ນາຍົກລັດຖະມົນຕີຣັດເຊຍເຂົ້າຮ່ວມປະຊຸມອາຊຽນຢູ່ປະເທດໄທ

56

ທ່ານດະມິທຣີ ເມດເວເດຟ ນາຍົກລັດຖະມົນຕີຂອງຣັດເຊຍ ກຽມເດີນທາງຢ້ຽມຢາມປະເທດໄທ ໃນທ້າຍອາທິດນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ບາງກອກ ເຊິ່ງ ໜຶ່ງໃນຫົວຂໍ້ຫາລືຍ່ອຍທີ່ສຳຄັນ ລວມເຖິງການປະຊຸມອາຊຽນຕາເວັນອອກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນສຸກ ທີ 1 ພະຈິກວ່າ ທຳນຽບນາຍົກລັດຖະມົນຕີຣັດເຊຍໄດ້ອອກຖະແຫຼງການ ເມື່ອວັນພະຫັດ ວ່າ ນາຍົກລັດຖະມົນຕີ ດະມິທຣີ ເມດເວເດຟ (Dmitry Medvedev) ຈະເຮັດໜ້າທີ່ເປັນຕາງໜ້າຂອງປະທານາທິບໍດີວະລາດິເມຍ ປູຕິນ ໃນການເດີນທາງຢ້ຽມຢາມກຣຸງເທບມະຫານະຄອນ ປະເທດໄທ ໃນວັນທີ 3 – 4 ພະຈິກ ນີ້ ເພື່ອເຂົ້າຮ່ວມກອງປະຊຸມອາຊຽນຕາເວັນອອກ (EAS) ຄັ້ງທີ 14 ເຊິ່ງເປັນໜຶ່ງໃນການຫາລືກັບກຸ່ມຍ່ອຍສຳຄັນຂອງການປະຊຸມສຸດຍອດສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 35 ເຊິ່ງປະເທດໄທ ເປັນປະທານໃນປີນີ້.

ຂະນະດຽວກັນ, ທ່ານ ເມດເວເດຟ ມີກຳນົດທີ່ຈະເຂົ້າຮ່ວມການປະຊຸມກ່ຽວກັບການລົງທືນ ແລະ ທຸລະກິດອາຊຽນ ຕະຫຼອດຈົນການພົບຫາລືລະດັບທະວີພາຄີອີກຫຼາຍຫົວຂໍ້. ຢ່າງໃດກໍ່ຕາມ, ຍັງບໍ່ເປັນທີ່ຊັດເຈນວ່າ ນາຍົກລັດຖະມົນຕີຣັດເຊຍ ມີກຳນົດທີ່ຈະພົບກັບຜູ້ນຳຈາກປະເທດໃດແດ່, ໂດຍຜູ້ແທນຂອງບັນດາປະເທດໃຫຍ່ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານຫຼີ ເຄີ່ສຽງ ນາຍົກລັດຖະມົນຕີຂອງຈີນ, ທ່ານຊິນໂຊະ ອາເບະ ຜູ້ນຳຍີ່ປຸ່ນ, ປະທານາທິບໍດີມຸມ ແຈ-ອິນ ຜູ້ນຳເກົາຫຼີໃຕ້ ສ່ວນອາເມຣິກາ ມອບໝາຍໃຫ້ທ່ານ ໂຣເບີດ ໂອໄບຣອັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈຳທຳນຽບຂາວ ປະຕິບັດໜ້າທີ່ເປັນຜູ້ແທນຂອງປະທານາທິບໍດີໂດນັລ ທຣຳ ຮ່ວມກັບ ທ່ານວິລເບີ ຣອສ ລັດຖະມົນຕີວ່າການກະຊວງການຄ້າ ໂດຍຫຼາຍຝ່າຍຄາດການວ່າ ທ່ານຣອສ ອາດຈະເຂົ້າຮ່ວມການປະຊຸມພາກທຸລະກິດຫຼາຍກວ່າ.