ດ່ານພາສີສາກົນຂົວມິດຕະພາບ III ຄາດຈະເກັບລາຍຮັບໄດ້ລື່ນແຜນກວ່າ 11 ຕື້ກີບ

73

ມາຮອດ 9 ເດືອນປີ 2019 ດ່ານພາສີຂົວມິດຕະພາບ III ສາມາດເກັບລາຍຮັບໄດ້ຫຼາຍກວ່າ 200 ຕື້ ກວ່າກີບ ເທົ່າກັບ 79,47% ຂອງແຜນປີ ແລະ ຄາດຄະເນໝົດປີ 2019 ປະຕິບັດລາຍຮັບເຂົ້າງົບປະມານໄດ້ 104,40% ຄິດເປັນເງິນລື່ນແຜນການປະມານ 11 ຕື້ ກວ່າກີບ.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີຂົວມິດຕະພາບ III ໄດ້ເປີດເຜີຍກັບຂ່າວການເງິນ ວ່າ: ດ່ານພາສີສາກົນຂົວມິດຕະພາບ III ໜຶ່ງໃນດ່ານພາສີສາກົນຂຶ້ນກັບກອງຄຸ້ມຄອງພາສີ VI ປະກອບໜ່ວຍງານຂັ້ນຕອນການແຈ້ງພາສີ, ໜ່ວຍງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ໜ່ວຍງານກວດກາພາຫະນະ ແລະ ຜູ້ໂດຍສານ, ຫ້ອງການບໍລິການວຽກງານພາສີຢູ່ເຂດເສດຖະກິດສະເພາະທ່າແຂກ, ດ່ານທ້ອງຖິ່ນທ່າເຮືອໂດຍສານທ່າແຂກ, ດ່ານປະເພນີບ້ານດ່ານ ( ປາກເຊບັ້ງໄຟ ) ດ່ານປະເພນີປາກນໍ້າຫີນບູນ, ດ່ານປະເພນີປາກເປັ່ງ, ມີຄະນະພັກ 3 ສະຫາຍ, ມີພະນັກງານ 39 ທ່ານ ຍິງ 9 ທ່ານ.

ປີ 2019 ໄດ້ຮັບຕົວເລກແຜນການ 252,70 ຕື້ກີບ ກວມອັດຕາສ່ວນ 21% ຂອງລາຍຮັບກອງຄຸ້ມຄອງພາສີ VI, ສະເພາະຢູ່ແຂວງຄຳມ່ວນ ກວມລາຍຮັບປະມານ 63,54%, ຜ່ານການຈັດຕັ້ງປະຕິບັດການເກັບລາຍຮັບ ໃນ 9 ເດືອນປີ 2019  ປະຕິບັດໄດ້ 200,8 ຕື້ກວ່າກີບ ເທົ່າກັບ 113,53% ຂອງແຜນການ 9 ເດືອນ ຖ້າທຽບໃສ່ແຜນການປີປະຕິບັດໄດ້ 79,47%, ທຽບໃສ່ໄລຍະດຽວຂອງປີ 2018 ປະຕິບັດໄດ້ 111,33%.

ລາຍຮັບສ່ວນໃຫຍ່ໄດ້ຈາກນ້ຳມັນເຊື້ອໄຟ ກວມລາຍຮັບຢູ່ 16,61%, ນໍາເຂົ້າ – ສົ່ງອອກກວມລາຍຮັບຢູ່ 54,25%. ໃນນີ້, ກະທິງແດງໄດ້ 38,40%, ງົວ – ຄວາຍໄດ້ 8,85%, ໝາກໄມ້ສົດໄດ້ 6,75%, ເຂົ້າສານ ໄດ້ 0,22%, ສິນຄ້ານຳເຂົ້າພາຍໃນ 10,25%, ທໍານຽມພາຫະນະເຂົ້າ – ອອກດ່ານ 6,85%, ທໍານຽມຜ່ານແດນສາກົນ 6,33%, ທຳນຽມຄັງແຮ 3,23% ແລະ ອື່ນໆ.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີຂົວມິດຕະພາບ III ເນັ້ນຕື່ມອີກວ່າ: ໃນອີກ 3 ເດືອນທ້າຍປີ 2019 ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໄດ້ 62,9 ຕື້ກວ່າກີບ ແລະ ຄາດຄະເນໝົດປີປະຕິບັດໄດ້ 263,8 ຕື້ກວ່າກີບ ເທົ່າກັບ 104,40% ຄິດເປັນເງິນລື່ນແຜນການປີ 11,1 ຕື້ກວ່າກີບ.

ເພື່ອໃຫ້ໄດ້ຕາມຕົວເລກດັ່ງກ່າວ ຄະນະດ່ານຈະໄດ້ສຸມໃສ່ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ສືບຕໍ່ການຊີ້ນຳໆພາທາງດ້ານການເມືອງ – ແນວຄິດໃຫ້ອ້າຍນ້ອງພະນັກງານພາຍໃນດ່ານໃຫ້ເປັນປົກກະຕິ, ຄຸ້ມຄອງການກວດກາ, ກວດກາຕິດຕາມການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນການສະຫຼຸບລາຍງານຕ້ອງຊັດເຈນ, ທັນເວລາ.

ເພີ່ມທະວີວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມງວດ, ປະຕິບັດຕາມລະບຽບກົດໝາຍ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານ ປັບປຸງແບບແຜນວິທີເຮັດວຽກວິຊາສະເພາະຢູ່ຕາມໜ່ວຍງານຕ່າງໆໃນການໃຫ້ການບໍລິການໃຫ້ມີຄວາມສະດວກວ່ອງໄວ ທັງຮັບປະກັນຕໍ່ລະບຽບກົດໝາຍ, ເອົາໃຈໃສ່ປະຕິບັດລາຍງານຕົວເລກລາຍຮັບປະຈຳວັນ, ເດືອນ, ງວດ, ປີ.

[ ຂ່າວ – ຮູບ:ກະຊວງການເງິນ ]