ມາເລເຊຍ ຍອດນໍາເຂົ້າຫຼຸດລົງຕໍ່າສຸດໃນຮອບທົດສະວັດ

100

ຍອດການນໍາເຂົ້າຂອງ ມາເລເຊຍ ປັບຕົວຫຼຸດລົງຫຼາຍທີ່ສຸດໃນຮອບ 10 ປີ ເນື່ອງຈາກອຸປະສົງສິນຄ້າປະເພດທຶນ ຫຼຸດລົງເປັນສັນຍານບົ່ງຊີ້ວ່າການຂະຫຍາຍຕົວທາງເສດຖະກິດຂອງ ມາເລເຊຍ ຫຼຸດລົງໃນໄລຍະເດືອນຕໍ່ໜ້າ.

ທັງນີ້, ຍອດນໍາເຂົ້າຫຼຸດລົງ 12,5% ໃນເດືອນສິງຫາທີ່ຜ່ານມາ ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ ເຊິ່ງຫຼາຍກວ່າຕົວເລກຄາດຄະເນຂອງນັກເສດຖະສາດ ທີ່ລະດັບ 8%. ສ່ວນຍອດສົ່ງອອກຫຼຸດລົງ 0,8% ສວນທາງກັບທີ່ນັກເສດຖະສາດ ຄາດຄະເນວ່າຈະປັບຕົວຂຶ້ນ 2,7%.

ລາຍງານຂ່າວ ໃຫ້ຮູ້ວ່າ: ຍອດນໍາເຂົ້າສິນຄ້າປະເພດທຶນ ຫຼຸດລົງ 31% ໃນເດືອນສິງຫາທີ່ຜ່ານມາ ເນື່ອງຈາກຍອດຊື້ອາໄຫຼ່ ແລະ ອຸປະກອນເຄື່ອງຈັກປັບຕົວຫຼຸດລົງ, ສ່ວນຍອດນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກຫຼຸດລົງ 12,8%. ຂະນະທີ່ຍອດສົ່ງອອກສິນຄ້າກະສິກໍາ ປັບຕົວຂຶ້ນ 13% ນໍາໂດຍປາມນໍ້າມັນ ເນື່ອງຈາກຈີນ ປັບຍອດສັ່ງຊື້ຂຶ້ນເປັນ 2 ເທົ່າ.

ມາເລເຊຍ ກຽມເປີດເຜີຍງົບປະມານເພີ່ມຕື່ມ ໃນວັນທີ 11 ເດືອນຕຸລານີ້ ເພື່ອຮັບມືກັບຜົນກະທົບຈາກຄວາມເຄັ່ງຕຶງທາງການຄ້າລະຫວ່າງ ອາເມຣິກາ ແລະ ຈີນ ໂດຍຄາດຄະເນວ່າເສດຖະກິດຈະຂະຫຍາຍຕົວຫຼຸດລົງຈຸລະດັບ 4,3% ໃນປີ 2020 ຈາກລະດັບຄາດຄະເນຂອງປີນີ້ ທີ່ 4,5%.