ປຶກສາຫາລືຜ່ານຮ່າງສຸດທ້າຍ ແຜນຈັດສັນຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຫ້າ

84

ຕອນເຊົ້າວັນທີ 30 ຕຸລາ 2019 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງນ້ຳທາ ໄດ້ປຶກສາຫາລືຜ່ານຮ່າງສຸດທ້າຍແຜນຈັດສັນຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າຫ້າ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງຫຼວງນ້ຳທາ, ທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ຮອງເຈົ້າເມືອງ 5 ເມືອງ, ຫົວໜ້າ – ຮອງຫົວໜ້າກະສິກຳ 5 ເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນປອນ ພຸດທະອາມາດ ຫົວໜ້າໂຄງການອະນຸຮັກຊີວະນາໆພັນ ແລະ ປ່າໄມ້ ຂັ້ນສູນກາງ ໄດ້ແນະນຳຮ່າງເອກະສານແຜນຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳຫ້າ ສະບັບປັບປຸງ ໂດຍໄດ້ພ້ອມກັນປຶກສາຫາລືກ່ຽວກັບໂຄງການອະນຸຮັກຊີວະນາໆພັນ ແລະ ປ່າໄມ້ ເປັນໂຄງການພັດທະນາໂຄງການໜຶ່ງຂອງລັດຖະບານລາວ ເຊິ່ງໄດ້ທຶນສະໜັບສະໜູນຈາກລັດຖະບານເຢຍລະມັນ ໂດຍຜ່ານທະນາຄານ kfw ໂດຍແມ່ນກົມປ່າໄມ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດໂຄງການ.

ການປັບປຸງແຜນວຽກງານຄຸ້ມຄອງເຂດປ່າສະຫວງນທີ່ໄດ້ສ້າງຂຶ້ນໃນປີ 2017 ຜ່ານມາ ໄດ້ມີຫຼາຍຢ່າງ ເຊັ່ນ: ໄດ້ມີການສ້າງ, ຜະລິດ ແລະ ປຶກສາຫາລືດ້ານເຕັກນິກຕ່າງໆໃນໂຄງການ; ໄດ້ຈັດການພິຈາລະນາຄົ້ນຄວ້າໃນລາຍລະອຽດ ກ່ຽວກັບເຂດແດນປ່າສະຫງວນ, ໂຄງການໄດ້ຕັ້ງຄາດໝາຍຈະໃຫ້ສຳເລັດໃນທ້າຍປີ 2019 ນີ້ຢ່າງສົມບູນ ແລະ ຜ່ານການຢັ້ງຢືນຮັບຮອງຈາກຂັ້ນເທິງ ເພື່ອດຳເນີນການໃຫ້ສຳເລັດຂະບວນການປຶກສາຫາລືຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ ພ້ອມທັງໃຫ້ສາມາດສ້າງຮ່າງເອກະສານຂັ້ນສຸດທ້າຍ.

ເພື່ອເປັນການທົບທວນຄືນຮ່າງເອກະສານແຜນຄຸ້ມຄອງຂອງປ່າສະຫງວນແຫ່ງຊາດນໍ້າຫ້າ ສະບັບປັບປຸງ ຮ່ວມກັບບັນດາພາກສ່ວນທີ່ມີປະໂຫຍດຮ່ວມກ່ຽວຂ້ອງທຸກພາກສ່ວນ. ໃນກອງປະຊຸມກໍໄດ້ປະກອບຄຳຄິດເຫັນ ແລະ ຕົກລົງກັນກ່ຽວກັບຂໍ້ຄວາມ ແລະ ເນື້ອໃນຕ່າງໆທີ່ໄດ້ຄົ້ນຄວ້າ, ຫາລືກ່ຽວກັບບາດກ້າວຕ່າງໆໃນການດຳເນີນການ ເພື່ອໃຫ້ແຜນຄຸ້ມຄອງສຳເລັດ, ໄດ້ເຊັນຮັບຮອງຫົວຂໍ້ອື່ນໆທີ່ເຫັນວ່າຈຳເປັນ ແລະ ເປັນເອກະພາບກັນ.

( ຂ່າວ: ອຸ້ມ )