ບໍລິສັດ ຊີງຍີ (ລາວ) ພັດທະນາ ບໍ່ແຮ່ ຈຳກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

116

ໃນຕອນແລງ ຂອງວັນທີ 13 ກັນຍາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ຊີງຍີ (ລາວ) ພັດທະນາ ບໍ່ແຮ່ ຈຳກັດ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈຳນວນ 100ລ້ານກີບ.

ກ່າວມອບໂດຍທ່ານ ເສີນ ຈົງຮັນ ປະທານບໍລິສັດ ຊີງຍີ (ລາວ) ພັດທະນາ ບໍ່ແຮ່ ຈຳກັດ ແລະ ກ່າວຮັບ ໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບໍລິສັດດັ່ງກ່າວ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວຂອບໃຈ ຕໍ່ບໍລິສັດ ຊີງຍີ (ລາວ) ພັດທະນາ ບໍ່ແຮ່ ຈຳກັດ ທີ່ໄດ້ປະກອບສ່ວນ ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້. ເງິນຊ່ວຍເຫຼືອດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພນໍ້າຖ້ວມໃນປີນີ້, ຊຶ່ງຢ່າງຍິ່ງຫວັງວ່າ ການຊ່ວຍເຫຼືອດັ່ງກ່າວ ຈະປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍ່ຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ໃນຂອບເຂດທົ່ວປະເທດ ໄດ້ຮັບຜົນເປັນຢ່າງດີ.

ພ້ອມກັນນັ້ນ, ທ່ານໄດ້ຍັງອວຍພອນໃຫ້ ທຸລະກິດ ຂອງບໍລິສັດ ຊີງຍີ (ລາວ) ພັດທະນາ ບໍ່ແຮ່ ຈຳກັດ ຈົ່ງນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ໃນແຕ່ລະໄລຍະ.