ນາຍົກ ລົງໃຫ້ກຳລັງໃຈປະຊາຊົນ ທັງເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພ

94

ພາຍຫລັງທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສຳເລັດພາລະກິດ ຕ້ອນຮັບແຂກຂັ້ນສູງຈາກຕ່າງປະເທດ (ປະທານາທິບໍດີ ສ. ເກົາຫລີ) ທີ່ມາຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການ, ຈາກນັ້ນ ໃນລະຫວ່າງວັນທີ 7-8 ກັນຍາ 2019 ຊຶ່ງເປັນວັນພັກລັດຖະການ, ທ່ານໄດ້ຮີບຮ້ອນເດີນທາງລົງໄປຢ້ຽມຢາມ, ພົບປະໂອ້ລົມ, ມອບເຄື່ອງຊ່ວຍເຫລືອ ແລະ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ທີ່ເມືອງຈຳພອນ ແຂວງສະຫວັນນະເຂດ, ເມືອງຄົງເຊໂດນ ແຂວງສາລະວັນ; ເມືອງຊະນະສົມບູນ ແຂວງຈຳປາສັກ.

ຄຳຖາມ ແລະ ການໂອ້ລົມ ທີ່ສາມາດຈື່ຈຳໄດ້ ໃນເວລາທີ່ທ່ານນາຍົກລັດຖະມົນຕີ ພົບປະກັບປະຊາຊົນ, ທ່ານໄດ້ກ່າວວ່າ: ໄດ້ກິນເຂົ້າ-ກິນນໍ້າແລ້ວບໍມື້ນີ້?, ພາກັນກິນຢູ່ແນວໃດ?, ສຸຂະພາບເດ ເປັນແນວໃດ?; ບ້ານເຮືອນ, ໄຮ່ນາ-ຮົ້ວສວນຖືກນໍ້າຖ້ວມຫມົດບໍ? ຄືບໍ່ປະກົດເຫັນຜູ້ຊາຍ? (ຄຳຕອບບອກວ່າ: ຜູ້ຊາຍໄປເຝົ້າເຄື່ອງຂອງ ແລະ ສັດລ້ຽງ…), ນໍ້າຖ້ວມໄດ້ຈັກມື້ແລ້ວ? ເຄື່ອງຂອງເດ ທັນຍົກຍ້າຍຢູ່ບໍ? ໄດ້ຮັບການຊ່ວຍເຫລືອຫຍັງແດ່ແລ້ວ? ຫລານນ້ອຍເກີດໄດ້ຈັກມື້ແລ້ວ? ໃສ່ຊື່ຫຍັງ? ພາກັນເຄື່ອນຍ້າຍມາຢູ່ນີ້ໄດ້ແນວໃດ? ມີຜູ້ເຈັບເປັນ ຫລື ໄດ້ຮັບອັນຕະລາຍຮ້າຍແຮງບໍ?…ຊຶ່ງຄຳຖາມຕ່າງໆເຫລົ່ານີ້ ຄາດວ່າຍັງດັງກ້ອງຢູ່ໃນໃຈຂອງຜູ້ທີ່ຢູ່ໃນເຫດການເຫລົ່ານັ້ນ. ນໍ້າສຽງ, ສີຫນ້າ, ແວວຕາ ແລະ ການສະແດງອອກຂອງທ່ານ ແມ່ນມີຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ.


ນອກນັ້ນ, ກໍ່ຍັງເຫັນພາບປະທັບໃຈຫລາຍຢ່າງ ເປັນຕົ້ນ ການປາກເວົ້າກັບປະຊາຊົນ ແມ່ນເປັນກັນເອງຫລາຍ, ການກິນຢູ່ ກໍ່ລຽບງ່າຍ (ເພິ່ນບອກຄະນະວ່າ: ພວກເຮົາຕ້ອງເຮັດເຂົ້າກ່ອງມາກິນ, ທັນກິນຢູ່ໃສ ແມ່ນກິນຢູ່ນັ້ນໂລດ, ມັນຈຶ່ງບໍ່ເສຍເວລາ, ເວລາມັນສັ້ນ ແລະ ເຄັ່ງຮ້ອນຄືແນວນີ້ ເຮົາຕ້ອງຍາດແຍ່ງ ໄປຮອດໄປເຖິງ ແລະ ຊ່ວຍເຫລືອປະຊາຊົນໃຫ້ໄດ້ຫລາຍທີ່ສຸດ…), ເພິ່ນມີຄວາມນົບນ້ອມຖ່ອມຕົວ, ຍໍມືນົບທັກທາຍສະບາຍດີກັບທຸກຄົນ, ເຫັນລູກຫລານ ກໍ່ກົ້ມທັກທາຍ, ຖາມຂ່າວຄາວ, ນຳມາອູ້ມກອດ ຮັກແພງຄືກັນກັບລູກຫລານຂອງຕົນ; ການນຸ່ງຖື ກໍ່ຈັ່ງແມ່ນກົມກືນ ກັບປະຊາຊົນ ຈົນແຍກຄວາມແຕກຕ່າງບໍ່ອອກ; ການເດີນທາງ ກໍ່ເປັນໄປຕາມສະພາບເງື່ອນໄຂຕົວຈິງ, ພໍຍ່າງກໍ່ຍ່າງ, ລົງນໍ້າ, ລຸຍຕົມ ໂດຍບໍ່ຢ້ານເປິເປື້ອນ, ບໍ່ຢ້ານປຽກ.

ສຳລັບການພົບປະໂອ້ລົມ ຕໍ່ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ຢູ່ແຕ່ລະສະຖານທີ່, ທ່ານໄດ້ສະແດງຄວາມຊົມ ເຊີຍ ຕໍ່ຄວາມເອົາໃຈໃສ່, ຄວາມສາມັກຄີຮັກແພງ ຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໄດ້ດີ ແລະ ທັນການ ໂດຍສະເພາະອ້າຍເອື້ອຍນ້ອງທະຫານ, ເຈົ້າໜ້າທີ່ຕໍາຫຼວດ, ອາສາສະໝັກກູ້ໄພ, ປະຊາຊົນດ້ວຍກັນ ແລະ ອື່ນໆ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ວັດຖຸສິ່ງຂອງ ເຂົ້າໃນການຊ່ວຍເຫຼືອ, ຍົກຍ້າຍປະຊາຊົນ, ລຳລຽງວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ… ໄປສູ່ເຂດທີ່ປອດໄພ. ຊຶ່ງເຫັນວ່າ ການຊ່ວຍເຫຼືອດັ່ງກ່າວ ແມ່ນເຮັດໄດ້ດີ, ວ່ອງໄວ ແລະ ທັນການພໍສົມຄວນ, ສະແດງເຖິງຄວາມເອົາໃຈໃສ່ ຂອງອົງການປົກຄອງທຸກຂັ້ນ, ຄວາມຕື່ນຕົວ, ຄວາມມີນໍ້າໃຈອັນດີງາມ ແລະ ເສຍສະຫຼະສູງ, ຄວາມປຸ້ມລຸມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນຄົນລາວ, ບໍ່ປະປ່ອຍກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກສັບສົນ, ຊຶ່ງເຊື່ອແນ່ວ່າ: ສິ່ງດັ່ງກ່າວ ຈະກາຍເປັນກຳລັງແຮງອັນສຳຄັນ ປະກອບສ່ວນເຮັດໃຫ້ ການແກ້ໄຂໄພພິບັດນໍ້າຖ້ວມຄັ້ງນີ້ ສາມາດຜ່ານພົ້ນໄປໄດ້ດ້ວຍດີ.

ພາບ-ບົດ: KV