100 ກວ່າບ້ານ ຢູ່ຈໍາປາສັກຖືກນ້ຳຖ້ວມ, ປັດຈຸບັນຕ້ອງການຄວາມຊ່ວຍເຫຼືອ

151

ສະພາບນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ສະເພາະແຂວງ ຈຳປາສັກມີບ້ານທີ່ໄດ້ຮັບຜົນກະທົບໜັກ 104 ບ້ານ, ມີ 40.033 ຄົນ; ເນື້ອທີ່ທໍາການຜະລິດ ຖືກເສຍຫາຍຫຼາຍກວ່າ 37.444 ເຮັກຕາ. ຂະນະທີ່ຫຼາຍພາກສ່ວນໄດ້ລະດົມທຶນ ແລະ ກໍາແຮງເຂົ້າຊ່ວຍເຫຼືອຜູ້ປະສົບໄພຢ່າງຕໍ່ເນື່ອງນັ້ນ ເປັນການບັນເທົາທຸກໃນເບື້ອງຕົ້ນເທົ່ານັ້ນ, ປັດຈຸບັນທາງແຂວງຍັງຕ້ອງການການຊ່ວຍເຫຼືອເພື່ອຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນໃນຕໍ່ໜ້າຕື່ມອີກ.

 

ໃນວັນທີ 8 ກັນຍາ 2019 ເຈົ້າແຂວງ ຈຳປາສັກໄດ້ອອກແຈ້ງຂ່າວ ສະບັບເລກທີ 016/ຈຂ. ຈສ ລົງວັນທີ 8 ກັນຍາ 2019ໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ສິງຫາ ຫາ 7 ກັນຍາ 2019 ໄດ້ມີພາຍຸໝູນລະດູຮ້ອນໂພດູລ ແລະ ກາຈິກິ ພັດເຂົ້າພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫຼາຍວັນ, ສະເພາະແຂວງ ຈຳປາສັກ ມີນໍ້າປ່າໄຫຼຊຸກແຮງ ແລະ ມີນໍ້າຖ້ວມເປັນບໍລິເວນກວ້າງຢ່າງໄວວາ, ລະດັບແມ່ນໍ້າຂອງ ເພີ່ມຂຶ້ນ ຈາກ 8,93 ແມັດ ໃນວັນທີ 30 ສິງຫາ 2019 ມາເປັນ 13,75 ແມັດ ໃນວັນທີ 5 ກັນຍາ 2019 (ສູງຂຶ້ນ 4,82 ແມັດ).

 

 

ແມ່ນໍ້າເຊໂດນ ເພີ່ມຈາກ 9,50 ແມັດ ມາເປັນ 13,75 ແມັດ (ສູງຂຶ້ນ 4,83 ແມັດ) ເຊິ່ງສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ເນື້ອທີ່ທຳການຜະລິດ, ບ້ານ, ເຮືອນ, ຊັບສິນ, ສິ່ງສາທາລະນະປະໂຫຍດ, ພື້ນຖານໂຄງລ່າງ, ຂົວ-ເສັ້ນທາງຫຼາຍແຫ່ງຖືກນໍ້າຖ້ວມ ແລະ ຕັດຂາດ, ພົນລະເມືອງຈຳນວນບໍ່ໜ້ອຍຂາດທີ່ພັກພາອາໄສ ຕ້ອງໄດ້ຍົກຍ້າຍໄປຢູ່ສະຖານທີ່ປອດໄພ ມີທັງຜູ້ເສຍຊີວິດ ແລະ ຜູ້ສູນຫາຍ.

 

 

ໃນນັ້ນ, ບ້ານທີ່ໄດ້ຮັບຜົນກະທົບໜັກມີ 104 ບ້ານ, ມີ 6.466 ຄອບຄົວ, ພົນລະເມືອງ 40.033 ຄົນ; ເນື້ອທີ່ທຳການຜະລິດ ຖືກເສຍຫາຍຫຼາຍກວ່າ 37.444 ເຮັກຕາ.

 

ຕໍ່ເຫດການດັ່ງກ່າວ, ອຳນາດການປົກຄອງແຂວງ ໄດ້ເອົາໃຈໃສ່ອອກແຈ້ງເຕືອນໄພ ແຕ່ຫົວທີໄປຍັງການຈັດຕັ້ງພັກ-ລັດ, ອົງການມະຫາຊົນ ແລະ ພໍ່ແມ່ປະຊາຊົນໃນທົ່ວແຂວງ ຈຳປາສັກ ໃຫ້ມີສະຕິລະມັດລະວັງຕົວ, ກະກຽມເກັບມ້ຽນສິ່ງວັດຖຸສິ່ງຂອງ ໄວ້ໃນສະຖານທີ່ທີ່ປອດໄພ ພ້ອມທັງລະດົມກຳລັງເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງພາກລັດ-ເອກະຊົນ, ອົງການຈັດຕັ້ງສັງຄົມ ແລະ ພາກສ່ວນຕ່າງໆ ໃຫ້ການຊ່ວຍເຫຼືອບັນເທົາທຸກດ້ານອາຫານ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ສິ່ງຈຳເປັນໃນການດຳລົງຊີວິດປະຈຳວັນຕໍ່ຜູ້ປະສົບເຄາະຮ້າຍ ຢ່າງຕໍ່ເນື່ອງມາຕະຫຼອດ, ເຊິ່ງການຊ່ວຍເຫຼືອດັ່ງກ່າວ ເປັນພຽງການບັນເທົາທຸກໃນເບື້ອງຕົ້ນເທົ່ານັ້ນ ແລະ ຍັງບໍ່ພຽງພໍກັບຜົນເສຍຫາຍຕົວຈິງໃນຜ່ານມາ. ສະນັ້ນ, ພວກເຮົາຍັງລໍຄອຍ ແລະ ມີຄວາມຕ້ອງການການຊ່ວຍເຫຼືອຟື້ນຟູໃນຕໍ່ໜ້າຕື່ມອີກ.

 

 

ດັ່ງນັ້ນ, ໃນນາມອຳນາດການປົກຄອງແຂວງ ຈຳປາສັກ ຈຶ່ງຂໍແຈ້ງຂ່າວ ແລະ ຮຽກຮ້ອງມາຍັງ ການຈັດຕັ້ງພັກ-ລັດ, ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການຜະລິດ, ການຈັດຕັ້ງສັງຄົມພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີໃຈສັດທາ ແລະ ມີຄວາມມຸ້ງປະສົງ ຕ້ອງການຊ່ວຍເຫຼືອແກ່ຜູ້ປະສົບໄພໃນຄັ້ງນີ້ ດ້ວຍວັດຖຸ ແລະ ປັດໄຈຕ່າງໆ ຕາມທ່າແຮງຂອງພວກທ່ານ ຫຼື ທ່ານສະດວກ ຈະໂອນເຂົ້າເລກບັນຊີຕາມລາຍລະອຽດລຸ່ມກໍ່ໄດ້.

 

ເລກບັນຊີກອງທຶນຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ໄພພິບັດແຂວງຈຳປາສັກ: ບັນຊີເງິນກີບ 040 110 001 222 621 001 (USD) 040 110 101 222 621 001 ຫຼື ຈະຕິດຕໍ່ພົວພັນ ທ່ານ ບົວລີ ເພັດສົງຄາມ 5553 0411 ຫຼື ທ່ານ ຍົກດາ ໄຊຍະຈັກ 2227 0158