ນ້ຳໃຈເລັກນ້ອຍໃນຍາມທຸກ! ຊາວລາວຂົນເຄື່ອງຊ່ວຍເຫຼືອສົ່ງພີ່ນ້ອງອຸບົນ

53

ນັບວ່າເປັນເລື່ອງລາວໜ້າປະທັບໃຈ ທີ່ພີ່ນ້ອງບ້ານໃກ້ເຮືອນຄຽງຕ່າງກໍ່ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ເມື່ອອີກຝ່າຍເດືອດຮ້ອນ ຫຼື ປະສົບບັນຫາ ຝ່າຍໜຶ່ງກໍ່ສະແດງຄວາມເປັນຫ່ວງ ແລະ ຍື່ນມືເຂົ້າມາຈະໜ້ອຍ ຫຼື ຫຼາຍບໍ່ສຳຄັນ ບໍ່ມີວັດຖຸສິ່ງຂອງຂໍໃຫ້ເປັນແຮງງານກໍ່ຍັງດີ ຄືພີ່ນ້ອງລາວ-ໄທໄກພຽງຝາກນ້ຳ ແລະ ພວກເຮົາບໍ່ເຄີຍຖີ້ມກັນ!!!

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

 

ອີງຕາມລາຍງານຂອງເພຈໄທ ໂດຍໃສ່ຊື່ວ່າ ມີດ່ານບອກແດ່ອຸບົນຣາດຊະທານີ ໄດ້ໂພສພາບຜ່ານເຟສບຸກ ໃນວັນທີ 18 ກັນຍາ 2019 ຜ່ານມາ ໂດຍໄດ້ລະບຸວ່າ: “ຂອບໃຈພີ່ນ້ອງ ທາງ ສປປ ລາວເດີ ທີ່ນຳສິ່ງຂອງມາຊ່ວຍເຫຼືອຊ່ວຍອຸບົນ ຂໍໃຫ້ເດີນທາງກັບບ້ານໂດຍປອດໄພ” ຫຼັງຈາກຂໍ້ຄວາມດັ່ງກ່າວຖືກກະຈາຍອອກໄປ ກໍ່ມີພີ່ນ້ອງທັງຝັ່ງລາວ ແລະ ໄທ ຕ່າງກໍ່ມາສະແດງຄວາມຄິດເຫັນພີ່ນ້ອງສອງຝັ່ງມີນໍ້າໃຈໄມຕີຈິດທີ່ດີຕໍ່ກັນ.

ในภาพอาจจะมี 20 คน, คนที่ยิ้ม

 

ในภาพอาจจะมี หนึ่งคนขึ้นไป และอาหาร

ເຄື່ອງຊ່ວຍເຫຼືອທີ່ພີ່ນ້ອງຊາວລາວ ນຳມາມອບໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ ອຸບົນລາດຊະທານີ ປະກອບດ້ວຍເຄື່ອງບໍລິໂພກເປັນຕົ້ນແມ່ນ ຜັກກະຫຼໍ່າປີ, ໝາກກ້ວຍ ແລະ ອື່ນໆ ຈຳນວນ 1 ຄັນລົດ ເພື່ອມອບໃຫ້ຜູ້ປະສົບໄພທີ່ກຳລັງເດືອດຮ້ອນຍ້ອນທີ່ພັກອາໄສຍັງຈົມຢູ່ໃຕ້ນ້ຳ.

 

ในภาพอาจจะมี อาหาร

 

ในภาพอาจจะมี 11 คน, รวมถึง ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຄບຕ, คนที่ยิ้ม

ບ້ານເຮົາແມ່ນວ່າຈະຍັງຢູ່ໃນບັນຊີປະເທດທີ່ທຸກຍາກ ແຕ່ນ້ຳໃຈຄົນລາວບໍ່ເຄີຍແລ້ງ ຫາກສິ່ງໃດຊ່ວຍໄດ້ກໍ່ແບ່ງເບົາໄປນຳກັນ, ສ່ວນຝ່າຍໄທບໍ່ໃຫ້ເວົ້າທີ່ຜ່ານມາທຸກຄັ້ງທີ່ບ້ານເຮົາມີບັນຫາເພິ່ນມີມາທັງກຳລັງຊັບ ແລະ ກຳລັງຄົນ ຄຸນງາມຄວາມດີເຫຼົ່ານີ້ຄົນລາວບໍ່ເຄີຍລືມເລືອນ!!!

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

 

ในภาพอาจจะมี 1 คน, กำลังยืน, เด็ก และสถานที่กลางแจ้ง