ຄົນທໍາອິດຂອງລາວ ແຮ່ນນ້າ ໂລເຊັ່ນບູ້ມ ໃນເວທີປະກວດ Miss Asia Global 2019

379

ເຕີມເຕັມໄປດ້ວຍຄວາມອົບອຸ່ນ ຈາກທີມງານ, ຫມູ່ເພື່ອນ ແລະ ແຟນໆທີ່ມາໃຫ້ກຳລັງໃຈ ແຮ່ນນ້າ ໂລເຊັ່ນບູ້ມ ຫຼື ແຮ່ນນ້າ Hannah Rosenbloom ຮອງອັນດັບ 2 Miss Teen Laos 2019 ຕົວແທນປະເທດລາວໄປປະກວດ Miss Asia Global 2019 ທີ່ປະເທດອິນເດຍ

.

.

ສໍາລັບການປະກວດ Miss Asia 2019 ນີ້ແມ່ນຈະຈັດຂຶ້ນໃນວັນທີ 1 ພະຈິກ 2019 ແລະ ສາວແຮ່ນນ້າ ຈະເຂົ້າຮ່ວມເກັບໂຕກັບຫມູ່ໆສາວງາມຕັ້ງແຕ່ມື້ທີ່ໄປຮອດຈົນເຖິງຮອບສຸດທ້າຍ ນັບວ່າເປັນຄົນທໍາອິດປີທໍາອິດເລີຍທີ່ລາວສົ່ງຕົວແທນເຂົ້າຮ່ວມປະກວດ ຮ່ວມເຊຍແລະໃຫ້ກຳລັງໃຈ ນ້ອງແຮ່ນນາ ໃນເວທີປະກວດ Miss Asia 2019 ໄດ້ເລີຍ.

.

ແຮ່ນນ້າ ອາຍຸ 18 ປີ ປັດຈຸບັນຢູ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ຮຽນຢູ່ໂຮງຮຽນ ວຽງຈັນພັດທະນາ ນານາຊາດ ມ7, ຫຼາຍຄົນຄົງເຄີຍເຫັນຜົນງານການສະແດງຂອງແຮ່ນນ້າມາແລ້ວໃນຊີຣີ້ ຮັກນີ້ສີບົວ 1, Dairy love season 1&2, ມິວສິກເພງ ມ 7 …

.

ເເຮ່ນນ້າ ເຄີຍຜ່ານໂຄງການປະກວດຮ້ອງເພງ, ເເລະ ໂຄງການ Sofy contest ໄດ້ຮັບລາງວັນຮອງຊະນະເລີດ 4, ຜົນງານດ້ານບັນເທີງມີ ຮັກນີ້ສີບົວ season 1, Dairy love season 1&2, Sofy girl diary, ຫຼ້າສຸດ ກໍໄດ້ຮອງອັນດັບ 2 ມິສທີນລາວ 2019.

.

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍຂອງເເຮ່ນນ້າຄືດື່ມນໍ້າຫຼາຍໆ, ກິນອາຫານທີ່ມີປະໂຫຍດ ເເລະ ຫຼີ້ນກິລາ, ເວລາຫວ່າງຂອງເເຮ່ນນ້າຈະບໍ່ຄອຍມີ ເພາະເປັນຄົນຢູ່ລ້າໆບໍ່ໄດ້ ຕ້ອງໄດ້ຊອກເເນວເຮັດຕະຫຼອດ ເຊັ່ນ: ເຕັ້ນ, ຮ້ອງເພງ, ຫຼິ້ນກິລາ,ເເລະ ອີກຫຼາຍຢ່າງ.

.

ຜູ້ຊາຍໃນສະເປັກບໍ່ຄອຍມີ ເເຕ່ຖ້າມີເເຮ່ນນ້າມັກຄົນທີມີຄວາມເປັນຜູ້ນຳ, ເວົ້າຈາມ່ວນ, ນິໄສດີ ເເຕ່ຖ້າຮູບຮ່າງຈະມັກຄົນບ່າກວ້າງ, ບໍ່ມັກຄົນມີກ້າມ 55!!!, ສໍາລັບເປົ້າໝາຍໃນອະນາຄົດຂອງ ເເຮ່ນນ້າຄືຢາກໃຫ້ຄອບຄົວຢູ່ສະບາຍ, ເປັນຄົນດີ ແບບຢ່າງທີ່ດີໃຫ້ກັບສັງຄົມ..

.

.