Miss Tourism World Laos 2019 ໄດ້ຮັບລາງວັນຮອງອັນດັບສອງ ຊຸດປະຈໍາຊາດດີເດັ່ນ

339

ຈົບລົງໄປເປັນທີ່ຮຽບຮ້ອຍສໍາລັບເວທີປະກວດນາງງາມອັນຊົງກຽດ Miss Tourism World 2019 ໃນຄໍ່າຄືນວັນທີ 6 ຕຸລາ 2019 ຜ່ານມາ ທີ່ປະເທດຈີນ, ຕົວແທນປະເທດລາວ ສາວ ແອນນີ້ ກໍສາມາດ ຖ່າຍຖອດວັດທະນະທໍາຂອງລາວໂດຍສະເພາະ ຊົນເຜົ່າອາຄ່າ ເຮັດໃຫ້ລາວເຮົາໄດ້ລາງວັນ ຮອງອັນດັບສອງ ຊຸດປະຈໍາຊາດດີເດັ່ນ Best National Costume 2nd Runner up

ຍິນດີນໍາເດີ້ ເພາະສໍາລັບສາວ ແອນນີ້ ນິດາກອນ ຈັນດາລາສານ ຕົວແທນສາວລາວເຂົ້າປະກວດ Miss Tourism World 2019 ຄັ້ງນີ້ໄດ້ໂຊຄວາມຮູ້ຄວາມສາມາດ, ຄວາມງາມ, ເຜີຍແຜ່ວັດທະນະທໍາລາວ ໃນຊຸດປະຈໍາຊາດຂອງຊົນເຜົ່າອາຄ່າ ເປັນຊຸດ “AKHA OF LAOS” ເປັນຊຸດຈາກຫ້ອງເຄື່ອງ: ແສງຈຳປາ, ອອກແບບໂດຍ: ອຈ ສົມສະນຸກ ເພຍສະຂາ

ແຮງບັນດານໃຈໃນການອອກແບບ: ປະເທດລາວ ມີຄວາມຫຼາກຫຼາຍຂອງຊົນຊາດຊົນເຜົ່າ ແລະ ມີເອກະລັກສະເພາະໂຕທີ່ແຕກຕ່າງກັນ ເຊິ່ງເຜົ່າອາຄ່າ ກໍເປັນຊົນເຜົ່າໜຶ່ງ ທີ່ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ມີວັດທະນະທຳ, ຮີດຄອງປະເພນີອັນດີງາມ,

*

*

ສະແດງອອກເຖິງການນຸ່ງຖືທີ່ເປັນເອກະລັກສືບທອດກັນມາແຕ່ບູຮານນະການ ສະແດງເຖິງຄວາມອຸດົມສົມບູນຮັ່ງມີຂອງຊັບພະຍາກອນທຳມະຊາດ, ເປັນຕົ້ນແມ່ນ ເຄື່ອງເງິນ, ໂລຫະ ທີ່ໄດ້ນໍາມາເປັນເຄື່ອງປະດັບ ແລະ ຜ້າຝ້າຍ ທີ່ໄດ້ມາຈາກທຳມະຊາດ

ໃນການອອກແບບຊຸດນີ້ແມ່ນໄດ້ນຳມາປະຫຍຸກ ແລະ ຕົກແຕ່ງໃຫ້ເກີດມີຄວາມທັນສະໄໝເຂົ້າກັບຍຸກປັດຈຸບັນ ແຕ່ກໍຍັງຄົງຮັກສາເອກະລັກຂອງຊົນເຜົ່າອາຄ່າໄດ້ຢ່າງສວຍງາມ

*

ນິດາກອນ ຈັນດາລາສານ ຫລື ແອນນີ້ ປັດຈຸບັນອາຍຸ 21 ປີ, ຢູ່ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ, ຜົນງານດ້ານການບັນເທີງຜ່ານມາ ແມ່ນ ໄດ້ຕຳແຫນ່ງຮອງ Miss Grand Laos 2017 ແລະ ໄດ້ ຕຳແຫນ່ງ Miss Tourism World 2018.  ນອກນັ້ນກໍມີການສະແດງຊີຣີ້ , ພີເຊັນເຕີ້ເຄື່ອງສຳອາງ, ຖ່າຍແບບ , ຖ່າຍວາລະສານ ເດີນແບບ ແລະ ອື່ນໆ

ເຄັດລັບໃນການເບິ່ງແຍງສຸຂະພາບ ແລະ ຄວາມງາມຂອງແອນນີ້ແມ່ນ ອອກກຳລັງກາຍ ແອນນີ້ຈະເຂົ້າຟິດເນັດຕະຫລອດ, ເວລາຫວ່າງ ຈະມັກເຂົ້າຟິດເນັດ ເພາະວ່າຢູ່ເຮືອນເຮັດຟິດເນັດ

ຊາຍໃນສະເປັກ ແອນນີ້ບໍ່ມີສະເປັກ ຂໍເປັນຄົນທີ່ດີ ເຂົ້າກັບພໍ່ແມ່ ແລະ ຄອບຄົວຂອງເຮົາ,  ແອນນີ້ ມີອ້າຍ2ຄົນ  ເຊິ່ງແອນນີ້ເປັນລູກສາວຫລ້າ ລູກສາວດຽວ

*

ເປົ້າຫມາຍໃນອະນາຄົດຄືການເປັນນັກທຸລະກິດຍິງ ເປັນແບບຢ່າງໃຫ້ກັບຜູ້ຍິງຫລາຍໆຄົນໃຫ້ຮູ້ຈັກຫາເງີນ

*

.

*

*