິງຫິມະ ”

150

ຫຼັງຈາກນີ້ ເພງ Let It Go ອາດຈະກາຍເປັນອະດີດ ເພາະຮູບເງົາ “ Frozen ຜະຈົນໄພປິດສະໜາເຈົ້າຍິງຫິມະ ” ກໍລັງຈະມີພາກ 2 ໂດຍ jennifer lee ແລະ chris buck ສອງຜູ້ກໍາກັບຈາກ Frozen ພາກທໍາອິດໃນປີ 2013 ພວກເຂົາກັບມາຮ່ວມງານກັນອີກຄັ້ງ ພ້ອມທັງໄດ້ Allison Schroeder ຜູ້ຂຽນບົດຈາກຮູບເງົາ “ Hidden Figures ” ມາຊ່ວຍສານຕໍ່ເລື່ອງຂອງເຈົ້າຍິງ ແອລຊ່າ ແລະ ແອນນາ ໃນພາກນີ້.

ເປັນຫຍັງ ແອລຊ່າ ( Elsa ) ຈຶ່ງເກີດມາພ້ອມກັບພອນສະຫວັນໃນພະລັງທີ່ວິເສດ ໃນຮູບເງົາ “ Frozen 2 ຜະຈົນໄພປິດສະໜາເຈົ້າຍິງຫິມະ ” ຈະມີຄໍາຕອບໃຫ້ແນ່ນອນ ເຊິ່ງຈະມີຄໍາຕອບທັງເລື່ອງພະລັງວິເສດ ແລະ ກໍາລັງມີສັດຕູເຂົ້າມາບຸກລຸກອານາຈັກ ໂດຍ ແອລຊ່າ ໄດ້ເລີ່ມເດີນທາງສຸດອັນຕະລາຍທີ່ມາພ້ອມກັບຄວາມເປັນຕາຢ້ານຮ່ວມເດີນທາງດ້ວຍ Anna, Kristoff, Olaf ແລະ Sven. ໃນຮູບເງົາພາກທໍາອິດ “ Frozen ຜະຈົນໄພແດນຄໍາສາບເຈົ້າຍິງຫິມະ ” ແອລຊ່າ ຢ້ານວ່າພະລັງຂອງນາງຈະຮ້າຍແຮງໄປສໍາລັບໂລກໜ່ວຍນີ້ ສ່ວນພາກ 2 “ Frozen ຜະຈົນໄພປິດສະໜາເຈົ້າຍິງຫິມະ ” ແອລຊ່າ ຫວັງວ່າພະລັງຂອງນາງຈະຮ້າຍແຮງພໍ.

ການຜະຈົນໄພຂອງພວກເຂົາຈະສາມາດຕ້ານທານກັບສິ່ງຊົ່ວຮ້າຍໄດ້ ຫຼື ບໍ່ ເຊິ່ງພາກ 2 ໄດ້ຜູ້ພາກສຽງໂດຍIdinaMenzel, Kristen Bell, Jonathan Groff ແລະ Josh Gad. ຈາກ Walt Disney Animation Studios ຈະເຂົ້າສາຍທຸກໂຮງຮູບເງົາທົ່ວປະເທດໃນວັນທີ 21 ພະຈິກນີ້.

( ຂໍ້ມູນຈາກ: Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]