ມາແລ້ວຂ່າວດີຕ້ອນຮັບເດືອນໃໝ່ ລັດຖະບານປະກາດປັບລົງຄາລາຂາຍຍ່ອຍນໍ້າມັນ ເລີ່ມ 2 ພະຈິກນີ້

162

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ສະບັບເລກທີ 1548/ອຄ. ກຄພນ ລົງວັນທີ 1 ພະຈິກ 2019 ເຖິງສາມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດານໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ.

ເຊິ່ງການປັບລົງລາຄານໍ້າມັນໃນຄັ້ງນີ້ແມ່ນ ປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ອັດຊັງພິເສດ ປັບລົງ 200 ກີບ/ລິດ (ຈາກ 10.710 ກີບ/ລິດ ເປັນ 10.510 ກີບ/ລິດ); ແອັດຊັງທໍາມະດາ ປັບລົງ 130 ກີບ/ລິດ (ຈາກ 9.240 ກີບ/ລິດ ເປັນ 9.110 ກີບ/ລິດ) ແລະ ກາຊວນ ປົບລົງ 110 ກີບ/ລິດ (ຈາກ 8.720 ກີບ/ລິດ ເປັນ 8.610 ກີບ/ລິດ)

ພ້ອມດຽວກັນນີ້, ໄດ້ປັບຄັງແຮນໍ້າມັນເຊື້ອໄຟທຸກຊະນິດຂຶ້ນຄື: ຄັງແຮງແອັດຊັງພິິເສດຂຶ້ນ 200 ກີບ/ລິດ (ຈາກ 300 ກີບ/ລິດ ເປັນ 500 ກີບລິດ); ແອັດຊັງທຳມະດາ 180 ກີບ/ລິດ (ຈາກ 220 ກີບ/ລິດ ເປັນ 400 ກີບ/ລິດ) ແລະ ກາຊວນລົງ 80 ກີບ/ລິດ (ຈາກ 420 ກີບ/ລິດ ເປັນ 500 ກີບ/ລິດ) ແລະ ເພີ່ມກຳລັງຂາຍຍົກຂຶ້ນ 20 ກີບ/ລິດ/ຊະນິດ (ຈາກ 120 ກີບ/ລິດ ເປັນ 140 ກີບ/ລິດ) ແລະ ເພີ່ມບໍລິການປໍ້າມນໍ້າມັນເຊື້ອໄຟຂຶ້ນ 20 ກີບ/ລິດ/ຊະນິດ (ຈາກ 250 ກີບ/ລິດ ເປັນ 270 ກີບ/ລິດ). ເຊິ່ງລາຍລະອຽດການຂາຍຍ່ອຍຕາແຕ່ລະແຂວງດັ່ງນີ້:

ເຊິ່ງແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 1333/ອຄ. ກຄພນ ລົງວັນທີ 3 ຕຸລາ 2019.