ທ່ານນາຍົກ ລົງຢ້ຽມຢາມໃຫ້ກຳລັງໃຈ ປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ຈຸດພັກຊົ່ວຄາວ ບ້ານນາຊອນ ເມືອງຊະນະສົມບູນ

127

ໃນວັນທີ 7 -8 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ເພື່ອພົບປະໂອ້ລົມ, ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ແລະ ຊຸກຍູ້ການແກ້ໄຂໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ

ສະເພາະຕອນເຊົ້າຂອງວັນທີ 8 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ເພື່ອໃຫ້ກຳລັງໃຈ ແລະ ພົບປະໂອ້ລົມ ຖາມເຖິງສະພາບຊີວິດການເປັນຢູ່ ຂອງປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ຢູ່ຈຸດພັກຊົ່ວຄາວ ບ້ານປາກຊອນ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ພ້ອມທັງ ຊຸກຍູ້ ແລະ ຊີ້ນຳ ຕໍ່ອົງການປົກຄອງທ້ອງຖິ່ນ ແກ້ໄຂໄພພິບັດນໍ້າຖ້ວມໃນຄັ້ງນີ້ ໃຫ້ຜ່ານພົ້ນໄປດ້ວຍດີໂດຍໄວ.

ໃນທົ່ວແຂວງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈຳນວນ 396 ບ້ານ, 37.662 ຄອບຄົວ, ພົນລະເມືອງ 176.685 ຄົນ; ບ້ານທີ່ຖືກນໍ້າຖ້ວມ 104 ບ້ານ, ປະຊາຊົນຖືກຍົກຍ້າຍຊົ່ວຄາວ 6.466 ຄອບຄົວ, ລວມຈຳນວນພົນ 40.033 ຄົນ, ເສັ້ນທາງ 281 ກິໂລແມັດ, ເນື້ອທີ່ນາ 34.327 ເຮັກຕາ, ເນື້ອທີ່ສວນ 3.017 ເຮັກຕາ, ລະບົບຊົນລະປະທານ 46 ແຫ່ງ ແລະ ອື່ນໆ.