ຊີວິດຫຼັງໃບປະກາດແດງ ສູ່ຄອບຄົວທີ່ອົບອຸ່ນ ຈັນແດງ ທອງສະໄໝ

178

ຍິນດີນໍາເດີ້ສໍາລັບທາຍາດນ້ອຍ ປາລະມີ ລູກສາວຂອງພໍ່ຈັນແດງ ແລະ ແມ່ເມຫຼາຍຄົງທີ່ຕິດຕາມກໍຄົງຍັງຈື່ໄດ້ກັບໜຸ່ມຄົນນີ້ ຈັນແດງ ທອງສະໄໝ ໜຸ່ມຜູ້ມີຄວາມຮູ້, ຄວາມສາມາດຫຼາກຫຼາຍ ເຈົ້າຂອງໃບປະກາດແດງ 2 ໃບ ຄືຊັ້ນ ມ.ປາຍ ມ.ສ ສັນຕິພາບ ແລະ ມະຫາວິທະຍາໄລແຫ່ງຊາດ ພາກວິຊາສື່ສານມວນຊົນ, ຄະນະອັກສອນສາດ.

ຕາມທີ່ໜຸ່ມຈັນແດງ ເຄີຍໃຫ້ສໍາພາດໄວ້ກັບທີມຂ່າວພວກເຮົາຮູ້ວ່າ ຈັນແດງເປັນໜຸ່ມຈາກແຂວງຫຼວງພະບາງ, ສະຖານະຄອບຄົວບໍ່ຄ່ອຍດີປານໃດ ຈິ່ງບອກກັບຕົນເອງສະເໝີຈະຕັ້ງຮຽນໃຫ້ດີທີ່ສຸດ, ຕະຫຼອດໄລຍະທີ່ມາຮຽນທີ່ວຽງຈັນ ໜຸ່ມຄົນນີ້ສູ້ຊົນ, ສູ້ຊີວິດ ເຮັດວຽກທຸກຢ່າງເພື່ອຫາເງິນສົ່ງຕົນເອງຮຽນ.

ຮຽນເພີ່ມ ແລະ ເຮັດວຽກເສີມຫຼາຍຢ່າງນັບຕັ້ງແຕ່ຮັບຕັດຫຍ້າ, ເປັນພະນັກງານກວດຜົນຫວຍ ຈົນມາຮອດຮັບງານອິດສະລະເຊັ່ນ ງານວິດີໂອ, ງານອອກແບບປຶ້ມ ແລະ ເປັນອາຈານສອນພາສາອັງກິດ ແລະ ເມື່ອຮຽນຈົບກໍຢາກເຮັດວຽກທີ່ສາມາດລ້ຽງຕົນເອງ ແລະຄອບຄົວໄດ້ ເພື່ອອະນາຄົດທີ່ດີ.

ນັບວ່າເປັນບຸກຄົນໂຕແບບທີ່ຢາກໃຫ້ຄົນທີ່ບໍ່ເຄີຍຮູ້ ຫຼື ກຳລັງທໍ້ຖອຍໄດ້ມີຈິດໃຈຢາກສູ້ຊີວິດຕໍ່ໃຫ້ໄດ້ແບບນີ້ ແບບທີ່ຈັນແດງເປັນ ຫຼື ດີກວ່ານັ້ນຍິ່ງເປັນການດີ, ໜຸ່ມຈັນແດງ ເຄີຍກ່າວໄວ້ວ່າ “ອະນາຄົດບໍ່ແນ່ນອນ ເຮົາບໍ່ສາມາດຮູ້ວ່າຈະເປັນແນວໃດ ສະນັ້ນຕ້ອງເຮັດມື້ນີ້ໃຫ້ດີທີ່ສຸດ”.

ກັບມາສູ່ຊີວິດຈິງຂອງເຈົ້າຂອງປະກາສະນີຍະບັດກຽດນິຍົມ ດ້ວຍຖານະຄອບຄົວ ທີ່ເຮັດໃຫ້ເພິ່ນຕ້ອງປູພື້ນຖານຊີວິດເອງໃນຫຼາຍໆຢ່າງ ເມື່ອຮຽນຈົບຈາກ ມຊ ໝູ່ຄູ່ຫຼາຍຄົນກໍ່ໝາຍປອງຢາກເຮັດວຽກໃນວົງການພັກ-ລັດ, ເຮັດກັບອົງກອນໃຫຍ່ໆ ແຕ່ສຳລັບຈັນແດງແລ້ວ ເຮັດຫຍັງກໍ່ໄດ້ທີ່ສາມາດລ້ຽງຕົນເອງ ແລະຄອບຄົວໄດ້ ກໍ່ດີໃຈແລ້ວ.

.

ເຊິ່ງປັດຈຸບັນ ຈັນແດງເຮັດວຽກກັບບໍລິສັດເອກກະຊົນແຫ່ງໜຶ່ງ, ຫຼັງຮຽນຈົບໜຸ່ມຈັນແດງກໍໄດ້ພົບຮັກແທ້ ແລະສ້າງຄອບຄົວທີ່ແສນອົບອຸ່ນ ກັບສາວເມ ເຊິ່ງເປັນສາວຈໍາປາສັກ ແລະ ຕອນນີ້ພວກເຂົາກໍໄດ້ມີທາຍາດນ້ອຍໜ້າຮັກໆເປັນທີ່ຮຽບຮ້ອຍແລ້ວ ເປັນລູກສາວ ຊື່ນ້ອງ ປາລະມີ ເກີດໃນຕອນເຊົ້າວັນທີ 25 ຕຸລາ 2019ນີ້ເອງ ຍິນດີນໍາທັງຄູ່ເດີ້!!!

.

.

.