ສາວງາມຈາກປາກເຊ ​ເຈນ ມະໄລລັກ ພະຈັນ Miss Grand Laos 2019

85

*

ຂໍສະແດງຄວາມຍິນດີກັບ ສາວ ເຈນ ມະໄລລັກ ພະຈັນ ທີ່ໄດ້ເປັນ MISS GRAND LAOS 2019 ໃນຄໍ່າຄືນ ການປະກວດ Miss World Laos 2019 ວັນທິ 19 ກັນຍາ 2019 ທີ່ຜ່ານມາ

*

ເຈນ ມະໄລລັກ ເປັນສາວປາກເຊ ອາຍຸ 24ປີ ເກີດເມື່ອວັນທີ 22 ສິງຫາ 1995, ສ່ວນສູງ165 ຊັງຕີແມັດ ຮຽນຈົບສະຖານບັນຣັດຕະນະບໍລິຫານທຸລະກິດ ສາຂາ ບໍລິຫານທຸລະກິດ ຮຽນຈົບແລ້ວກໍເຮັດວຽກຢູ່ນະຄອນຫຼວງວຽງຈັນ.

*

*

ກ່ອນໄດ້ຮັບລາງວັນ ມະໄລລັກ ພະຈັນ ເຄີຍກ່າວວ່າ: ເຫດຜົນທີ່ເລືອກເຂົ້າປະກວດໃນເວທີ Miss World Laos 2019 ນີ້ຍ້ອນວ່າເປັນເວທີທີ່ເຮັດໃຫ້ນ້ອງສະແດງຄວາມສາມາດໄດ້ເຕັມທີ່ ມີທັງແຄັມເປນ ແລະ ກິດຈະກຳຫຼາກຫຼາຍ, ເປັນເວທີສາກົນ ແລະທ້າທາຍດີສຳລັບນ້ອງ.

*

*

ຫຼ້າສຸດທີ່ໄດ້ຮັບຕໍາແໜ່ງເປັນ MISS GRAND LAOS 2019 ກໍຮູ້ສຶກດີໃຈ ແລະ ພູມໃຈຫຼາຍກັບຕໍາແໜ່ງນີ້ ເຈນ ໂພສວ່າ:

ຜູ້ຍິງໂຕນ້ອຍຄົນໜຶ່ງທີ່ມີຈິດໃຈສູ້ຢາກເຮັດໄດ້ຕາມຄວາມຝັນ ສູ້ໂຕຄົນດຽວ ຍ້ອນຄວາມມັກໃນການປະກວດ ຢາກໃສ່ມົງ ຢາກໂບກມືຢູ່ເທິງເວທີ ມື້ນີ້ກໍ່ມາຮອດແລ້ວ ມັນຄືຝັນມັນຄືຄວາມຕັ້ງໃຈ.

*

ຂອບໃຈຄອບຄົວທີ່ບໍ່ເຄີຍຫ້າມແຕ່ໃຫ້ກຳລັງໃຈຕະຫຼອດ, ຂອບໃຈອ້າຍອາແລະເອື້ອຍຝົນSaykeo Make ທີ່ເຫັນຄວາມສາມາດຂອງນ້ອງ .
ຂອບໃຈອ້າຍເອື້ອຍລ້ຽງທຸກຄົນທີ່ດູແລຄືຄອບຄົວພິເສດNararit Aiemsiriທີ່ສິດສອນມາຕະຫຼອດ, ຂອບໃຈ Anchalee Wongariyakaweeທີ່ເຫັນໃນຄວາມສາມາດໃຫ້ນ້ອງໄດ້ລາງວັນOxymora ຂອບໃຈທຸກຄົນທີ່ເຊຍເຈນມາຕະຫຼອດ ແລະເຊື່ອໝັ້ນໃນຜູ້ຍິງຄົນນີ້ …

*

ເຈນ ມີຄວາມສາມາດໄດ້ການ ເປັນພິທິກອນ ແລະ ຮ້ອງເພງ  ເຮັດໃຫ້ມີຜົນງານບັນເທີງຜ່ານມາ ທັງເປັນພິທິກອນ – ຮ້ອງໂຄເວີ້ເພງ – ສະແດງເອັມວີ

ເຄັດລັບໃນການຮັກສາສຸຂະພາບຄື ອອກກຳລັງກາຍ ທິດ 1 ປະມານ 3 ຄັ້ງ ແລະງົດຂອງທອດ, ນໍ້າອັດລົມ , ສຳລັບຄວາມງາມແມ່ນທາກັນແດດຕະຫຼອດ

*

ເວລາຫວ່າງ ມັກເບິ່ງYoutubeກ່ຽວກັບເຄັດລັບການເວົ້າ,ເດີນແບບ ແລະ ມັກຂາຍອອນລາຍໃນຍາມວ່າງ(ແຕ່ສ່ວນຫຼາຍບໍ່ຄ່ອຍວ່າງ ເພາະເຮັດວຽກຫຼາຍບ່ອນ)

*

ສ່ວນເປົ້າໝາຍໃນອະນາຄົດ ມະໄລລັກບອກວ່າ:  ຢາກຊ່ວຍເຫຼືອໂຮງຮຽນເຂດຊົນນະບົດ ແລະ ຢາກດູແລຄອບຄົວ ມີທຸລະກິດເປັນຂອງຕົນເອງ ຕອນນີ້ຢາກເປັນຕົວແທນຂອງຜູ້ຍິງລາວ ເພື່ອໄປສະແດງ ເຜີຍແຜ່ວັດທະນະທຳລາວ ແລະ ເວົ້າໃຫ້ທຸກຄົນໄດ້ຮູ້ຈັກປະເທດລາວຫຼາຍຂຶ້ນ

*