ຍົນກອງທັບມາເລເຊຍລົງເດີ່ນບິນວັດໄຕ ເພື່ອນຳເຄື່ອງມາຊ່ວຍຜູ້ປະສົບໄພ

150

ສະພາບນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ນັບແຕ່ທ້າຍເດືອນ ສິງຫາ ເປັນຕົ້ນມາ ມີຫຼາຍສ່ວນນັບທັງພາກລັດ, ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ່ວຍທຸລະກິດ ແລະ ເອກະຊົນ ໄດ້ປະກອບສ່ວນເຫຼືອບັນເທົາທຸກໃນເບື້ອງຕົ້ນແກ່ຜູ້ປະສົບໄພນໍ້າຖ້ວມ ເຊິ່ງການຊ່ວຍເຫຼືອດັ່ງກ່າວຍັງບໍ່ທັນຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງການຂອງຜູ້ປະສົບໄພຕົວຈິງ.

ອີງຕາມກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດໄດ້ແຈ້ງໃນວັນທີ12 ກັນຍາ 2019 ໃຫ້ຮູ້ວ່າ: ຍົນກອງທັບມາເລເຊຍທີ່ຂົນເຄື່ອງຊ່ວຍເຫຼືອຈາກອາຊຽນ ເພື່ອມາຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໄດ້ລົງຈອດທີ່ສະໜາມບິນສາກົນວັດໄຕໃນຕອນບ່າຍມື້ນີ້.

ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດໄດ້ກ່າວວ່າ: ຍົນລໍາດັ່ງກ່າວຈະຂົນເຄື່ອງໃຊ້ຄົວເຮືອນ, ເຄື່ອງໃຊ້ສ່ວນຕົວ, ຕຸກໃສ່ນໍ້າດື່ມ, ເຄື່ອງສຸຂະອະນາໄມ ແລະ ອື່ນໆ. ເຊິ່ງເຄື່ອງບໍລິຈາກທັງໝົດນັ້ນແມ່ນໄດ້ຮັບມາຈາກປະເທດສະມາຊິກອາຊຽນ ເຊິ່ງໄດ້ເກັບມ້ຽນໄວ້ທີ່ສາງມ້ຽນເຄື່ອງທີ່ປະເທດມາເລເຊຍ ແລະ ກອງທັບມາເລເຊຍເປັນຜູ້ຊ່ວຍເຫຼືອທາງດ້ານການຂົນສົ່ງ.

ທ່ານວິໄລພົງ ໄດ້ກ່າວຕື່ມອີກວ່າ: ຫຼັງຈາກເຄື່ອງມາຮອດ ສະໜາມບິນສາກົນວັດໄຕ ຄະນະຮັບຜິດຊອບໄພນ້ຳຖ້ວມຈະໄດ້ນຳ ເອົາໄປມອບໃຫ້ຜູ້ປະສົບໄພ ຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ໂດຍນໍາໃຊ້ລົດກອງທັບປະຊາຊົນລາວຈຳນວນ 8 ຄັນຂົນເຄື່ອງເຫຼົ່ານີ້.

 

ທີ່ມາ, ໜັງສືພິມວຽງຈັນທາຍ