ສິງກະໂປ ຊູແຜນການເຊືື່ອມໂຍງເມືອງທັນສະໄໝອາຊຽນເຂົ້າກັນ

146

ລັດຖະບານສິງກະໂປ ພ້ອມຊຸກຍູ້ໂຄງການເຄືອຂ່າຍເມືອງທັນສະໄໝ ຫຼື ເມືອງອັດສະລິຍະອາຊຽນ ຫວັງຮອງຮັບກະແສປະຊາກອນໄຫຼເຂົ້າມາເຮັດວຽກໃນເມືອງ.

ເມື່ອບໍ່ດົນມານີ້ໃນກອງປະຊຸມອາຊຽນ ຄັ້ງທີ 32 ສິງກະໂປ ໃນຖານະປະທານອາຊຽນ ໄດ້ຍົກເອົາປະເດັນເມືອງທັນສະໄໝຂຶ້ນມາກ່າວ ໂດຍຊີ້ວ່າ: ສໍາລັບເລື່ອງເຄືອຂ່າຍເມືອງທັນສະໄໝເປັນສິ່ງທີ່ ສິງກະໂປ ຫວັງວ່າຈະສໍາເລັດ, ມີ ຄວາມກ້າວໜ້າ ແລະ ເປັນຮູບປະທໍາພາຍໃນປີນີ້.

ປັດຈຸບັນປະຊາກອນອາຊຽນກວ່າເຄິ່ງໜຶ່ງອາໄສຢູ່ໃນເມືອງ ແລະ ພາຍໃນປີ 2030 ມີການຄາດຄະເນວ່າປະຊາກອນອີກຫຼາຍກວ່າ 90 ລ້ານຄົນ ຈະຍ້າຍເຂົ້າມາເພີ່ມ ໂດຍເມືອງຂະໜາດກາງທີ່ຮອງ   ຮັບປະຊາກອນລະຫວ່າງ 200.000 – 2.000.000 ຄົນ ຈະສົ່ງຜົນໃຫ້ເກີດການຂະຫຍາຍຕົວທາງເສດຖະກິດ – ສັງຄົມ.

ຢ່າງໃດກໍຕາມ, ດ້ວຍຈໍານວນປະຊາກອນທີ່ເພີ່ມຂຶ້ນຈະສົ່ງຜົນເຮັດໃຫ້ເກີດບັນຫາຕາມມາທັງຄວາມໜາແໜ້ນ, ມົນລະພິດທາງອາກາດ, ຄຸນນະພາບນໍ້າ, ຊ່ອງວ່າງທາງສັງຄົມ ແລະ ການແບ່ງແຍກທາງພູມສາດລະຫວ່າງປະຊາກອນໃນເມືອງ ແລະ ປະຊາກອນໃນເຂດຊົນນະບົດ.