ບໍລິສັດ 385 ສສ ຫວຽດນາມ ຊ່ວຍເຫລືອຜູ້ປະສົບໄພ ຢູ່ເມືອງ ສາມັກຄີໄຊ ມູນຄ່າ 70 ລ້ານກວ່າກີບ

85

ເມື່ອມໍ່ໆມານີ້ ບໍລິສັດ ຮ່ວມມືເສດຖະກິດ 385 ສສ ຫວຽດນາມ ທີ່ລົງທຶນການຜະລິດສວນຢາງພະລາ ຢູ່ເມືອງ ສາມັກຄີໄຊ ແຂວງ ອັດຕະປື ໄດ້ໃຫ້ການຊ່ວຍເຫລືອຄົນງານ ແລະ ປະຊາຊົນຜູ້ຖືກຜົນກະທົບ ຈາກໄພນ້ຳຖ້ວມ ໃນເຂດນິຄົມສວນຢາງສວນຢາງພະລາ ຢູ່ 5 ບ້ານ ຄື: ບ້ານ ແບ່ງພູຄໍາ 50 ຄອບຄົວ, ບ້ານສອກ 135 ຄອບຄົວ, ບ້ານກະໂສມ: 89 ຄອບຄົວ, ບ້ານ ຫະລາງໃຫຍ່ 190 ຄອບຄົວ ແລະ ບ້ານໄຊໂພສີ: 132 ຄອບຄົວ ລວມມູນຄ່າຊ່ວຍເຫລືອທັງໝົດ 70 ລ້ານກິບ.

ເຄື່ອງຊ່ວຍທີ່ນຳມາຊ່ວຍເຫຼືອ ທີ່ນຳມາມອບ ຄັ້ງນີ້ປະກອບມີ ເຂົ້າສານຈ້າວ 3,2 ໂຕນ, ນ້ຳປາ 600 ກວດ, ອຸປະກອນການຮຽນໃຫ້ນ້ອງນັກຮຽນ ແລະ ເຄື່ອງຈຳເປັນຈຳນວນຫນຶ່ງ ພ້ອມກັນນີ້ ກ່ໍຍັງມີການກວດເຊັກສຸຂະພາບ ແລະ ຈ່າຍຢາປົວພະຍາດ ໃຫ້ຄົນງານ ແລະ ປະຊາຊົນພາຍໃນບ້ານ ໂດຍບໍ່ເສຍຕື່ມອີກ.

ເປັນກຽດກ່າວມອບ ເຄື່ອງຊ່ວຍເຫລືອດັ່ງກ່າວ ມີ ທ່ານ ຄຳໝັ້ນ ສີສະໝົດ ຮອງເຈົ້າເມືອງ ສາມັກຄີໄຊໄຊ, ມີທ່ານ ຫງວຽນທັງແທງ ຜູ້ຕ່າງໜ້າໃຫ້ ບໍລິສັດຮ່ວມມືເສດຖະກິດ 385 ພ້ອມນີ້ຍັງມີບັນດາຄະນະນຳກ່ຽວຂ້ອງທີ່ເຂົ້າຮ່ວມກໍໄດ້ເປັນກຽດຜັດປ່ຽນກັນກ່າວມອບນຳດ້ວຍ.

ບໍລິສັດຮ່ວມມືເສດຖະກິດ 385 ສສ ຫວຽດນາມ ທີ່ເຂົ້່າລົງທຶນແບບປະຊາຊົນມີສ່ວນຮ່ວມ ໂດຍຖືກຕ້ອງຕາມລະບຽບກົດໝາຍ ວ່າດ້ວຍການລົງທຶນຂອງລັດນັ້ນ ໄດ້ກວມເອົາ 6 ບ້ານ ຂອງເມືອງ ສາມັກຄີໄຊ ໃນນີ້ ມີບ້ານໃຫຍ່ ເຊກະໝານ ນຳດ້ວຍ ລວມມີເນື້ອທີ່ທັງໝົດ 1.000 ກວ່າເຮັກຕາ, ພະນັກງານເຮັດວຽກຂີດຢາງພະລາໃຫ້ບໍລິສັດ ສ່ວນໃຫຍ່ແມ່ນແຮງງານຄົນລາວທີ່ມາຈາກແຕ່ລະບ້ານດັ່ງທີ່ສະເໝີມາແລ້ວນັ້ນ ມີສູງເຖິງ 300 ກວ່າຄົນ ດັ່ງນັ້ນ ຈຳນວນເຄື່ອງຊ່ວຍເຫລືອທີ່ນຳມາບັນເທົາໃຫ້ພໍ່ແມ່ປະຊາຊົນຜູ້ຖືກຜົນກະທົບໄພພິບັດນ້ຳຖ້ວມ ເຊິ່ງລວມທັງຄົນງານໃນຂັ້ນສຸກເສີນເບຶ້ອງຕົ້ນ ແລະ ປະຊາປະຊາຊົນທີ່ຖືກຜົນກະຕົວຈິງຄັ້ງນີ້ ເຖິງວ່າຈະບໍ່ຫລາຍເທົ່າເຖິງຄວາມຮຽກຕ້ອງການ ແຕ່ກໍ່ເປັນການປະກອບສ່ວນຊ່ວຍເຫລືອເພື່ອນມະນຸດດ້ວຍກັນໃຫ້ໄດ້ແກ້ໄຂຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ

ໂດຍ: ມາລາທິບ