ໄດ້ແລ້ວ 40 ນາງສາວລາວ 2019

96

ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ຜູ້ຮັບຜິດຊອບໂຄງການປະກວດນາງສາວ 2019 ໄດ້ເປີດເຜີຍສາວງາມ 40 ຄົນທີ່ຜ່ານເຂົ້າສູ່ການປະກວດນາງສາວລາວ 2019 ຮອບສຸດທ້າຍຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເມື່ອວັນທີ 30 ຕຸລາຜ່ານມາ ເຂົ້າຮ່ວມໂດຍ ທ່ານ ນາງ ປານີ ຈິນດາວົງ ຮອງຫົວໜ້າກົມຂະບວນການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຄົມປັນຍາ ເພັງວິໄນຍາ ປະທານໂຄງການປະກວດ   ນາງສາວລາວ, ທ່ານ ພູວົງ ພະມີສິດ ປະທານຮ້ານ ຄໍາພູວົງ ພ້ອມດ້ວຍຜູ້ສະໜັບສະໜູນ, ນາງສາວລາວ 2018, ສິລະປິນ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ຄົມປັນຍາ ເພັງວິໄນຍາ ໃຫ້ສໍາພາດວ່າ: ໂຄງການປະກວດນາງສາວລາວເປັນເວທີການປະກວດຄົ້ນຫານາງສາວທີ່ມີຄວາມງາມທັງໜ້າຕາ ແລະ ບຸກຄະລິກກະພາບມີ ຄວາມຮູ້ຄວາມສາມາດ ເຊິ່ງໄດ້ຮັບການຊີ້ນຳທີ່ດີຈາກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມາໂດຍຕະຫຼອດ. ໂຄງການປະກວດນາງສາວລາວປີນີ້ແມ່ນຄຶກຄື້ນກວ່າທຸກປີ ເນື່ອງຈາກມີຜູ້ເຂົ້າຮ່ວມສະໝັກຫຼາຍກວ່າ 140 ຄົນ ຈາກທົ່ວປະເທດ ແລະ ບັນດາຄະນະກໍາມະການກໍຕັດສິນລໍາບາກ ເພາະແຕ່ລະຄົນຕ່າງກໍມີຄວາມງາມພ້ອມທັງຄວາມສາມາດຫຼາຍຢ່າງທີ່ເທົ່າທຽມກັນ

ໃນປີນີ້ຄວາມແຕກຕ່າງຂອງກອງປະກວດນາງສາວລາວ ແມ່ນໄດ້ສົ່ງເສີມເລື່ອງຂອງກະສິກໍາ, ການສຶກສາ ແລະ ການເຂົ້າຮ່ວມຊ່ວຍເຫຼືອສັງຄົມຫຼາຍຂຶ້ນ. ຢາກໃຫ້ທຸກຄົນໄດ້ຕິດຕາມເຖິງຄວາມແປກໃໝ່ໃນປີນີ້ ວ່າຈະເປັນຮູບແບບໃດ ແຕ່ແນ່ນອນວ່າຍັງເນັ້ນເຖິງເລື່ອງບຸກຄະລິກກະພາບ, ທັກສະ ຫຼື ການຢູ່ຮ່ວມກັນຂອງບັນດານ້ອງນາງສາວ ເຊິ່ງທາງກອງປະກວດຈະບໍ່ສາມາດຕັດສິນໃນຮອບຊີງແຕ່ມື້ດຽວ ແຕ່ຈະເລີ່ມເກັບຄະແນນໄປນັບແຕ່ມື້ທໍາອິດທີ່ມີກິດຈະກໍາຮ່ວມກັນ ແລະ ທຸກຄົນແມ່ນມີໂອກາດທີ່ດີໃນການຮັບສິດເທົ່າທຽມກັນ.

ສໍາລັບການເກັບຕົວແມ່ນຈະມີຫຼາຍໆສະຖານທີ່ ໂດຍຫຼັກໆຈະເນັ້ນໃສ່ສະຖານທີ່ທ່ອງທ່ຽວທັງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ແຕ່ສໍາລັບແຜນເກັບຕົວໃນຕ່າງປະເທດ ແມ່ນຍັງຕ້ອງພິຈາລະນາຄືນໃໝ່ຕື່ມອີກ ເນື່ອງຈາກກອງປະກວດເປັນຂະບວນທີ່ໃຫຍ່ຈຶ່ງເຄື່ອນຍ້າຍລໍາບາກ.

ພິເສດປີນີ້ມີມົງກຸດທັງໝົດ 5 ມົງກຸດ ເປັນມົງກຸດເພັດທີ່ອອກແບບຢ່າງປານີດ ພ້ອມລວດລາຍອັນເປັນເອກະລັກຈາກ ຮ້ານຄໍາພູວົງ ເພາະເຮົາເຫັນເຖິງຄວາມສໍາຄັນຂອງ 1 ໃນ 5 ນ້ອງ ທຸກຄົນໃກ້ຄຽງກັນຈຶ່ງເໝາະສົມທີ່ຈະມອບມົງກຸດໃຫ້ທັງ 5 ຕໍາແໜ່ງ ໂດຍໃຊ້ເວລາໃນການເຮັດມົງກຸດ ກວ່າ 10 ເດືອນ, ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆໄດ້ທາງ ແຟນເພຈ໌: MISS LAOS ນາງສາວລາວ.

[ ຂ່າວ: ທິບອຸສາ ]