ແຂວງຄຳມ່ວນ ສະຫຼອງວັນວິທະຍາສາດແຫ່ງຊາດ ພ້ອມທັງທຳລາຍສິນຄ້າປອມແປງລະເມີດເຄື່ອງໝາຍການຄ້າ

76

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ 12 ຕຸລາ ຄົບຮອບ 6 ປີ ( 12 ຕຸລາ 2013 – 12 ຕຸລາ 2019 ) ພ້ອມທັງຈັດພິທີທຳລາຍສິນຄ້າປອມແປງລະເມີດເຄື່ອງໝາຍການຄ້າ ໂດຍການເປັນປະທານຂອງ ທ່ານ ນາງ ແຕງອ່ອນ ລິນສົມພູ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ມີບັນດາຄະນະພະແນກ, ຕາງໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ຕົວແທນຜູ້ປະກອບການ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ ເມື່ອວັນທີ 25 ຕຸລາ 2019 ຜ່ານມາ.

ໃນພິທີດັ່ງກ່າວ ທ່ານ ນາງ ແຕງອ່ອນ ລິນສົມພູ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນວິທະຍາສາດແຫ່ງຊາດ ພ້ອມທັງວິວັດທະນາການການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານດັ່ງກ່າວໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການການພັດທະນາວຽກງານໃນຕໍ່ໜ້າ ໂດຍສະເພາະແມ່ນຄາດໝາຍສູ້ຊົນໃນແຕ່ລະດ້ານຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.

ໃນໂອກາດດຽວກັນຍັງໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາສະກັດກັ້ນການຈຳໜ່າຍສິນຄ້າປອມແປງທີ່ລະເມີດເຄື່ອງໝາຍການຄ້າ ປະເພດນ້ຳມັນເຄື່ອງ ແລະ ອາໄຫຼ່ລົດຍີ່ຫໍ້ຮອນດ້າ ແລະ ຄູໂບຕ້າ ທີ່ໄດ້ດຳເນີນການຈັດຕັ້ງກວດກາຢູ່ 3 ເມືອງເປົ້າໝາຍຂອງແຂວງຄຳມ່ວນ ຄື: ເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນ ໃນເດືອນພຶດສະພາທີ່ຜ່ານມາ ເຊິ່ງມີ 23 ຮ້ານ ໃນນັ້ນກວດພົບສິນຄ້າປອມແປງທີ່ລະເມີດເຄື່ອງໝາຍການຄ້າ ຈຳນວນ 22 ຮ້ານ ຢຶດສິນຄ້າໄດ້ 4 ລາຍການ ຄື: ນ້ຳມັນເຄື່ອງລົດຈັກຮອນດ້າ, ນ້ຳມັນເຄື່ອງລົດໄຖນາຄູໂບຕ້າ, ອາໄຫຼ່ລົດຈັກ ແລະ ອາໄຫຼ່ລົດໄຖນາ ລວມມູນຄ່າ 200 ລ້ານກວ່າກີບ ໄປທຳລາຍຖິ້ມ.

( ຂ່າວ: ຄູນປະເສີດ )