ພະນັກງານ ກຸ່ມບໍລິສັດ ໂຄລາວ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

61

ໃນວັນທີ 8 ຕຸລາຜ່ານມາ ທ່ານ ປອ. ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ ໄດ້ຕາງໜ້າພະນັກງານ ກຸ່ມບໍລິສັດ ໂຄລາວ ໄດ້ນຳເອົາວັດຖຸປັດໄຈທີ່ລະດົມໄດ້ຈາກພະນັກງານເພື່ອຊ່ວຍພີ່ນ້ອງຜູ້ປະສົບໄພນໍ້າຖ້ວມ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງກ່າວຮັບໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ພະນັກງານ ກຸ່ມບໍລິສັດ ໂຄລາວ ໄດ້ເຫັນເຖິງໄພທໍາມະຊາດທີ່ສ້າງຄວາມເສຍຫາຍຫຼາຍຢ່າງໃຫ້ແກ່ປະຊາຊົນບໍ່ວ່າຈະເປັນວັດຖຸ ແລະ ຊັບສິນ. ສະນັ້ນ, ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ແມ່ນເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ ທີ່ກໍາລັງລໍຖ້າການຊ່ວຍເຫຼືອອັນຮີບດ່ວນໃນເບື້ອງຕົ້ນ ແລະ ພາຍຫຼັງການຟື້ນຟູ ໂດຍມີມູນຄ່າທັງໝົດ 16 ລ້ານກີບ ປະກອບດ້ວຍເຄື່ອງໃຊ້ ແລະ ເຄື່ອງບໍລິໂພກຕ່າງໆ ເຊັ່ນ: ອາຫານສໍາເລັດຮູບ, ນໍ້າດື່ມ, ຢາ, ເຄື່ອງນຸ່ງມືສອງ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.

ເຄື່ອງເຫຼົ່ານີ້ຈະເປັນການສ້າງຄວາມສະດວກຫຼວງຫຼາຍໃຫ້ແກ່ພວກເຂົາໃນການດໍາລົງຊີວິດ ເພື່ອເຮັດໃຫ້ຜູ້ປະສົບໄພນໍ້າຖ້ວມເຫຼົ່ານັ້ນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ສາມາດກັບມາໃຊ້ຊີວິດໄດ້ຢ່າງເປັນປົກກະຕິ.

ອຸທົກກະໄພປີ 2019 ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍຢູ່ 12 ແຂວງ ໃນທົ່ວປະເທດ ກວມເອົາທັງໝົດ 58 ເມືອງ, 1.794 ບ້ານ, 178.361 ຄອບຄົວ, 662.954 ຄົນ ມີຜູ້ເສຍຊີວິດ 22 ຄົນ, ສູນຫາຍ 7 ຄົນ.

( ຂ່າວ: ທິບອຸສາ.

ຮູບ: ວິລະສັກ )