ກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢູນນານຫຸ້ນສ່ວນຈຳກັດ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

54

ໃນຕອນເຊົ້າຂອງວັນທີ 20 ກັນຍາ 2019 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ເພັດພົມພິພັກ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງຫນ້າລັດຖະບານ ຮັບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຈາກກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢູນນານຫຸ້ນສ່ວນຈຳກັດ ທີ່ໄດ້ຮັບຈາກການບໍລິຈາກ ຂອງບັນດາບໍລິສັດ ແລະ ພະນັກງານ ຢູ່ເຂດພັດທະນາກວມລວມໄຊເສດຖາ ຈຳນວນ 103.132.000 ກີບ ຊຶ່ງແມ່ນທ່ານ ຫຼິວ ຫູ້, ຕາງຫນ້າໃຫ້ກຸ່ມບໍລິສັດດັ່ງກ່າວ ເປັນຜູ້ມອບ, ໂດຍມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກຸ່ມບໍລິສັດ ທີ່ນຳເງິນມາມອບ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ພາກສ່ວນ ທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້. ເງິນຊ່ວຍເຫລືອດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫລືອ ບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້.

ຊຶ່ງການຊ່ວຍເຫຼືອດັ່ງກ່າວ ຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍ່ຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ສາມາດຜ່ານພົ້ນຄວາມຫຍຸ້ງຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.