ລາວ-ກຳປູເຈຍ ບັນລຸການລົງນາມເອກະສານການຮ່ວມມື 06 ສະບັບ

78

ສປປລາວ ແລະ ຣາຊະອານາຈັກກຳປູເຈຍ ບັນລຸການລົງນາມເອກະສານການຮ່ວມມື 06 ສະບັບ ໂດຍສະເພາະແມ່ນສັນຍາການຊື້-ຂາຍໄຟຟ້າ, ພ້ອມທັງ ຕົກລົງຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ.

ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.

ຄະນະຜູ້ແທນຂັ້ນສູງຂອງລາວ, ນຳໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 12 ກັນຍາ 2019 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍມີ ສົມເດັດ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ ຫໍສັນຕິພາບ.

ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ພ້ອມດ້ວຍການນຳຂັ້ນສູງຂອງກຳປູເຈຍ ໄດ້ດຳເນີນການພົບປະສອງຝ່າຍກັບ ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ.
ໃນການພົບປະ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ກໍ່ຄືການຕົກລົງຂອງການນຳຂັ້ນສູງສອງປະເທດ ໃນທຸກໆດ້ານ ຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີໄດ້ຮ່ວມລົງນາມ ແລະ ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍ ຈຳນວນ 06 ສະບັບ ຄື: ຖະແຫຼງການຮ່ວມ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ; ສັນຍາວ່າດ້ວຍການຮ່ວມມືຂະແໜງພະລັງງານໄຟຟ້າ (ປັບປຸງປ່ຽນແທນສະບັບທີ່ໄດ້ລົງນາມໃນປີ 1999); ສັນຍາຊື້ຂາຍສະໜອງໄຟຟ້າ 500 MW ແບບລະບົບສູ່ລະບົບ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກຳປູເຈຍ; ສັນຍາຊື້ຂາຍໄຟຟ້າໂຄງການໄຟຟ້າຖ່ານຫີນກະລຶມ ເພື່ອຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າກຳປູເຈຍ; ສັນຍາຊື້ຂາຍໄຟຟ້າໂຄງການໄຟຟ້າຖ່ານຫີນລະມານເພື່ອຂາຍໄຟ ຟ້າໃຫ້ກັບລັດວິສາຫະກິດໄຟຟ້າກຳປູເຈຍ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ.


ພິເສດໃນໂອກາດການຢ້ຽມຢາມຄັ້ງນີ້ ສອງຝ່າຍຍັງໄດ້ຕົກລົງຍົກລະດັບການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ.

ພາຍຫຼັງສຳເລັດການພົບປະທາງການ ແລະ ພິທີລົງນາມ ສອງນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຮ່ວມ ຊຶ່ງທັງສອງຝ່າຍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫລືອຊຶ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ທີ່ເປັນມູນເຊື້ອ ອັນດີງາມມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ຮູບ:AP