ທ່ານລັດຖະມົນຕີປະຈຳ ສນຍ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນ

215

ໃນວັນທີ 14-15 ກັນຍາ 2019 ທີ່ຜ່ານມາ, ທ່ານ ປອ. ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈຳສຳນັກງານນາຍົກ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄອບຄົວ, ເພື່ອນມິດສະຫາຍ ແລະ ຍາດຕິພີ່ນ້ອງ ໄດ້ນຳເອົາວັດຖຸປັດໄຈ ມີມູນຄ່າ 112 ລ້ານກວ່າກີບ ໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນ ຈຳນວນ 662 ຄອບຄົວ ໃນ 11 ບ້ານ ຂອງເມືອງເຊໂປນ ແລະ ເມືອງວິລະບູລີ ແຂວງສະຫວັນນະເຂດ.

ການລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຄັ້ງນີ້, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ໄດ້ໃຫ້ການໂອ້ລົມ ຢື້ຢາມຖາມຂ່າວ ພໍ່ແມ່ປະຊາຊົນ ແລະ ນຳເອົາຄວາມເປັນຫ່ວງເປັນໄຍຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງປຸກລະດົມກຳລັງໃຈ, ນຳ້ໃຈສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນຄັ້ງນີ້. ໃນນັ້ນ ໄດ້ເນັ້ນໜັກ ໃຫ້ພ້ອມກັນເອົາໃຈໃສ່ ຈັດຕັ້ງການຜະລິດຕາມເງື່ອນໄຂ ແລະ ທ່າແຮງຂອງທ້ອງຖິ່ນ, ບຸກບືນປັບປຸງຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ໃນໂອກາດນີ້, ຕາງໜ້າປະຊາຊົນ ຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ໃນຄັ້ງນີ້, ທ່ານນາງ ສຸວັນເພັງ ບຸບຜານຸວົງ ຂໍສະແດງຄວາມຂອບໃຈມາຍັງ ຜູ້ທີ່ໃຫ້ການສະໜັບສະໜູນ ທຶນຮອນ ແລະ ວັດຖຸປັດໄຈ ຊ່ວຍເຫຼືອປະຊາຊົນໃນຄັ້ງນີ້, ຊຶ່ງປະກອບມີ: ທ່ານ ອິນຕອງ ອຸດົມ (ບໍລິສັດ ແສນອຸດົມ ຈຳກັດ) ພ້ອມຄອບຄົວ ແລະ ຍາດຕິພີ່ນ້ອງ 30ລ້ານກີບ, ທ່ານ ນາງ ວັນສີ (ບໍລິສັດ ສຸກປະເສີດ) 21,5ລ້ານກີບ, ທ່ານ ວິໄລສຸກ ເຄນນະວົງ ພ້ອມຄອບຄົວ ແລະ ຍາດຕິພີ່ນ້ອງ 17,5ລ້ານກີບ, ທ່ານ ຈັນສອນ ແສນບຸດຕະລາດ ພ້ອມຄອບຄົວ 12ລ້ານກີບ.

ທ່ານ ນາງ ວຽງເງິນ ໄຂຄຳພິທູນ ພ້ອມຄອບຄົວ ແລະ ຍາດຕິພີ່ນ້ອງ 6ລ້ານກີບ, ທ່ານ ນາງ ສົມຈິດ ວົງສຳອາງ ພ້ອມຄອບຄົວ 4,1ລ້ານ ກີບ, ທ່ານ ແສງເດືອນ ວົງໄຊຍາ ພ້ອມຄອບຄົວ 4ລ້ານກີບ, ທ່ານ ສົມບູນ ພົມມະຈັນ ພ້ອມຄອບຄົວ 4ລ້ານກີບ, ບໍລິສັດ ດາວເຮືອງ 3ລ້ານກີບ, ບໍລິສັດ ທິບໂກລາວ 2ລ້ານກີບ, ທ່ານ ນາງ ຈັນທະຈອນ ວົງໄຊ ພ້ອມຄອບຄົວ 2ລ້ານກີບ, ແມ່ເຖົ້າ ສູນ ກົມມະດຳ ພ້ອມລູກຫຼານ 2ລ້ານກີບ, ທ່ານ ໂພສີ ເຕັມເມລາດ 2ລ້ານກີບ, ທ່ານ ມະນີສອນ ທຳມະສັກ ພ້ອມຄອບຄົວ 1.220.000 ກີບ, ທ່ານ ອຸດອນ ອິນລະວົງສາ (ສູນຈຳໜ່າຍນ໋ອດວຽງຈັນ) 1.200.000 ກີບ.